ການປັບຕົວໃຫ້ທັນເຕັກໂນໂລຊີ

200

ໃນປັດຈຸບັນຄວາມກ້າວໜ້າຂອງເຕັກໂນໂລຊີ ໄດ້ມີບົດບາດທີ່ສຳຄັນຕໍ່ວິຖີຊີວິດ ແລະ ສັງຄົມມະນຸດ ເນື່ອງຈາກເຕັກໂນໂລຊີໄດ້ສ້າງການປ່ຽນແປງ ແລະ ໂອກາດໃຫ້ແກ່ອົງກອນ ເຊັ່ນ: ການປ່ຽນແປງໂຄງສ້າງ ແລະ ການແຂ່ງຂັນໃນອຸດສາຫະກຳ, ປັບໂຄງສ້າງການດຳເນີນຂອງອົງກອນເພີ່ມປະສິດທິພາບໃນການຜະລິດ ແລະ ບໍລິການ, ເຕັກໂນໂລຊີກໍ່ໃຫ້ເກີດຮູບແບບໃໝ່ໃນການຕິດຕໍ່ສື່ສານ ແລະ ມີການພົວພັນລະຫວ່າງບຸກຄົນ ເຮັດໃຫ້ມີການພັດທະນາ ແລະ ຂະຫຍາຍຕົວຂອງພູມປັນຍາ ເຊິ່ງຕ້ອງອາໄສບຸກຄົນທີ່ມີຄວາມຮູ້ ແລະ ຄວາມເຂົ້າໃຈໃນການໃຊ້ງານເຕັກໂນໂລຊີ ໂດຍທີ່ຜູ້ບໍລິຫານຈະຕ້ອງກຽມຄວາມພ້ອມສຳລັບອົງກອນ ຄື:

1 ທຳຄວາມເຂົ້າໃຈຕໍ່ບົດບາດຂອງເຕັກໂນໂລຊີທີ່ມີຕໍ່ທຸລະກິດໃນປັດຈຸບັນ.

2 ວາງລະບົບຂໍ້ມູນ – ຂ່າວສານທີ່ກ່ຽວຂ້ອງກັບການຈັດການຂໍ້ມູນຂອງອົງກອນ.

3 ວາງແຜນທີ່ຈະສ້າງ ແລະ ພັດທະນາ.

ໂດຍທີ່ການກຽມງານເພື່ອໃຫ້ການດຳເນີນການພັດທະນາລະບົບຂໍ້ມູນ – ຂ່າວສານຂອງອົງກອນປະສົບຄວາມສຳເລັດຄວນປະກອບດ້ວຍຄື:

ບຸກຄະລາກອນການກຽມບຸກຄະລາກອນໃຫ້ພ້ອມ ເປັນສິ່ງສຳຄັນໃນການທີ່ຈະສ້າງ ແລະ ພັດທະນາ ຕະຫຼອດຈົນການໃຊ້ງານລະບົບຂໍ້ມູນ – ຂ່າວສານ, ເມື່ອເຮັດສຳເລັດແລ້ວບຸກຄະລາກອນທີ່ຕ້ອງຈັດກຽມຄວນເປັນທັງລະດັບຜູ້ບໍລິຫານ, ໄອທີສະເພາະດ້ານ ແລະ ພະນັກງານປະຕິບັດການ ເພື່ອໃຫ້ມີຄວາມຮູ້, ທັກສະ ແລະ ຄວາມເຂົ້າໃຈໃນຂີດຄວາມສາມາດ ແລະ ສັກກະຍະພາບຂອງເຕັກໂນໂລຊີ ໂດຍການຈັດຝຶກອົບຮົມທົ່ວໄປ ແລະ ຝຶກອົບຮົມພິເສດ ລວມທັງການສັນຫາບຸກຄະລາກອນທາງດ້ານຂໍ້ມູນ – ຂ່າວສານໃຫ້ສອດຄ່ອງກັບ ຄວາມຕ້ອງການ ທັງໃນປັດຈຸບັນ ແລະ ໃນອະນາຄົດຂອງໜ່ວຍງານ.

ງົບປະມານກຽມກຳນົດຈຳນວນເງິນ ແລະ ວາງແນວທາງໃນການຊອກຫາເງິນທີ່ຈະມາພັດທະນາລະບົບຂໍ້ມູນ – ຂ່າວສານ ໃຫ້ພຽງພໍກັບແຜນທີ່ວາງໄວ້ ແລະ ສ້າງງົບປະມານສຳລັບການພັດທະນາລະບົບໃນອະນາຄົດ ເນື່ອງຈາກເຕັກໂນໂລຊີຂອງອົງກອນອາດຈະຫຼ້າສະໄໝ ແລະ ສູນເສຍຄວາມສາມາດໃນການແຂ່ງຂັນໃນໄລຍະເວລາອັນສັ້ນ.

ການວາງແຜນຜູ້ບໍລິຫານຕ້ອງສ້າງແຜນ ຫຼື ພັດທະນາລະບົບທັງໃນໄລຍະສັ້ນ ແລະ ໄລຍະຍາວ ເຊິ່ງອາດຈະຕ້ອງມີການຕັ້ງທີມງານ ເຊິ່ງອາດຈະປະກອບດ້ວຍຜູ້ບໍລິຫານ, ຜູ້ໃຊ້, ນັກອອກແບບລະບົບ ແລະ ຜູ້ຊ່ຽວຊານຈາກພາຍນອກມາຮ່ວມງານ.

ອົງກອນທີ່ຈະເລີນເຕີບໂຕໃນອະນາຄົດ ຕ້ອງສາມາດປະຍຸກເຕັກໂນໂລຊີເຂົ້າໄປໃນໂຄງສ້າງລະບົບບໍລິຫານງານ ແລະ ການຕິດຕໍ່ສື່ສານ ໂດຍເຕັກໂນໂລຊີແຕ່ການປະຍຸກເຕັກໂນໂລຊີໃນອົງກອນຈະສົ່ງຜົນກະທົບຕໍ່ການດຳເນີນງານ ແລະ ບຸກຄະລາກອນຫຼາຍກວ່າການເພີ່ມປະສິດທິພາບ ຫຼື ການຫຼຸດຂັ້ນຕອນໃນການເຮັດວຽກ, ການຈັດການເຕັກໂນໂລຊີຈະກ່ຽວຂ້ອງກັບຈະລິຍະທຳ ແລະ ຄວາມຮັບຜິດຊອບຕໍ່ສ່ວນລວມ ເຊັ່ນ: ການໄຫຼວຽນຂອງຂໍ້ມູນຜ່ານຂອບເຂດຂອງອົງກອນ ແລະ ລະ ຫວ່າງປະເທດ, ການຕິດຕາມຜົນ ແລະ ກວດສອບການເຮັດວຽກ ແລະ ອື່ນໆ ເຊິ່ງຜູ້ບໍລິຫານຈະຕ້ອງຕິດຕາມທຳຄວາມເຂົ້າໃຈໃນສັກກະຍະພາບ ແລະ ຜົນກະທົບຂອງເຕັກໂນໂລຊີຕໍ່ອົງກອນ ແລະ ສັງຄົມ ເພື່ອໃຫ້ເລືອກໃຊ້ເຕັກໂນໂລຊີໃຫ້ເກີດປະໂຫຍດສູງສຸດ ແລະ ກໍ່ໃຫ້ເກີດຜົນກະທົບໃນດ້ານລົບໜ້ອຍທີ່ສຸດຕໍ່ອົງກອນ ແລະ ສັງຄົມແວດລ້ອມ.

( ໂດຍ: ສົມລົດ )

( ທີ່ມາ:https://sites.google.com )