ຈະປ່ອຍນໍ້າຜ່ານອຸໂມງກາງເຂື່ອນ ເຊປຽນ-ເຊນໍ້ານ້ອຍ, ໃຜຢູ່ລຸ່ມເຂື່ອນຍົກຍ້າຍໄປບ່ອນປອດໄພ

158

ເນື່ອງຈາກໄລຍະນີ້ ມີຝົນຕົກຕິດຕໍ່ກັນຫຼາຍວັນ ບວກກັບພາຍຸເຂດຮ້ອນໂພດູ ໄດ້ຜ່ານປະເທດລາວ ສົ່ງຜົນໃຫ້ມີຝົນຫຼາຍເຮັດໃຫ້ປະລິມານນໍ້າໃນອ່າງເກັບກັກນໍ້າຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ເພີ່ມຂຶ້ນ. ດັ່ງນັ້ນ, ເພື່ອຄວາມປອດໄພຂອງຕົວເຂື່ອນ ບໍລິສັດຈຳເປັນຕ້ອງປ່ອຍນໍ້າຜ່ານອຸໂມງກາງເຂື່ອນໃນປະລິມານ 100-150 ແມັດກ້ອນຕໍ່ວິນາທີ ເຊິ່ງຈະເລີ່ມເປີດໃນວັນທີ 31 ສິງຫາ ຫຼື 1 ກັນຍາ 2019 ນີ້.

ດັ່ງນັ້ນ, ບໍລິສັດ ເຊປຽນ-ເຊນໍ້ານ້ອຍ ໄດ້ແຈ້ງການເຖິງ ທ່ານເຈົ້າແຂວງ ອັດຕະປື ແຈ້ງການປ່ອຍນໍ້າຜ່ານອຸໂມງປ່ອຍນໍ້າກາງເຂື່ອນ ແລະ ການອົບພະຍົບປະຊາຊົນອອກຈາກເຂດລຸ່ມເຂື່ອນ ຕາມແມ່ນໍ້າເຊປຽນ ສະບັບເລກທີ PNPC-CD-195/2019 ລົງວັນທີ 31 ສິງຫາ 2019.

ບໍລິສັດ ເຊປຽນ-ເຊນໍ້ານ້ອຍ ຈຳກັດແຈ້ງມາຍັງທ່ານຊາບວ່າ ບໍລິສັດ ຈະທຳການປ່ອຍນໍ້າຜ່ານອຸໂມງປ່ອຍນໍ້າກາງເຂື່ອນ ( Middle-level Outlet) ຂອງເຂື່ອນກັ້ນນໍ້າ D ແຫ່ງໃໝ່ ເພື່ອຮັກສາລະດັບນໍ້າໃນອ່າງເກັບນໍ້າເຊນໍ້ານ້ອຍ ບໍ່ໃຫ້ຖ້ວມກາຍລະດັບສັນເຂື່ອນຂອງເຂື່ອນກັ້ນນໍ້າ D ແຫ່ງໃໝ່ ທີ່ກຳລັງກໍ່ສ້າງ ເພື່ອຄວາມປອດໄພ ອຸໂມງປ່ອຍນໍ້າຂອງກາງເຂື່ອນ ແມ່ນອົງປະກອບຂອງເຂື່ອນກັ້ນນໍ້າ D ແຫ່ງໃໝ່.

ການດຳເນີນການປ່ອຍນໍ້າຜ່ານອຸໂມງປ່ອຍນໍ້າກາງເຂື່ອນ ແມ່ນຈະເຮັດໃຫ້ນໍ້າຈາກອ່າງເກັບນໍ້າເຊນ້ອຍ ໄຫຼອອກສູ່ສາຍນໍ້າ ແລະ ເປັນເຫດໃຫ້ແມ່ນໍ້າເຊປຽນສູງຂຶ້ນ. ຊິ່ງພວກເຮົາຄາດວ່າການປ່ອຍນໍ້າແມ່ນຈະຢູ່ໃນລະດັບ 100 ຫາ 150 ແມັດກ້ອນຕໍ່ວິນາທີ. ອຸໂມງປ່ອຍນໍ້າກາງເຂື່ອນ ແມ່ນຈະເລີ່ມເປີດໃນວັນທີ 31 ສິງຫາ ຫຼື 1 ກັນຍາ 2019.

ປັດຈຸບັນເຫັນວ່າ ລະດັບນໍ້າໃນແມ່ນໍ້າເຊປຽນມີຄວາມສູງຢູ່ແລ້ວ ເນື່ອງຈາກປະລິມມານຝົນຈາກພາຍຸເຂຮ້ອນໂພດູ. ດັ່ງນັ້ນ ບໍລິສັດ ສະເໜີໃຫ້ມີການນໍາໃຊ້ແຜນປະຕິບັດງານສຸກເສີນ (Emergency Action plan ແລະ ຮຽກຮ້ອງໃຫ້ລັດຖະບານ ແລະ ນາຍບ້ານ ແນະນຳ ແລະ ສັ່ງໃຫ້ບັນດາຄົວເຮືອນ ຍ້າຍໄປຢູ່ບ່ອນປອດໄພ ຕາມເຂດພັກຊົ່ວຄາວ ພ້ອມນັ້ນ ກໍ່ໃຫ້ປິດກັ້ນຂົວໃໝ່, ປິດກັ້ນຖະໜົນທີ່ເຂົ້າໄປຫາແມ່ນໍ້າເຊປຽນ.

ເຊິ່ງການປະຕິບັດງານໃນຄັ້ງນີ້ ບໍລິສັດ SKEC ໄດ້ເດີນທາງໄປ ເມືອງສະໜາມໄຊ ເພື່ອເຮັດວຽກຮ່ວມນາຍບ້ານ ໃນໄລຍະວັນທີ 30 ສິງຫາ 2019 ເພື່ອແຈ້ງໃຫ້ພໍ່ແມ່ນປະຊາຊົນ ໃຫ້ອອກຫ່າງຈາກແມ່ນໍ້າເຊປຽນ ທັງນີ້ ກໍ່ເພື່ອຄວາມປອດໄພ ແລະ ປ້ອງກັນຕົນເອງອອກຈາກໄພພິບັດທີ່ອາດຈະເກີດຂຶ້ນ.