ເອົາໃຈຊ່ວຍ ນະຄອນປາກເຊ ນໍ້າຂອງຂຶ້ນຫຼາຍໄຫຼຖ້ວມຫຼາຍພື້ນທີ່ແລ້ວ

63

ໃນວັນທີ 4 ກັນຍາ 2019 ກົມອຸຕຸນິຍົມແລະອຸທົກກະສາດ ໄດ້ອອກແຈ້ງເຕືອນພາຍຸໜູນເຂດຮ້ອນ ຄາຈິກີ ຫົວທີ14 ທີ່ກຳລັງເຄື່ອນທີ່ຢູ່ທະເລຈີນໃຕ້ ໃກ້ກັບປະເທດຫວຽດນາມ ເຊິ່ງຈະເຮັດໃຫ້ຍັງມີຝົນຕົກເປັນບໍລິເວນກວ້າງ ແລະຕົກໜັກຫຼາຍນັບແຕ່ແຂວງຄຳມ່ວນລົງຫາພາກໃຕ້.

ຄະນະກຳມະການປ້ອງກັນ ແລະ​ ຄວບຄຸມ​ໄພພິບັດ​ ຂັ້ນແຂວງ​ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເວລາ​ 4 ໂມງ​ເຊົ້າ​ ຂອງວັນທີ​ 4/9/2019, ລະດັບນໍ້າຂອງຢູ່ບໍລິເວນນະຄອນປາກເຊ ແຂວງຈຳປາສັກ​ ແທກໄດ້ 12,98 ແມັດ​ ເຊິ່ງລື່ນຈາກລະດັບນ້ຳຂອງທີ່ຂຶ້ນສູງສຸດໃນປີ 2018, ເຖິງ30 ຊັງຕີແມັດ​ແລ້ວ. ຂະນະທີ່ຝົນຍັງສືບຕໍ່ຕົກ.

ດັ່ງນັ້ນ,​ ຈິ່ງຂໍແຈ້ງໃຫ້ຄະນະພັກ-ອົງ​ການປົກຄອງ​ ແລະ​ ພໍ່ແມ່ປະຊາຊົນໃນແຕ່ລະທ້ອງຖິ່ນ ໂດຍສະເພາະແມ່ນ​ຜູ້​ທີ່ອາໄສຢູ່ເຂດພື້ນທີ່ຕ່ຳ ແລະ​ ມີຄວາມສ່ຽງ ເອົາໃຈໃສ່ເກັບມ້ຽນເຄື່ອງທີ່ມີຄ່າ​ ແລະ​ ສັດລ້ຽງຂອງຕົນໃຫ້ດີ ພ້ອມທັງກະກຽມຍົກຍ້າຍໄປຢູ່ພື້ນທີ່ສູງ ເພື່ອບໍ່ໃຫ້ເກີດຄວາມເສຍແກ່ຊີວິດ ແລະ​ ຊັບສິນຂອງທ່ານ.