ອານຸສອນ ສ້າງຄວາມໝັ້ນໃຈຄວ້າແຊັມທີ່ປະເທດໄທ ກ່ອນລຸຍລາຍການຊີງແຊັມໂລກທ້າຍເດືອນນີ້

159

ອານຸສອນ ໄຊສາ ນັກແລ່ນທີມຊາດລາວ ຄວ້າແຊັມແລ່ນຂ້າມຮົ້ວປະເພດ 110 ແມັດ ໃຫ້ກັບ ສະໂມສອນທະຫານ ອາກາດ ປະເທດໄທ ທີມ A ໃນການແຂ່ງຂັນແລ່ນ-ລານຊີງຊະນະເລີດແຫ່ງປະເທດໄທ ຊີງຂັນພຣະຣາດຊະທານ ພຣະບາດສົມເດດພະເຈົ້າຢູ່ຫົວ ຄັ້ງທີ 65 ລະຫວ່າງວັນທີ 30 ສິງຫາ – 2 ກັນຍາ 2019.

ອານຸສອນ ເປີດເຜີຍຕໍ່ ທີມຂ່າວເສດຖະກິດ-ການຄ້າ ວ່າ: ການທີ່ນ້ອງໄດ້ມາແຂ່ງຂັນໃນການແຂ່ງຂັນແລ່ນ-ລານຊີງຊະນະເລີດແຫ່ງປະເທດໄທ ເນື່ອງຈາກນ້ອງໄດ້ມາສຶກສາຕໍ່ທີ່ ມະຫາວິທະຍາໄລກຸງເທບ ທົນບູລີ ປະເທດໄທ, ເຊິ່ງ ກອງທັບອາກາດໄທ ຢືມຕົວນ້ອງມາຈາກມະຫາວິທະຍາໄລດັ່ງກ່າວ ເພື່ອລົງແຂ່ງຂັນໃຫ້ ເພາະລາຍການດັ່ງກ່າວເປັນລາຍການຊີງແຊ້ມປະເທດໄທ, ສ່ວນເປົ້າໝາຍຕໍ່ໄປຄື ວັນທີ 25 ກັນຍາ 2019 ຈະແຂ່ງຂັນລາຍການຊີງແຊັມໂລກ ທີ່ເມືອງໂດຮາ ປະເທດກາຕ້າ.

ສຳລັບ ຜົນງານເດັ່ນໆຂອງ ທ້າວ ອານຸສອນ ໄຊສາ ສາມາດຍາດໄດ້ຫຼຽນຄຳ ປະເພດແລ່ນຂ້າມຮົ້ວ 110 ແມັດຊາຍ ໃນງານມະຫາກຳກີລາມະຫາວິທະຍາໄລອາຊຽນ ຫຼື ກີລາ ມ ອາຊຽນ ຄັ້ງທີ 17 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ລະຫວ່າງວັນທີ 10-20 ທັນວາ 2014 ຜ່ານມາ.

ຂ່າວ: ຄໍາສອນ; ຮູບ: ອານຸສອນ