ໝາກແໜ່ງພັນກວາງຕຸ່ງສິນຄ້າໃໝ່ ສົ່ງເສີມໃຫ້ປູກຢູ່ 3 ເມືອງແຂວງຫົວພັນ

310

ປັດໄຈໜຶ່ງທີ່ເຮັດໃຫ້ຊາວກະສິກອນບ້ານເຮົາທໍ້ຖອຍບໍ່ຢາກລົງທຶນລົງແຮງເຮັດການຜະລິດ ເນື່ອງຈາກ ບໍ່ມີຕະຫຼາດຮອງຮັບ, ແຕ່ຖ້າມີສັນຍາຜູກພັນສອງສົ້ນ ຈະເພີ່ມຄວາມໝັ້ນໃຈ ແລະ ແຮງກະຕຸ້ນໃຫ້ຜູ້ຜະລິດຫ້າວຫັນຢາກປູກຢາກສ້າງຫຼາຍຂຶ້ນ ເຊິ່ງທ້າຍເດືອນສິງຫານີ້ຫາກໍ່ມີຂ່າວໃໝ່ 3 ເມືອງຂອງແຂວງຫົວພັນຈະໄດ້ມີສິນຄ້າແນວໃໝ່ພ້ອມບ່ອນຈຳໜ່າຍ ໂດຍບໍລິສັດຊີງຕາເປັນຄົນຮັບຊື້.

*

*

ຕາມຂ່າວຈາກທ້ອງຖິ່ນລາຍງານວ່າ: ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນແຂວງຫົວພັນມີຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ ໄປຄຽງຄູ່ກັບການຕ່ຳຫູກໄທໄໝ, ປູກເຂົ້າໄກ່ນ້ອຍທີ່ເປັນສິນຄ້າປາຍແຫຼມແລ້ວຕອນນີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄດ້ເຊັນສັນຍາ ຮ່ວມກັບ ບໍລິສັດຊີງຕາສົ່ງເສີມກະສິກຳ ຈຳກັດຜູ້ດຽວ ເພື່ອສົ່ງເສີມໃຫ້ປະຊາຊົນປູກໝາກແໜ່ງກວາງຕຸ້ງສາຍສຳພັນ ໂດຍຜ່ານກອງທືນບ້ານສາມັກຄີຂອງແນວລາວສ້າງຊາດ.

*

*

ພິທີເຊັນສັນຍາຮ່ວມມືໄດ້ຈັດຂື້ນໃນວັນທີ 29 ສິງຫານີ້, ຢູ່ທີ່ຫ້ອງການແນວລາວສ້າງຊາດແຂວງໂດຍການເຂົ້າຮ່ວມຂອງທ່ານ ຄໍາຜີວ ວົງສະຫວັນ ປະທານແນວລາວສ້າງຊາດແຂວງ, ມີພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງເປົ້າໝາຍຄື ຊຽງຄໍ້, ສົບເບົາ, ວຽງໄຊ, ພ້ອມດ້ວຍບໍລິສັດເຂົ້າຮ່ວມ.

*

*

ຈຸດປະສົງໃນການເຊັນສັນຍາຮ່ວມກັນໃນຄັ້ງນີ້ກໍເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ ແຂວງຫົວພັນ ໂດຍແນໃສ່ເມືອງທີ່ມີເປົ້າໝາຍເໝາະສົມໃນການປູກໜາກແໜ່ງມີຢູ່ 3 ເມືອງຄື ເມືອງຊຽງຄໍ້, ເມືອງສົບເບົາ ແລະ ເມືອງວຽງໄຊ.

*

*

ທັ້ງນີ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ມີໜ້າທີ່ຊີ້ນຳໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ປະສານງານກັບບໍລິສັດ, ການລົງເກັບກຳຂໍ້ມູນຂອງປະຊາຊົນຢູ່ໃນບ້ານ, ຄອບຄົວ, ທີ່ເຫັນວ່າຢາກປູກໝາກແໜ່ງພັນກວາງຕຸ້ງປັບປຸງໃໝ່ ໃຫ້ສັງລວມບັນຊີຈຳນວນຄອບຄົວ, ເນື້ອທີ່ຄວາມຕ້ອງການເບັ້ຍໝາກແໜ່ງ…

*

*

ເພື່ອລາຍງານການນຳເມືອງ, ກອງທືນບ້ານສາມັກຄີແນວລາວສ້າງຊາດ, ເພື່ອໃຫ້ບໍລິສັດຊີງຕາສົ່ງເສີມກະສິກຳຈຳກັດຜູ້ດຽວ ສະໜອງເບັ້ຍໝາກແໜ່ງທີ່ໄດ້ມາດຖານ, ແລ້ວປະສານງານກັບບໍລິສັດໃນການແນະນຳປົກປັກຮັກສາເບັ້ຍ, ເຕັກນິກການປູກ, ການເກັບກູ້ຜົນລະປູກ, ໃຫ້ຖືກຕ້ອງຕາມມາດຖານເຕັກນິກ,

*

ສຳລັບບໍລິສັດຊີງຕາສົ່ງເສີມກະສິກຳຈຳກັດຜູ້ດຽວ ມີໜ້າທີ່ໃນການຮ່ວມມືກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງໃນການສຳຫຼວດເກັບກຳເນື້ອທີ່ ທີ່ຈະປູກຢູ່ບັນດາບ້ານ, ແລ້ວສະໜອງເບັ້ຍໝາກແໜ່ງຕາມການສະເໜີຂອງບ້ານ ໂດຍໄດ້ຮັບການຢັ້ງຢືນຈາກຫ້ອງການກະສິກຳເມືອງ, ການນຳເມືອງ ດ້ວຍລາຄາ 3.500 ກີບຕໍ່ສຸມ,

*

*

ພ້ອມທັງຝືກອົບຮົມແນະນຳວິທີການປູກ, ບົວລະບັດຮັກສາ, ວິທີເກັບກູ້ຜົນຜະລິດໃຫ້ປະຊາຊົນທີ່ປູກໝາກແໜ່ງ, ສ່ວນລາຄາຄໍ້າປະກັນຕໍ່າສຸດທີ່ຊື້ຜົນຜະລິດຈາກປະຊາຊົນໝາກ ແໜ່ງດິບກິໂລລະ 15.000 ກີບ, ໝາກແໜ່ງແຫ້ງກິໂລລະ 120.000 ກີບ, ສ່ວນການຊື້ຂາຍຕົວຈີງແມ່ນອີງຕາມລາຄາຊື້ຂາຍຕາມທ້ອງຕະຫຼາດໃນແຕ່ລະປີ, ໂດຍແມ່ນພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນຜູ້ຄຸ້ມຄອງ.
*

*

ຖ້າຫາກວ່າປະຊາຊົນປູກເບ້ຍໝາກແໜ່ງແລ້ວເບ້ຍໝາກ ແໜ່ງຫາກຕາຍເປັນຍ້ອນເບັ້ຍບໍລິສັດຈະສົ່ງເງີນຄືນ, ຖ້າຫາກວ່າປູກແລ້ວເປັນຍ້ອນປະຊາຊົນບໍ່ຮັກສາ, ຂາດຄວາມຮັບຜິດຊອບ, ບໍລິສັດຈະບໍ່ທົດແທນຄືນ, ໃນກໍລະນີປູກຖືກຕ້ອງຕາມເຕັກນິກ ແລະ ຄົບຖ້ວນຕາມມາດຖານເງື່ອນໄຂໄດ້ 4 ປີແລ້ວບໍ່ເປັນໝາກຍ້ອນແນວພັນ ບໍລິສັດຈະສົ່ງເງີນຄ່າເບັ້ຍໝາກແໜ່ງໃຫ້ປະຊາຊົນທັງໝົດໃນປີທີ 4 ໂດຍອີງໃສ່ການກວດກາຂອງບ້ານ, ຫ້ອງການກະສິກຳເມືອງ, ຄະນະກອງທືນບ້ານສາມັກຄີແນວລາວສ້າງຊາດ ຕາມສະພາບຄວາມເປັນຈີງ.