ກະຊວງປ້ອງກັນປະເທດ ໂດດເດັ່ນໃນບານເຕະຊີງຂັນຊາວໜຸ່ມ ຄວ້າແຊັມໄດ້ທັງປະເພດ 7 ຄົນ ແລະ 11 ຄົນ

60

ກະຊວງປ້ອງກັນປະເທດ ຍັງຮັກສາຟອມໂດດເດັ່ນ ຈາກການເປັນແຊັມເກົ່າໃນການແຂ່ງຂັນບານເຕະຊີງຂັນ ທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ 2018 ເຊິ່ງໃນປີດັ່ງກ່າວແມ່ນແຂ່ງຂັນ 7 ຄົນ. ຂະນະທີ່ໃນປີ 2019 ຈັດແຂ່ງຂັນປະເພດ 11 ຄົນ ເດີນໃຫຍ່ເປັນຄັ້ງທໍາອິດ ທີ່ສະໜາມກີລາລ້ານຊ້າງ ສະເຕດ້ຽມ ( ບ້ານໜອງໄຮ ) ກະຊວງປ້ອງກັນປະເທດຍັງຜົນງານໂດດເດັ່ນສາມາດຄວ້າແຊັມໄດ້ອີກຄັ້ງ.

ການແຂ່ງຂັນບານເຕະຊີງຂັນ ທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ 2019 ເປັນປີທໍາອິດທີ່ຈັດແຂ່ງຂັນເດີນໃຫຍ່ 11 ຄົນ, ມີ 19 ທີມເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 4 ກຸ່ມແຂ່ງພົບກັນໝົດ ເພື່ອຄັດເອົາທີມອັນດັບ 1 ແລະ 2 ເຂົ້າຮອບ 8 ທີມສຸດທ້າຍ ເຊິ່ງໃຊ້ສະໜາມ ລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນສະໜາມແຂ່ງຂັນ ໂດຍເມື່ອວັນທີ 30 ສິງຫາທີ່ຜ່ານມາ ເປັນການແຂ່ງຂັນນັດຊີງອັນດັບ 3 ແລະ ນັດຊີງຊະນະເລີດ.

ຄູ່ຊີງຊະນະເລີດເປັນການພົບກັນລະຫວ່າງ ຊາວໜຸ່ມກະຊວງປ້ອງກັນປະເທດ ພົບກັບ ຄະນະຊາວໜຸ່ມ ແຂວງວຽງຈັນ ຜ່ານການແຂ່ງຂັນປາກົດວ່າ: ກະຊວງປ້ອງກັນປະເທດຂຶ້ນນໍາໄປກ່ອນ 2 – 0 ໃນເຄິ່ງເວລາທໍາອິດ, ສ່ວນເຄິ່ງເວລາທີ 2 ແຂວງວຽງຈັນ ສາມາດຕີສະເໝີເປັນ 2 – 2 ແຕ່ໄລຍະທ້າຍເກມ ກະຊວງປ້ອງກັນປະເທດ ມາໄດ້ປະຕູໄຊບຽດເອົາຊະນະໄປ 3 – 2 ຄວ້າແຊັມໄປຄອງໄດ້ສໍາເລັດ.

ສ່ວນນັດຊີງອັນດັບ 3 ລະຫວ່າງ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ພົບກັບ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ປາກົດວ່າ: ໃນເວລາປົກກະຕິ 90 ນາທີ ສະເໝີກັນ 1 – 1 ກ່ອນມາຕັດສິນດ້ວຍການດວນຈຸດໂທດເປັນ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເອົາຊະນະໄປ 5 – 4 ຄວ້າອັນດັບ 3 ໄປຄອງ.

ຫຼັງຈາກຈົບການແຂ່ງຂັນ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທັງເປັນປະທານຈັດການແຂ່ງຂັນໄດ້ຂຶ້ນກ່າວລາຍງານຜົນສໍາເລັດຂອງການແຂ່ງຂັນ ວ່າ: ຜ່ານການແຂ່ງຂັນ ປະມານ 1 ເດືອນເຄິ່ງ ນັບຕັ້ງແຕ່ວັນທີ 12 ກໍລະກົດ 2019 ສາມາດເຫັນໄດ້ເຖິງບັນຍາກາດຄວາມສາມັກຄີຮັກແພງ, ຄວາມເປັນເອກະພາບ ແລະ ມ່ວນຊື່ນຟົດຟື້ນດີ ບໍ່ວ່າຈະເປັນກອງເຊຍ, ນັກກີລາ ແລະ ຄູຝຶກ.

“ ສະນັ້ນ, ເພື່ອສືບຕໍ່ເຮັດໃຫ້ຂະບວນການຊາວໜຸ່ມມີຄວາມຟົດຟື້ນ ແລະ ຕໍ່ເນື່ອງ ຮຽກຮ້ອງມາຍັງຄະນະຊາວໜຸ່ມແຕ່ລະພາກສ່ວນ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີຂອງຄອບຄົວຊາວໜຸ່ມ, ນໍາພາສ້າງຂະບວນການຢ່າງມີຈຸດສຸມເປັນຂະບວນການຕໍ່ເນື່ອງຕິດພັນກັບວິຊາສະເພາະໃຫ້ຫຼາຍ ເພື່ອຕິດພັນກັບການສ້າງຂະບວນການໃສ່ກອງປະຊຸມ 3 ຂັ້ນ ແລະ ວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ພິເສດວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນການທີ່ມີເນື້ອໃນ ” ປະທານຈັດການແຂ່ງຂັນ ກ່າວ.

ສໍາລັບເງິນລາງວັນຊະນະເລີດ ກະຊວງປ້ອງກັນປະເທດໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມຂັນແຊັມ ມູນຄ່າ 3 ລ້ານກີບ ແລະ ຫຼຽນລາງວັນ 30 ຫຼຽນ, ອັນດັບ 2 ໄດ້ 7 ລ້ານກີບ ພ້ອມຫຼຽນລາງວັນ 30 ຫຼຽນ, ອັນດັບ 3 ໄດ້ 5 ລ້ານກີບ ພ້ອມຫຼຽນລາງວັນ 30 ຫຼຽນ ແລະ ອັນດັບ 4 ໄດ້ 3 ລ້ານກີບ ພ້ອມຫຼຽນລາງວັນ 30 ຫຼຽນ. ນອກນັ້ນ, ກໍຍັງມີລາງວັນດາວຍິງສູງສຸດ, ນັກເຕະດີເດັ່ນ ແລະ ລາງວັນອື່ນໆອີກ.

( ຂ່າວ: ຄໍາສອນ; ຮູບ: ສອນໄຊ )