ເຕືອນ!! ເຊກອງນໍ້າຂຶ້ນໃກ້ເຂດເຕືອນໄພ, ເຂື່ອນອັດຕະປືແຈ້ງຍັງບໍ່ມີການລະບາຍນໍ້າ

45

ເຂື່ອນໄຟຟ້າຢູ່ອັດຕະປື ຍັງບໍ່ມີການລະບາຍນໍ້າ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ປະລິມານນໍ້າໃນແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງຫຼາຍສາຍເພີ່ມຂຶ້ນ ໃນນັ້ນ, ລະດັບນໍ້າເຊກອງຍັງສືບຕໍ່ສູງຂຶ້ນ ຂະນະທີ່ແຂວງອັດຕະປື ກຽມພ້ອມຮັບມືກັບສະພາບນໍ້າຖ້ວມຍື່ງ ແລະ ລົມພັດແຮງທີ່ອາດຈະເກີດຂຶ້ນນັບແຕ່ວັນທີ 3-6 ກັນຍາ 2019.

ในภาพอาจจะมี ท้องฟ้า, ต้นไม้, ต้นพืช, เมฆ, สถานที่กลางแจ้ง, ธรรมชาติ และน้ำ
ຫຼ້າສຸດ ປະທານຄະນະກຳມະການປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນແຂວງອັດຕະປື ໄດ້ອອກແຈ້ງການສະບັບເລກທີ 1376/ຈຂ.ອປ ລົງວັນທີ 3 ກັນຍານີ້ ກ່ຽວກັບກັບການເຝົ້າລະວັງ, ກຽມປ້ອງກັນ ແລະ ຊ່ວຍເຫຼືອໄພພິບັດນ້ຳຖ້ວມທົ່ວແຂວງອັດຕະປື ຈາກພາຍຸດີເປຼ່ຊັນໃນໄລຍະວັນທີ 2-6 ກັນຍາວ່າ: ເນື່ອງຈາກວ່າມາຮອດ ເວລາ 16:00 ຂອງວັນທີ 3 ກັນຍາ ລະດັບນໍ້າເຊກອງ ສູງຂຶ້ນປະມານ 14,48 ແມັດ, ເຂດລະວັງໄພແມ່ນ 17 ແມັດ, ເຂດອັນຕະລາຍແມ່ນ 18 ແມັດ ເຊິ່ງຄາດວ່າລະດັບນໍ້າຍັງຈະມີທ່າອ່ຽງເພີ່ມຂຶ້ນອີກ.

ในภาพอาจจะมี ท้องฟ้า, เมฆ, สถานที่กลางแจ้ง และธรรมชาติ
ສະນັ້ນ, ຈຶ່ງແຈ້ງເຕືອນມາຍັງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ໃຫ້ມີສະຕິກະກຽມມ້ຽນມັດວັດຖຸມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ. ພ້ອມດຽວກັນນີ້, ຍັງໄດ້ມອບໃຫ້ກອງເລຂາປະຈຳການຕິດຕາມສະພາບການ ເພື່ອກຽມພ້ອມຊ່ວຍເຫຼືອປະຊາຊົນໃຫ້ໄດ້ຢ່າງທັນການ ເລີ່ມແຕ່ແລງນີ້ຕະຫຼອດ 24 ຊົ່ວໂມງ.
ແນວໃດກໍຕາມ ລະດັບນ້ຳເຊກອງ ມີທ່າອ່ຽງສູງຂຶ້ນ ແລະ ຢູ່ບັນດາເມືອງໃນທົ່ວແຂວງ ອັດຕະປື ໄດ້ມີນໍ້າຖ້ວມ, ນ້ຳອັ່ງຫຼາຍຈຸດແລ້ວເຊັ່ນ: ຖ້ວມເສັ້ນທາງ, ບ້ານເຮືອນປະຊາຊົນ ເຊິ່ງຄວາມເສຍຫາຍທາງ ພາກສ່ວນກ່ຽວຂ້ອງຍັງຕ້ອງໄດ້ເກັບກຳ ເພື່ອສັງລວມລາຍງານຂັ້ນເທິງຊ່ວຍເຫຼືອຢ່າງທັນການ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และธรรมชาติ

ອີງຕາມນັກຂ່າວທ້ອງຖິ່ນລາຍງານວ່າ: ມາຮອດປັດຈຸບັນ ຕາມການແຈ້ງຂອງບັນດາໂຄງການເຂື່ອນໄຟຟ້າແຫ່ງຕ່າງໆໃນທົ່ວແຂວງ ຍັງບໍ່ມີການລະບາຍນໍ້າທາງປະຕູນ້ຳເທື່ອ, ສະພາບເຂື່ອນເຊກະໝານ 1 ຍັງແລ່ນຈັກຕາມປົກະຕິ ບໍ່ມີການລະບາຍນໍ້າ ທາງປະຕູນໍ້າ. ປັດຈຸບັນລະດັບນໍ້າ 222 ແມັດ ຖ້າຮອດລະດັບ 230 ແມັດ ຈິ່ງຈະເປີດປະຕູລະບາຍນໍ້າ. ເຂື່ອນນໍ້າກົງ2 ແມ່ນແລ່ນຈັກປົກະຕິ ໄດ້ເປີດປະຕູລະບາຍນໍ້າ ຕາມປະລິມານນໍ້າ ທຳມະຊາດໄຫຼເຂົ້າ; ເຂື່ອນ ນໍ້າກົງ 1-3 ແມ່ນ ຍັງດໍາເນີນການກໍ່ສ້າງຢູ່ ບໍ່ມີການກັກເກັບນໍ້າ.

ในภาพอาจจะมี สถานที่กลางแจ้ง, ธรรมชาติ และน้ำ
ສ່ວນເຂື່ອນຫ້ວຍເຫາະ ແມ່ນໄດ້ປິດປະຕູນໍ້າ ປິດການແລ່ນຈັກ ເນື່ອງຈາກ ລະດັບນໍ້າເຊກອງສູງຂຶ້ນໄຫຼເຂົ້າທ້າຍເຮືອນຈັກ; ເຂື່ອນເຊປຽນ-ເຊນ້ຳນ້ອຍ ແມ່ນໄດ້ລະບາຍນໍ້າ ທາງປະຕູພື້ນເຂື່ອນຫຼັກ ລົງເຊກອງ ແລະ ແລ່ນທົດສອບເຄື່ອງຈັກ ປ່ອຍນໍ້າທາງທ້າຍເຮືອນຈັກ ລົງເຊກອງ. ຂະນະເຂື່ອນ D ແມ່ນກໍ່ສ້າງຍັງບໍ່ທັນສຳເລັດ, ໃນຊ່ວງຝົນນີ້ ແມ່ນ ເປີດປະຕູນໍ້າລົ້ນລະບາຍນໍ້າປະໄວ້ ເພື່ອລະບາຍນໍ້າຕາມ ນໍ້າທຳມະຊາດທີ່ໄຫຼເຂົ້າໃນອ່າງ, ຖ້າມີຄືບໜ້າຈະແຈ້ງໃຫ້ຊາບຕື່ມພາຍຫຼັງ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, สถานที่กลางแจ้ง และธรรมชาติ