ຮຸນແຮງພາຍຸໂພດູ!! ຖະຫຼົ່ມສະຫວັນນະເຂດ 7 ເມືອງບໍ່ມີໄຟຟ້າໃຊ້

62

ໃນລະຫວ່າງວັນທີ 29 ສິງຫາ 2019 ຜ່ານມາແຂວງສະຫວັນນະເຂດ ໄດ້ເກີດມີພາຍຸເຂດຮ້ອນ ໂພດູ (PODUL ) ພັດຜ່ານເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດຢ່າງຮຸນແຮງ ເຮັດໃຫ້ນໍ້າໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ, ຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ດິນເຊາະເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ ເສັ້ນທາງເປ່ເພຖືກຕັດຂາດ ບໍ່ສາມາດສັນຈອນໄປມາໄດ້.

 

 

ພາຍຸດັ່ງກ່າວມີຄວາມຮຸນແຮງ ສ້າງຄວາມເສຍຫາຍຕໍ່ລະບົບຕາຂ່າຍໄຟຟ້າແຮງກາງ 22 Kv – ແຮງຕ່ຳ 0,4 Kvເປັນວົງກວ້າງ ເຮັດໃຫ້ມີເສົາໄຟຟ້າເນີ້ງ – ເສົາໄຟຟ້າຫັກ ແລະ ຫຼາຍບ້ານບໍ່ມີໄຟຟ້າໃຊ້ ເຊິ່ງມີທັງໝົດ 07 ເມືອງເປັນຕົ້ນແມ່ນ: ເທດສະບານນະຄອນໄກສອນພົມວິຫານ ( ບ້ານຂອນແກ່ນ ) , ເມືອງພະລານໄຊ ( ບ້ານ ຊຽງແລນ້ຳ), ເມືອງຈຳພອນ, ເມືອງວິລະບູລີ ( ບ້ານນ້ຳຈະໂລະ, ບ້ານວັງຄວາຍ-ນາຫອຍ, ບ້ານນາກະພຸງ ), ເມືອງພີນ ( ບ້ານວື ), ເມືອງອຸທຸມພອນ ແລະ ເມືອງໄຊບູລີ.

 

ປັດຈຸບັນ ຄະນະສາຂາລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ ໄດ້ເລັ່ງປຶກສາຫາລືຮ່ວມກັບທຸກໜ່ວຍງານທີ່ກ່ຽວຂ້ອງເພື່ອຫາວິທີແກ້ໄຂ ແລະ ປະສານໄປຍັງຫົວໜ້າສູນບໍລິການປະຈຳເມືອງຕ່າງໆ ຕະຫຼອດເຖິງອ້າຍນ້ອງກຳມະກອນໄຟຟ້າທຸກສູນບໍລິການ ພ້ອມດ້ວຍປະຊາຊົນພາຍໃນຂົງເຂດທີ່ຖືກຜົນກະທົບ ພ້ອມໃຈກັນສຸມເຫື່ອເທແຮງຕະລຸມບອນທັງເຊົ້າ ແລະ ແລງ ເພື່ອຊ່ວຍກັນສ້ອມແປງໃຫ້ລະບົບຕາຂ່າຍກັບມາໃຊ້ໄດ້ ໃຫ້ເປັນປົກກະຕິໄວທີ່ສຸດ ເຊິ່ງມູນຄ່າຄວາມເສຍຫາຍທັງໝົດຍັງບໍ່ສາມາດປະເມີນໄດ້.