ສິງກະໂປວາງແຜນສ້າງເມືອງໃໝ່ມຸດລົງໄປໃຕ້ດິນ

107

ຕາມຂ່າວຕ່າງປະເທດລາຍງານວ່າ:ລັດຖະບານສິງກະໂປຄໍານຶງເຖິງບັນຫາຄວາມໜາ ແໜ້ນຂອງປະຊາກອນ ແລະ ການຂະຫຍາຍຕົວຂອງເມືອງທີ່ມີຂໍ້ຈໍາກັດດ້ານເນື້ອທີ່ໃຊ້ສອຍຈຶ່ງອອກແບບເມືອງມຸດລົງໄປຢູ່ໃຕ້ດິນ.

ປັດຈຸບັນ,ສິງກະໂປສ້າງທາງຫຼວງ ແລະ ລະບົບເຄື່ອງປັບອາກາດໃຕ້ດິນທີ່ທັນສະໄໝສໍາເລັດແລ້ວ,ແຕ່ຕອນນີ້ກໍາລັງຫາທາງສ້າງສິ່ງອໍານວນຄວາມສະດວກເພີ່ມເຕີມເພື່ອເພີ່ມປະສິດທິພາບການໃຊ້ເນື້ອທີ່ດິນທາງເທິງ.

ຕາມແຜນການພັດທະນາເມື່ອເດືອນ ມີນາທີ່ຜ່ານມາ,ທາງການສິງກະໂປຕ້ອງວາງສິ່ງອໍານວນຄວາມສະດວກ,ການຂົນສົ່ງ,ໂຮງການອຸດສາຫະກໍາ ແລະ ສາງສິນຄ້າໄວ້ໃຕ້ດິນເພື່ອເປີດທາງເນື້ອທີ່ເທິງດິນ.ແຕ່ບໍ່ເຖິງຂະໜາດໃຫ້ເຮືອນຂອງປະຊາຊົນລົງມາຢູ່ໃຕ້ດິນ.

ອົງການພັດທະນາເມືອງໃໝ່ຜູ້ຮ່າງ ແລະ ພັດທະນາແຜນໃຫ້ຮູ້ວ່າຈະໃຊ້ເທັກໂນໂລຢີສາມມະຕິເຮັດແຜນທີ່ໃຕ້ດິນໂຄງການຕົ້ນແບບ3ໂຄງການ.

ແຕ່ການສ້າງຕຶກໃຕ້ດິນໃນສິງກະໂປກໍຍັງມີຄວາມທ້າທາຍເນື່ອງການກໍ່ສ້າງທີ່ມີສະພາບແວດລ້ອມເປັນເມືອງທັນສະໄໝບໍ່ແມ່ນເລື່ອງງ່າຍໆອີກທັງໂຄງການໃໝ່ໆກໍຕ້ອງແຂ່ງຂັນກັນຫາພື້ນທີ່ວ່າງທີ່ມີລະບົບພື້ນຖານໂຄງລ່າງຮອງຮັບຢູ່ແລ້ວ.

ຢ່າງໃດກໍຕາມກຸ່ມອະນຸລັກສິ່ງແວດລ້ອມໃຫ້ຮູ້ວ່າ:ການຂຸດຊາຍໂດຍບໍ່ມີການຄວບຄຸມຈະເຮັດໃຫ້ຫາດ ແລະ ຝັ່ງແມ່ນໍ້າເສຍຫາຍສົ່ງຜົນກະທົບຕໍ່ສັດປ່າ,ທໍາລາຍແນວກັນນໍ້າຖ້ວມໂດຍທໍາມະຊາດ,ອີກທັງການຂຸດດິນກົ້ນທະເລຈະທໍາລາຍສະພາບແວດລ້ອມນໍາອີກ.