Monthly Archives: August, 2019

ຊົມເຊີຍ! ປູເປ້ ຄວ້າແຊັມພ້ອມເງິນ 600 ເອີໂຣທີ່ຝຣັ່ງ

ຕາມການລາຍງານຂອງ ທ່ານ ພູເຂົາທອງ ພົມມະວົງ ທັງເປັນຜູ້ປົກຄອງ ແລະ ຜູ້ຈັດການສ່ວນຕົວຂອງ ນ້ອງ ປູເປ້ ລາຍງານຈາກປະເທດຝຣັ່ງ ວ່າ: ນ້ອງ ອາລິຍາ ວົງດາລາ ຫຼື ນ້ອງ ປູເປ້ ນັກລາເທັນນິສເຍົາວະຊົນລາວ ຮຸ່ນ 14 ປີຍິງ ເດີນທາງໄປເຂົ້າຮ່ວມການແຂ່ງຂັນເທັນນິສ 2 ລາຍການ...

ເປີດການກໍ່ສ້າງໂຄງລ່າງພື້ນຖານ ກຽມສຳຫຼວດບໍ່ແຮ່ຢູ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ

ນັບແຕ່ປີ 2017 ເປັນຕົ້ນມາ ບໍລິສັດ ໂຈ້ ບຸນມີ ກຣຸບ ຈໍາກັດ ຮ່ວມກັບ ກົມເສດຖະກິດ ກະຊວງປ້ອງກັນປະເທດ ໄດ້ສຶກສາຄວາມເປັນໄປໄດ້ຂອງການຂຸດຄົ້ນແຮ່ຄຳ ແລະ ແຮ່ຕິດພັນອື່ນໆຢູ່ເຂດບ້ານນາຕີ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໃນເນື້ອທີ່ 234 ກິໂລຕາແມັດ. ຈາກຜົນສໍາເລັດດັ່ງກ່າວມາເຖິງວັນທີ 28 ສິງຫາ 2019 ທັງສອງຝ່າຍກໍໄດ້ມີພິທີວາງສີລາລືກເປີດການກໍ່ສ້າງພື້ນຖານໂຄງລ່າງໂຄງການຮ່ວມມືຊອກຄົ້ນ,...

ເຝົ້າລະວັງ!! ພາຍຸໂພດູຈະພັດເຂົ້າລາວບ່າຍມື້ນີ້, ເຊໂນຝົນແຮງເປັນພິເສດ

ທົ່ວທຸກພາກຍັງມີຝົນຕົກຢ່າງຕໍ່ເນື່ອງອາດຈະບໍ່ຕົກທົ່ວທຸກເຂດ ແຕ່ດ້ວຍພາຍຸໜູນເຂດຮ້ອນ ໂພດູ ທີ່ກຳລັງຈະພັດເຂົ້າພາກກາງຂອງລາວ ນັບແຕ່ບ່າຍມື້ນີ້ວັນທີ 30-31 ສິງຫາ ຂໍໃຫ້ປະຊາຊົນທຸກທົ່ວໜ້າມີສະຕິເຝົ້າລະວັງຕໍ່ສະພາບນ້ຳຖ້ວມທີ່ອາດເກີດຂຶ້ນ, ຂະນະທີ່ປະລິມານນໍ້າຝົນຈາກການວັດແທກຕະຫຼອດ 24 ຊົ່ວໂມງ ໃນວັນທີ 29 ສິງຫາ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ ເຂດທີ່ມີປະລິມານນໍ້າຝົນຫຼາຍກວ່າໝູ່ແມ່ນເຊໂນ ວັດແທກໄດ້ 185 ມິນລີແມັດ; ຮອງລົງມາ ສະຫວັນນະເຂດ ວັດແທກໄດ້...

ພາກລັດມີແນວພັນເຂົ້າ ແລະ ລົດສູບນໍ້າເຄື່ອນທີ່ ພ້ອມຕ້ານແລ້ງ – ຕ້ານຖ້ວມ

ປີນີ້ປະຊາຊົນໃນຂອບເຂດທົ່ວປະເທດ ຕ້ອງປະເຊີນໜ້າກັບໄພທຳມະຊາດຢ່າງໜັກໃນການປູກພືດກະສິກຳ ທັງພົບກັບສະພາບຄວາມແຫ້ງແລ້ງແກ່ຍາວກວ່າທຸກປີ, ສັດຕູພືດທຳລາຍຜົນລະປູກ, ຕົກມາຮອດເດືອນສິງຫາຫຼາຍພື້ນທີ່ກັບພົບກັບສະພາບນ້ຳຖ້ວມ ດ້ານພາກລັດກໍໄດ້ກຽມທັງແນວພັນເຂົ້າ ແລະ ຈັກສູບນ້ຳເຄື່ອນທີ່ເພື່ອຮັບມືກັບສະພາບດັ່ງກ່າວ. ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ສໍາພາດແກ່ທີມຂ່າວພວກເຮົາວ່າງບໍ່ດົນມານີ້ວ່າ: ພາກລັດມີແນວພັນເຂົ້າແຮໄວ້ຕ້ານແລ້ງ - ຕ້ານຖ້ວມ ເພື່ອຊ່ວຍເຫຼືອຊາວກະສິກອນຈໍານວນ 160 ໂຕນ ເຊິ່ງກ່ອນໜ້ານີ້ໄລຍະທີ່ລາວເຮົາປະເຊີນກັບໄພແຫ້ງແລ້ງ ກໍໄດ້ນໍາແນວພັນດັ່ງກ່າວໄປຊ່ວຍເຫຼືອແຂວງໄຊຍະບູລີ...

ສານປະຊາຊົນສູງສຸດ ສ.ກູບາ ຢ້ຽມຢາມລາວຄັ້ງທຳອິດ ເພື່ອເຊື່ອມໂຍງສາຍສຳພັນ

ສປປ ລາວ ແລະ ສ. ກູບາເປັນສອງປະເທດສັງຄົມນິຍົມທີ່ມີສາຍພົວພັນຮ່ວມມືດ້ວຍດີສະເໝີມາ ບໍ່ວ່າທາງດ້ານການເມືອງ ແລະວັດທະນະທຳ-ສັງຄົມ, ຫຼ້າສຸດນີ້ປະທານສານປະຊາຊົນສູງສຸດຂອງ ສ.ກູບາກໍ່ເດີນທາງມາຢ້ຽມຢາມລາວຄັ້ງທຳອິດ ເພື່ອເຊື່ອມມິດສຳພັນໃນວຽກງານສານ. ເພື່ອເປັນການສານສາຍສຳພັນມິດຕະພາບການຮ່ວມມືທີ່ດີ ລະຫວ່າງສານປະຊາຊົນສູງສຸດຂອງ ສ. ກູບາ ແລະ ສານປະຊາຊົນສູງສຸດຂອງ ສປປ ລາວ ກໍ່ຄືປະຊາຊົນທັງສອງຊາດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນໆ ໃນວັນທີ 29 ສິງຫາ 2019 ທ່ານ...

ເສັ້ນທາງຫຼາຍຈຸດຢູ່ວິລະບູລີ ນໍ້າຖ້ວມ, ໜັກສຸດທາງ 28A

ອີງຕາມນັກຂ່າວທ້ອງຖິ່ນ ເມືອງວິລະບູລີ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ວັນທີ 30 ສິງຫາ 2019 ນີ້, ຝົນຍັງສືບຕໍ່ຕົກໜັກ ແລະ ມີລົມແຮງ, ລະດັບນ້ຳເຊ ແລະ ສາຍຫ້ວຍຕ່າງໆ ເພີ່ມຂຶ້ນໄວຢ່າງໄວ ແລະ ຖ້ວມເນື້ອທີ່ນາ, ສວນ ແລະ ບ່ອນທຳການຜະລິດຂອງປະຊາຊົນລວມເຖິງເສັ້ນທາງຕ່າງໆກໍ່ມີຫຼາຍຈຸດຖືກຕັດຂາດ. *   * ປັດຈຸບັນ ເສັ້ນທາງ 28A ເຊິ່ງເປັນເສັ້ນທາງຫຼັກ ແມ່ນຖືກຕັດຂາດແລ້ວຫຼາຍຈຸດ,...

ກຸ່ມເອ ປາຣີສ ປະທະ ມາດຣິດ! ຜົນການຈັບສະຫຼາກຢູຟາ ແຊັມປ້ຽນລີກ ຮອບແບ່ງກຸ່ມ

ຜົນການຈັບສະຫຼາກບານເຕະ ຢູຟາ ແຊັມປ້ຽນລີກ ລະດູການ 2019/20 ຮອບແບ່ງກຸ່ມ  ເມື່ອວັນພະຫັດ ທີ 29 ສິງຫາ ທີ່ຜ່ານມາ. ກຸ່ມ A ປາຣີສ ແຊັງແຊັກແມັງ (ຝຣັ່ງ) ເຣອັລ ມາດຣິດ (ແອັດສະປາຍ) ຄລັບ ບຣູຊ (ແບນຊິກ) ກາລາຕາຊາລາຍ (ຕຸລະກີ) ກຸ່ມ B ບາເຢິນ ມິວນິກ (ເຢຍລະມັນ) ທັອດແນັມ ຮັອດສະເປີ (ອັງກິດ) ໂອລິມເປຍກອສ...

ແຂວງຫົວພັນ ແຕ່ງຕັ້ງຫົວໜ້າພະແນກການຕ່າງປະເທດ ຜູ້ໃໝ່

ວັນທີ 28 ສິງຫານີ້ ແຂວງຫົວພັນ ໄດ້ຈັດພິທີແຕ່ງຕັ້ງຫົວໜ້າພະແນກການຕ່າງປະເທດ ແຂວງຫົວພັນຜູ້ໃໝ່ ຂຶ້ນຢູ່ທີ່ ສໍານັກງານຫ້ອງວ່າການແຂວງຫົວພັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ແພງ ກັນຍາພິມ ຮອງເລຂາພັກແຂວງ ຮອງເຈົ້າແຂວງຫົວພັນ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງຊຽງຄໍ້ ຕະຫຼອດຮອດພະນັກງານວິຊາການພະແນກການຕ່າງປະເທດເຂົ້າຮ່ວມນໍາ. ໃນພິທີ ທ່ານ ຕົ່ງລີເຕັ່ງ...

ເປີດຮັບສະໝັກປະກວດນາງສາວຊົນເຜົ່າມົ້ງ

ສວນພຶກສາ ຈັດງານຖະແຫຼງຂ່າວໂຄງການປະກວດນາງສາວຊົນເຜົ່າມົ້ງ ນະຄອນຫຼວງວຽງຈັນ, ງານບຸນກິນຈຽງເຜົ່າມົ້ງ ແລະ ໂຄງການປະກວດນັກຮ້ອງສຽງດີຊົນເຜົ່າມົ້ງ 2020 ຂຶ້ນໃນວັນທີ 28 ສິງຫາ 2019 ທີ່ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ...

ທຳລາຍສິນຄ້ານໍາເຂົ້າຜິດກົດໝາຍ ຄັ້ງໃຫຍ່ມູນຄ່າຫຼາຍກວ່າ500ລ້ານກີບ

ກະຊວງອຸດສາຫະກຳ ແລະ ການຄ້າ ທຳລາຍສິນຄ້ານອກລະບົບປະເພດກ່ອງຮັບສັນຍານໂທລະພາບຜ່ານດາວທຽມ ລຸ້ນ Infoset, IMP ແລະ ອື່ນໆທີ່ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງຕາມກົດໝາຍຂອງລາວ ມູນຄ່າ 500 ກວ່າລ້ານກີບ. ໃນຕອນບ່າຍຂອງວັນທີ 29 ສິງຫາ 2019 ທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍສິນຄ້ານອກລະບົບ ປະເພດກ່ອງຮັບສັນຍານໂທລະພາບຜ່ານດາວທຽມ ລຸ້ນ...
- Advertisment -
Slide
Slide

Most Read

error: Content is protected !!