ສາວບ້ານດອນໜູນ ອາງຸ່ນ ດວງປັນຍາ ໜຶ່ງຜູ້ເຂົ້າປະກວດ Miss World Laos 2019

92

ອີກໜຶ່ງກອງປະກວດ ເວທີ Miss World Laos ມີສເວີຣລາວ 2019 ທີ່ຫຼາຍໆຄົນເຝົ້າຕິດຕາມນໍາກັນຢູ່ ທີ່ປັດຈຸບັນບັນດາສາວໆ ກໍໄດ້ໄປຮ່ວມເກັບຕົວ ເຮັດກິດຈະກໍາຕ່າງໆຮ່ວມກັນ ເພື່ອເກັບຄະແນນຈົນກວ່າຈະເຖິງມື້ຕັດສິນ.

*

*

*

*

ຂໍແນະນໍາໜຶ່ງສາວ ໄວ 18 ປີ ອາງຸ່ນ ດວງປັນຍາ  ສູງ 165 ຊັງຕີແມັດ ຜູ້ເຂົ້າປະກວດໝາຍເລກ 17  ຢູ່ບ້ານດອນໝູນ ເມືອງໄຊທານີ ນະຄອນຫລວງວຽງຈັນ, ປັດຈຸບັນຮຽນຢູ່ສຸກສະຫວັດ ຊັ້ນມໍ7.

*

*

 

*

*

ສາວ ອາງຸ່ນ ເປັນສາວຄົນໜຶ່ງທີ່ພ້ອມເຮັດໃຫ້ທຸກຢ່າງເປັນໄປໄດ້  ເຊິ່ງມີຄວາມສາມາດໃນການເປັນພິທີກອນ ແລະ ຫລິ້ນກິລາໄດ້.

ອາງຸ່ນ ດວງປັນຍາ ບອກວ່າ:  ຢາກເປັນຕົວແທນຂອງແມ່ຍິງລາວທຸກຄົນໄປເຜີຍແຜ່ວັດທະນະທຳ ຮີດຄອງປະເພນີ ການນຸ່ງຖືທີ່ເປັນເອກະລັກຂອງຄົນລາວອອກສູ່ສັງຄົມໃຫ້ຊາວໂລກໄດ້ຮັບຮູ້ເຖິງຄວາມສວຍງາມຂອງປະເທດລາວ.

*

*

*

*

ເປົ້າໝາຍໃນອານາຄົດແມ່ນຢາກເປັນໝໍ ເພາະຕັ້ງແຕ່ເກີດມາກະເຫັນແຕ່ພໍ່ແມ່ໄປຫາໝໍເວລາເຈັບເປັນ ແລະ ນ້ອງເລີຍຄິດວ່າຢາກເປັນຄົນທີ່ຈະດູແລພວກເພິ່ນເອງ ແລະ ຈະໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນອີກຫຼາຍໆຊິວິດອີກ ແລະນ້ອງກະຢາກເຮັດວຽກໃນວົງການບັນເທີງໄປນຳ.

*

*

*

ອີກສິ່ງໝຶ່ງທີ່ສຳຄັນທີ່ສຸດເລີຍກະຄືຢາກເປັນຕົວແທນຂອງ Miss world  Laos ນີ້ ເພື່ອໄປເຜີຍແຜ່ຄວາມເປັນລາວສູ່ສາກົນ