ເປີດບໍລິການຟຣີໄວຟາຍ 3 ຈຸດ ໃນນະຄອນຫຼວງວຽງຈັນ

89

ກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ຮ່ວມກັບ ອົງການໂທລະຄົມມະນາຄົມ ອາຊີ – ປາຊີຟິກ ( Asia – Pacific Telecommunity, APT ) ຈັດກອງປະຊຸມສຳມະນາ ແລະ ເປີດນຳໃຊ້ລະບົບອິນເຕີເນັດ ຟຣີໄວຟາຍ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການສຶກສາຢູ່ ສປປ ລາວ ໃນເບື້ອງຕົ້ນໄດ້ເປີດບໍລິການຟຣີໄວຟາຍໃນ 3 ຈຸດ ຄື: ສະໜາມບິນສາກົນວັດໄຕ, ສວນນ້ຳພຸ ແລະ ຫໍພະແກ້ວ ສ່ວນລະບົບການສຶກສາແມ່ນຈະສືບຕໍ່ພັດທະນາ.

ພິທີເປີດນຳໃຊ້ລະບົບດັ່ງກ່າວໄດ້ມີຂຶ້ນໃນວັນທີ 3 ກັນຍາ 2019 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ           ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ປທສ ແລະ ທ່ານ ນາງ    ອາຣີວັນ ຮາວຣັງສີ ( Areewan HAORANGSl ) ເລຂາທິການໃຫຍ່ອົງການ APT, ມີບັນດາຜູ້ຕາງໜ້າຈາກກົມ/ທຽບເທົ່າ ພາຍໃນກະຊວງ ປທສ ພ້ອມດ້ວຍແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ທ່ານ ບຸນສະເຫຼີມໄຊ ເຄນນາວົງ ກ່າວວ່າ: ໃນປັດຈຸບັນການນໍາໃຊ້ອິນເຕີເນັດ ກໍຄືສື່ສັງຄົມອອນລາຍນັບມື້ຫຼາຍຂຶ້ນ ເຊິ່ງມັນໄດ້ມີບົດບາດ ແລະ ມີຄວາມສໍາຄັນຕໍ່ຊີວິດປະຈໍາວັນຂອງຄົນເຮົາຫຼາຍ ເພາະເຮັດໃຫ້ວິຖີຊີວິດຄົນເຮົາທັນສະໄໝ ແລະ ທັນເຫດການຢູ່ຕະຫຼອດເວລາ ເນື່ອງຈາກປັດຈຸບັນອຸດສາຫະກໍາການທ່ອງທ່ຽວໃນປະເທດເຮົາ ພວມມີບາດກ້າວຂະຫຍາຍຕົວ ແລະ ສ້າງລາຍຮັບໃຫ້ແກ່ປະເທດໃນຊຸມປີຜ່ານມານີ້ ເພື່ອຕອບສະໜອງ ຄວາມຕ້ອງການເຂົ້າເຖິງອິນເຕີເນັດໄດ້ທຸກສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆພາຍໃນປະເທດ.

ທ່ານກ່າວຕື່ມວ່າ: ໃນ ສປປ ລາວ ສະເພາະເຄືອຂ່າຍໂທລະສັບມືຖື ກວມເອົາ 94% ແລະ ອິນເຕີເນັດຜ່ານມືຖື ກວມເອົາ 78% ຂອງບັນດາບ້ານທັງໝົດໃນທົ່ວປະເທດ, ຜູ້ຊົມໃຊ້ອິນເຕີເນັດ ກວມເກືອບ 40% ຂອງປະຊາກອນ ເຊິ່ງສະແດງໃຫ້ເຫັນການຂະຫຍາຍຕົວຂອງຜູ້ຊົມໃຊ້ສື່ສັງຄົມໃນລາວເຊັ່ນກັນ ໂດຍສະເພາະ ເຟສບຸ໊ກ, ຢູທູບ, ວັອດແອັບ, ວີແຊັດ ໃນກຸ່ມຜູ້ຊົມໃຊ້ສື່ສັງຄົມອອນລາຍທັງໝົດ ມີເຖິງ 28 – 38% ແມ່ນໄວໜຸ່ມທີ່ມີອາຍຸລະ ຫວ່າງ 16 – 24 ປີ ( ແລ້ວແຕ່ລະ Platform ).

ຈາກຕົວເລກສະຖິຕິຂອງນັກທ່ອງທ່ຽວທີ່ເຂົ້າມາລາວໃນແຕ່ລະປີ ແມ່ນເພີ່ມຂຶ້ນໃນທຸກໆປີສາມາດສ້າງລາຍຮັບໃຫ້ແກ່ຍອດຜະລິດຕະພັນມວນລວມຂອງປະເທດ. ດັ່ງນັ້ນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນນາມມະຫາພາກຄຸ້ມຄອງວຽກງານ ໄອຊີທີ ທີ່ຜ່ານມາ ໄດ້ສົ່ງເສີມ ແລະ ຊຸກຍູ້ການສ້າງພື້ນຖານໂຄງລ່າງດ້ານອິນເຕີເນັດ ເພື່ອການເຂົ້າເຖິງຂໍ້ມູນ – ຂ່າວສານຢ່າງກວ້າງຂວາງແຕ່ສູນກາງຮອດທ້ອງຖິ່ນ.

ການໃຫ້ບໍລິການດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອຈາກອົງການໂທລະຄົມມະນາຄົມ ອາຊີ – ປາຊີຟິກ ຫຼື APT ໃນການສະໜອງງົບປະມານ ເພື່ອຈັດຕັ້ງປະຕິບັດໂຄງການສົ່ງເສີມການນໍາໃຊ້ຟຣີໄວຟາຍອິນເຕີເນັດ ເພື່ອສົ່ງເສີມການທ່ອງທ່ຽວໃນລາວ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນການຊົມໃຊ້ໃນເຕີເນັດແບບບໍ່ເສຍຄ່າ ເປັນທາງເລືອກທີ່ດີອີກທາງໜຶ່ງ ເຊິ່ງໂຄງການນີ້ຖືເປັນການເລີ່ມຕົ້ນທໍາອິດ ທີ່ເຮັດໃຫ້ ສປປ ລາວ ໂດຍສະເພາະນະຄອນຫຼວງວຽງຈັນ ໄດ້ມີຟຣີອິນເຕີເນັດທີ່ນໍາໃຊ້ໃນເຂດສະຖານທີ່ທ່ອງທ່ຽວສໍາຄັນ ເປັນຕົ້ນ: ສະໜາມບິນສາກົນວັດໄຕ, ສວນສາທາລະນະນໍ້າພຸໃຈກາງເມືອງ ແລະ ບໍລິເວນພິພິທະພັນຫໍພະແກ້ວ ເຊິ່ງເປັນໄລຍະທົດລອງການໃຫ້ບໍລິການ 1 ປີໃນຕໍ່ໜ້າ ແລະ ຈະມີການສືບຕໍ່ພັດທະນາລະບົບການສຶກສາອີກ, “ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ກ່າວ ”.

ນາງ ອາຣີວັນ ຮາວຣັງສີ ກ່າວວ່າ: ການເຂົ້າມາຂອງລະບົບຟຣີໄວຟາຍ ໃນ ສປປ ລາວ ເປັນອົງປະກອບໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນໃນການຊ່ວຍຊຸກຍູ້, ສົ່ງເສີມ ແລະ ໂຄສະນາວັດທະນະທຳ ແລະ ຜະລິດຕະພັນຕ່າງໆຕາມບັນດາສະຖານທີ່ທ່ອງທ່ຽວ ເພື່ອສ້າງລາຍຮັບເຂົ້າໃນປະເທດລາວ. ນອກນັ້ນ, ການບໍລິການຟຣີໄວຟາຍ ຍັງປະກອບສ່ວນເຂົ້າໃນຫຼາຍຂົງເຂດວຽກງານໃນອະນາຄົດ.

ການບໍລິການຟຣີໄວຟາຍ ເປັນໜຶ່ງໃນ ໂຄງການ APT ເພື່ອພັດທະນາຍົກສູງການບໍລິການ, ການພັດທະນາໃນຂົງເຂດອາຊີ – ປາຊີຟິກ ເຊິ່ງປັດຈຸບັນໂຄງການດັ່ງກ່າວ ໄດ້ເປີດນຳໃຊ້ແລ້ວໃນຫຼາຍປະເທດທີ່ເປັນສະມາຊິກ ແລະ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຫຼາຍຂົງເຂດວຽກງານ ເຊັ່ນ: ການສຶກສາ, ການບໍລິການສັງຄົມ, ປະກັນສຸຂະພາບ, ຂົງເຂດອຸດສາຫະກຳ ແລະ ອື່ນໆ, “ ນາງ ອາຣີວັນ ຣາວຣັງສີ ກ່າວ ”.

[ ຂ່າວ: ສົມລົດ; ຮູບ: ສອນໄຊ ]