ຊາລິນີ ຄວາມຝັນເປັນຈິງ ຈາກຍິງຂີ້ອາຍ ກາຍເປັນສາວລາວຄົນທໍາອິດ ໃນສາຍການບິນ Gulf Air …

47

*

*

ບໍ່ທໍາມະດາສາວງາມຄົນນີ້ ຊາລິນີ ມີແກ້ວປະເສີດ ເປັນສາວລາວຄົນທໍາອິດທີ່ຜ່ານການຄັດເລືອກເປັນພະນັກງານຈຸບິນຂອງ ສາຍການບິນ Gulf Air ທີ່ປະເທດ Bahrain ເຊິງເປັນສາຍການບິນສາກົນທີ່ມີຊື່ສຽງ ແລະ ມີຫລາຍກ່ວາ 50 ປາຍທາງໃນທົ່ວໂລກ…!!!

*

*

*

ວ້າວໆ … ສຸດຍອດ ຊາລິນີ ມີແກ້ວປະເສີດ ອາຍຸພຽງ 24 ປີ ຈົບການສຶກສາ ຈາກວິທະຍາໄລ ຄອມເຊັນເຕີ້ …

ຊາລິນີ ບອກວ່າ: ຕົນມີຄວາມຝັນແຕ່ຍັງນ້ອຍ ຢາກເປັນພະນັກງານຈຸບິນ Air Hostess, ຢາກເດີນທາງໄປຫຼາຍທະວີບ, ໄດ້ສຸມທຸກຄວາມພະຍາຍາມ ຈາກຜູ້ຍິງຂີ້ອາຍ ເວົ້າພາສາອັງກິດບໍ່ເກັ່ງ ແລະ ຖືກໝູ່ເພື່ອນຫຼາຍຄົນ ເວົ້າໃສ່ວ່າເປັນພະນັກງານຈຸບິນບໍ່ໄດ້ດອກ,

*

*

*

ເລີ່ມກະກຽມຕົນເອັງ ທາງດ້ານພາສາອັງກິດ, ທຸ້ມເທ ລົງທຶນໄປສຶກສາຕໍ່ ທາງດ້ານການໃຫ້ ບໍລິການ Custom Services ທີ່ປະເທດໄທ, ກຽມບຸກຄະລິກ, ຮຽນການແຕ່ງໜ້າດ້ວຍຕົນເອງ, ຝຶກຝົນການຮຽນລອຍນໍ້າ ແລະ ອື່ນໆ,

*

*

*

ສົ່ງແບບຟອມໄປສະໝັກ ຜ່ານການທົດສອບ ການສໍາພາດ, ການສົນທະນາ ແລະ ການທົດສອບຄວາມສາມາດອື່ນໆ ອັນສຸດໂຫດ, ແລະ ສຸດທ້າຍ ຄວາມພະຍາຍາມ ກໍ່ເກີດຜົນ ແລະ ຖືກຄັດເລືອກໃຫ້ເປັນພະນັກງານຈຸບິນ ຂອງສາຍການບິນ Gulf Air ຢ່າງເປັນທາງການ.

ເສັ້ນທາງການບິນ ຂອງ ຊາລິນີ ຈະເລີ່ມຕົ້ນໃນວັນທີ 03 ກັນຍາ 2019 ໂດຍເສັ້ນທາງບິນມໍາອິດແມ່ນ Bahrain-Dubai

*

*

*

ໜ້າຍິນດີນໍາສຸດໆ ແລະ ທຸກຄົນເອງທີ່ມີຄວາມຝັນບໍ່ວ່າຈະຢາກເປັນຫຍັງ ຂໍ ໃຫ້ຖືສາວ ຊາລິນີ ເປັນແບບຢ່າງໃນການໃຊ້ຊີວິດ ພະຍາຍາມກ້າວຜ່ານສິ່ງທີ່ເຮົາຄິດວ່າເຮົາເຮັດບໍ່ໄດ້ ເພື່ອກ້າວໄປເຖິງຝັນ ຫຼື ສິ່ງທີ່ເຮົາຕັ້ງໃຈໄວ້ຢາກຈະເປັນເດີ້ …

*

*

 

ຈາກ: FM 90.0 MHz