ທ່ານນາຍົກສົ່ງສານເຖິງຄູ-ນັກຮຽນສົກຮຽນໃໝ່ໃຫ້ມີຜົນງານທີ່ຍິ່ງໃຫຍ່ກວ່າເກົ່າ

309

 

ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ 2019-2020 ນີ້, ໃນນາມລັດຖະບານ ແລະ ໃນນາມສ່ວນຕົວ, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສົ່ງສານເຖິງຂະແໜງການສຶກສາ ຂໍຝາກຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນ, ຄຳອວຍພອນອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ ທຸກຂັ້ນ, ຄູ, ອາຈານ ແລະ ນັກຮຽນ-ນັກສຶກສາທຸກໆຄົນ ໃນທົ່ວປະເທດ, ຂໍໃຫ້ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າ ຕະຫຼອດສົກຮຽນໃຫມ່ນີ້ ແລະ ຕະຫຼອດໄປ.

 

ໂດຍເຫັນຄວາມສຳຄັນຂອງຊັບພະຍາກອນມະນຸດ, ຊຶ່ງເປັນກຳລັງແຮງອັນໃຫຍ່ຫຼວງຂອງການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ໝັ້ນຄົງນັ້ນ, ພັກ ແລະ ລັດ ໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ການພັດທະນາການສຶກສາ ດ້ວຍການຍົກຄຸນນະພາບຂອງການຮຽນ-ການສອນ ໃຫ້ມີຄຸນນະພາບ ນັບມື້ນັບສູງຂຶ້ນ ເປັນການສ້າງຊັບພະຍາກອນມະນຸດຂອງຊາດໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນແຕ່ລະໄລຍະ ເພື່ອນໍາເອົາປະເທດຊາດ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ສືບຕໍ່ກ້າວເດີນໄປຂ້າງໜ້າດ້ວຍຄວາມໜັກແໜ້ນ, ໝັ້ນຄົງ ຕາມແນວທາງ ແລະ ເປົ້າໝາຍຂອງພັກ ແລະ ລັດເຮົາ.

 

ໃນສົກຮຽນຜ່ານມາ, ເຖິງວ່າປະເທດເຮົາໄດ້ປະເຊີນກັບຄວາມຫຍຸ້ງຍາກຫຼາຍປະການ, ອັນເນື່ອງມາຈາກໄພທຳມະຊາດ ເຮັດໃຫ້ພື້ນຖານໂຄງລ່າງຂອງການສຶກສາໄດ້ຮັບຜົນກະທົບປານໃດກໍ່ຕາມ ແຕ່ ສະພາບການຮຽນ-ການສອນ ກໍ່ຍັງສາມາດດຳເນີນໄດ້ດ້ວຍບັນຍາກາດທີ່ດີ ແລະ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ການພັດທະນາຫຼັກສູດຊັ້ນປະຖົມ ປ1 ໃໝ່, ການຮຽນການສອນສາມັນປະສົມວິຊາຊີບ ໃນມັດທະຍົມສຶກສາຕອນປາຍ, ໄດ້ມີຄວາມພະຍາຍາມຍົກລະດັບຄຸນນະພາບຂອງການສຶກສາຂຶ້ນຕື່ມ ເພື່ອໃຫ້ເທົ່າທຽມກັບມາດຕະຖານຂອງບັນດາປະເທດໃນພາກພື້ນ ເທື່ອລະກ້າວ. ພວກເຮົາມີຄວາມພາກພູມໃຈ ທີ່ເຫັນວ່າ ໃນເວທີການແຂ່ງຂັນດ້ານການສຶກສາໃນລະດັບພາກພື້ນ ແລະ ສາກົນ, ນັກຮຽນລາວເຮົາ ກໍ່ສາມາດຍາດໄດ້ຫຼາຍລາງວັນສໍາຄັນມາໃຫ້ແກ່ປະເທດຊາດເຮົາ.

ໃນສານໄດ້ລະບຸວ່າ: ສົກປີຮຽນຜ່ານມາ ແມ່ນອັດຕາປະລະການຮຽນຂອງນັກຮຽນ ປ 1 ຫຼຸດລົງ, ອັດຕາການເຂົ້າຮຽນຂອງເດັກ 5 ປີ ເພີ່ມຂຶ້ນ, ຈຳນວນນັກຮຽນທີ່ສະໝັກເຂົ້າສາຍອາຊີວະສຶກສາ ເພີ່ມຂຶ້ນກວ່າເກົ່າ; ນີ້ມັນສະແດງໃຫ້ເຫັນວ່າ ໄດ້ມີການຫັນປ່ຽນຄວາມຄິດ ແລະ ຄ່ານິຍົມ ຂອງການຮຽນຮູ້ໃຫ້ໄປຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ແມ່ນດີຂຶ້ນ.

 

ເພື່ອເຮັດໃຫ້ສົກປີການສຶກສາ 2019-2020 ດຳເນີນໄປຢ່າງມີປະສິດທິຜົນ ແລະ ສືບຕໍ່ພັດທະນາລະບົບການສຶກສາ ໃຫ້ຂະຫຍາຍຕົວ ຢ່າງໜັກແໜ້ນເຂັ້ມແຂງ ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມ ຂອງປະເທດເຮົາ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ປະຕິບັດກົດໝາຍ ແລະ ລະບຽບການດ້ານການສຶກສາ ຢ່າງເຂັ້ມງວດ; ເອົາໃຈໃສ່ພັດທະນາສະຖານການສຶກສາ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ, ເອົາໃຈໃສ່ ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ ໃນແຕ່ລະສະຖານການສຶກສາ ກໍ່ຄື ໃນທົ່ວຂະແໜງການສຶກສາ ຂອງປະເທດ ແລະ ສ້າງໃຫ້ມີບາດກ້າວໃໝ່ ທີ່ນັບມື້ນັບມີຄຸນນະພາບປອດໃສ ແລະ ກ້າວໜ້າທັນສະໄໝ.

ບັນດາຄູ-ອາຈານ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານອັນມີກຽດສະຫງ່າຂອງຕົນ, ສືບຕໍ່ຮຽນຮູ້ເອົາຄວາມຮູ້ໃໝ່ໆ ເພື່ອຖ່າຍທອດໃຫ້ແກ່ນັກຮຽນ, ນັກສຶກສາ ຢ່າງເປັນປະຈຳ, ເຝິກຝົນ ຈັນຍາບັນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ ແລະ ເຕັກນິກວິທີການສອນ ທີ່ສ້າງສັນ, ຫຼາກ ຫຼາຍ, ທັນກັບສະພາບການ ແລະ ນຳເອົາເຕັກໂນໂລຊີໃໝ່ ເພື່ອສົ່ງຄວາມຮູ້ ໃຫ້ແກ່ນັກຮຽນ-ນັກສຶກສາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນ.

ນັກຮຽນ-ນັກສຶກສາ ຕ້ອງຕັ້ງໃຈຄົ້ນຄວ້າ ຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ມີຄວາມດຸໝັ່ນຂະຫຍັນພຽນ, ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນທີ່ດີ, ນັກຮຽນເກັ່ງ ຂອງຄູ-ອາຈານ, ເປັນລູກຫຼານທີ່ດີຂອງຜູ້ປົກຄອງ, ເປັນພົນລະເມືອງດີຂອງປະເທດຊາດ ແລະ ເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດ ເພື່ອສືບທອດພາລະກິດຂອງຊາດທີ່ອະນາຄົດ ຂອງປະເທດຈະໄດ້ມອບໝາຍໃຫ້.