ເວທີທໍາອິດ ຈະເຮັດໃຫ້ເຕັມທີ່ ໄຊ ພອນໄຊ MRL19 ຜູ້ເຂົ້າປະກວດ Mr International Laos 2019

77

ໜຶ່ງໜຸ່ມທີ່ມີຄວາມຝັນ ຢາກເຮັດວຽກໃນວົງການບັນເທີງ ໝາຍເລກ MRL19 ໃນເວທີປະກວດ Mr International Laos 2019 ໄຊ ພອນໄຊ ແກ້ວວົງກົດ ສູງ 178 ແມັດ ອາຍຸ 23 ປີ.

*

*

*

*

*

ໄຊ ບອກວ່າ: ສຳລັບນ້ອງນີ້ກະບໍ່ໄດ້ຄາດຫວັງຫຍັງຫຼາຍເພາະຢາກເປີດໂອກາດໃຫ້ໂຕເອງເຮັດໃຫ້ສິ່ງທີ່ມັກ, ເຮັດໃຫ້ເຕັມທີ່ ຜົນອອກມາຈະເປັນແນວໃດກໍ່ບໍ່ເສຍໃຈ!!!
*

*

*

*

*

ໄຊ ເປັນຜູ້ທີ່ມີຄວາມສາມາດຫຼາຍດ້ານ ແລະເຊື່ອວ່າການເປັນໂຕຂອງໂຕເອງແມ່ນຈຸດເດັ່ນທີ່ຈະດຶງອອກມາໃຫ້ກຳມະການເຫັນວ່າເຮົາມີດີ ແລະ ມີຄວາມສະມາດ ແລະ ເໝາະສົມກັບເວທີນີ້…

*

*

*

*

ປັດຈຸບັນ ໄຊ ຢູ່ບ້ານ ໂພນພະເນົາ ເມືອງ ໄຊເສດຖາ, ຫາກໍຮຽນຈົບຈາກ ວິທະຍາໄລເຕັກນິກສັບພະວິຊາ ສາຂາ ຂຸດຄົ້ນບໍ່ແຮ່ ແລະ ຕອນນີ້ກໍາລັງຈະເສັງເຂົາຮຽນຕໍ່ປະລິະນຍາຕີ…

*

*

*

*

ເຫດຜົນທີ່ເລືອກເຂົ້າປະກວດເວທີນີ້ກະຄື ຢາກທົດສອບຄວາມສາມາດ, ຢາກປັບປຸງບຸກຂະລິກ ຂອງຕົນເອງເປັນຄົນມັກຄວາມຄວາມທ້າທາຍ ແລະ ສະແຫວງຫາປະສົບການໃໝ່ໆຢູ່ສະເໝີ ແລະ ເວທີນີກໍເປັນເວທີທໍາອິດໃນການປະກວດ ຈິ່ງຄາດວ່າຢ່າງໜ້ອຍໄຊຈະໄດ້ປະສົບການດີໆກັບໄປຕໍ່ຍອດເສັ້ນທາງຝັນຢາກເຂົ້າວົງການບັນເທິງ.

*

*

*

*
ເຄັດລັບໃນການເບິ່ງແຍງຮ່າງກາຍ ແມ່ນອອກກຳລັງກາຍເປັນປະຈຳ ກິນອາຫານໃຫ້ຄົບກັບທີ່ຮ່າງກາຍຕ້ອງການ ພັກຜ່ອນໃຫ້ພຽງພໍ…
ເວລາວ່າງ ມັກເຂົ້າເຟສບຸກເບິ່ງຂ່າວສານ, ເຂົ້າຢູທູບ ແລະ ຫຼິ້ນເກມເປັນບາງຄັ້ງ …

ຜູ້ຍິງໃນສະເປັກ ແມ່ນມັກຜູ້ຍິງຂາຍາວ ແຕ່ບໍ່ສູງ ປະມານ 150-160 ແມັດ, ຜີວຂາວ ແລະ ຜົມດຳຍາວ… ມີອ້າຍເອື້ອຍນ້ອງ 6 ຄົນ ນ້ອງຄົນທີ 6 ລູກຊາຍຫຼ້າເດີ້

ແລະ ສໍາລັບເປົ້າໝາຍໃນອະນາຄົດແມ່ນຢາກເຮັດວຽກໃນການບັນເທີງເປັນນາຍແບບ, ນັກສະແດງ ແລະ ພິທີກອນ…