ຫີນໜາມໜໍ່ ມໍລະດົກໂລກແຫ່ງໃໝ່ ຕອນນີ້ພວມຂຸ້ນຂ້ຽວເລື່ອງເອກະສານ

910

ທ່ານຮູ້ຫຼືບໍ່ວ່າປັດຈຸບັນນີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພວມສົມທົບກັບບັນດາຂະແໜງການ ແລະ ອົງການ ຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຂຸ້ນຂ້ຽວກະກຽມເອກະສານຄຳຮ້ອງກ່ຽວກັບປ່າສະຫງວນແຫ່ງຊາດຫິີນໜາມໜໍ່, ເມືອງບົວລະພາ ແຂວງຄຳມ່ວນ ແລະ ປະສານສົມທົບກັບລັດຖະບານ ສສ ຫວຽດນາມ ໃນການນຳສະເໜີຂຶ້ນເປັນມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນ ກັບປ່າສະຫງວນຟອງຍາເກບັງ ແຂວງກວາງບິງ ຂອງຫວຽດນາມ.

ເຊິ່ງຄາດວ່າ ປ່າສະຫງວນແຫ່ງຊາດຫີນໜານໜໍ່ ຈະໄດ້ກາຍເປັນມໍລະດົກໂລກຂອງທຳມະຊາດແຫ່ງທຳອິດຂອງ ສປປ ລາວ, ທັງຈະເປັນມໍລະດົກໂລກທາງທຳມະຊາດຊາຍແດນແຫ່ງທຳອິດ ໃນພາກພື້ນນີ້ອີກດ້ວຍ.
ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຂອງຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກ ໃນວັນທີ 29 ສິງຫາ 2019 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານຄະນະກຳມະການລະດັບຊາດເພື່ອມໍລະດົກໂລກຂອງສປປ ລາວ, ແລະ ໂດຍມີຜູ້ແທນຈາກສາທາລະນະລັດສັງຄົມນິຍົມຫວຽດນາມ, ອົງການປົກຄອງແຂວງຄໍາມ່ວນ, ອົງການ UNESCO, IUCN ແລະ GIZ ເຂົ້າຮ່ວມ.

ກອງປະຊຸມຂອງຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກໃນຄັ້ງນີ້ ຜູ້ແທນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃນດ້ານຕ່າງໆ ເພື່ອໃຫ້ບັນລຸເປົ້າໝາຍ ໃນການເຮັດໃຫ້ເຂດຫີນໜາມໜໍ່ ເມືອງບົວລະພາ, ແຂວງຄຳມ່ວນນີ້ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກທາງທໍາມະຊາດຮ່ວມກັນລະຫວ່າງ ລາວ ແລະ ຫວຽດນາມໃຫ້ໄດ້ໃນທີ່ສຸດ.
ໂດຍອີງໃສ່ແຜນຍຸດທະສາດຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 2016-2020, ໄປຄຽງຄູ່ກັບການປົກປັກຮັກສາມໍລະດົກວັດທະນະທຳ, ມໍລະດົກທາງດ້ານທຳມະຊາດ ກໍ່ແມ່ນ ເປັນບຸລິມະສິດໜຶ່ງທີ່ສຳຄັນຂອງຊາດ.

ທ່ານ ບໍ່ແສງຄຳ ວົງດາລາ ໄດ້ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ່ໄດ້ຫຼິງເຫັນຄຸນຄ່າຂອງດ້ານວັດທະນາທຳ, ຈຶ່ງໄດ້ເອົາໃຈໃສ່ປົກປ້ອງ, ຟື້ນຟູ, ອະນຸລັກ, ສືບທອດ ແລະ ສົ່ງເສີມຢ່າງຕັ້ງໜ້າ ບັນດາມໍລະດົກທາງວັດທະນະທຳຂອງຊາດໃຫ້ຍືນຍົງຄົງຢູ່ຄູ່ກັບຊາດລາວ ແລະ ຄົນລາວ ຕະຫຼອດໄປ, ຖືເອົາທ່າແຮງທາງດ້ານມູນເຊື້ອວັດທະນະທຳ ເປັນໃຈກາງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ທັງເປັນພະລັງຍູ້ດັນເພື່ອເຮັດໃຫ້ສັງຄົມລາວ ໄດ້ພັດທະນາກ້າວຂື້ນ ບົນພື້ນຖານການປົກປັກຮັກສາ ແລະ ເຊີດຊູເອກະລັກທາງວັດທະນະທຳດ້ານວັດຖຸ ກໍ່ຄື ວັດທະນະທຳດ້ານຈິດໃຈ, ອັນໄດ້ແກ່ ພູມປັນຍາ, ຮີດຄອງປະ ເພນີ, ສິລະປະ-ຫັດຖະກຳພື້ນເມືອງ ແລະ ອື່ນໆທີ່ສືບທອດກັນມາຕັ້ງແຕ່ຄົນຮຸ່ນຫຼັງ.

ເຊິ່ງທັງໝົດເຫຼົ່ານີ້ລ້ວນແຕ່ເປັນຊັບພະຍາກອນທາງດ້ານວັດທະນະທຳອັນລ້ຳຄ່າຂອງຊາດ, ແລະ ເປັນສະເນ່ດືງດູດນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ໃຫ້ຫຼັ່ງໄຫຼກັນມາທ່ຽວຊົມ.
ພາຍໃຕ້ຂອບຂອງອົງການອຸຍແນສໂກ, ສົນທິສັນຍາມໍລະດົກໂລກ ທີ່ຖືກສ້າງຕັ້ງຂື້ນເມື່ອປີ 1972, ນັບວ່າເປັນສົນທິສັນຍາທີ່ມີບັນດາປະເທດໃນທົ່ວໂລກເຂົ້າຮ່ວມເປັນພາຄີຫຼາຍທີ່ສຸດເຖີງ 193 ປະເທດ.

ໃນປີ 1987, ສປປ ລາວ ກໍ່ໄດ້ລົງນາມເຂົ້າຮ່ວມເປັນລັດພາຄີ ແລະ ມາເຖິງປະຈຸບັນນີ້, ສປປ ລາວ ກໍ່ມີມໍລະດົກໂລກທາງດ້ານວັດທະນະທຳທີ່ເປັນຮູບປະທຳເພີ່ມຂື້ນເປັນ 3 ແຫ່ງຄື: ນະຄອນປະຫວັດສາດຫຼວງພະບາງ, ວັດພູຈຳປາສັກ ແລະ ທົ່ງໄຫຫີນແຂວງຊຽງຂວາງ.
ນອກຈາກນີ້, ພາຍໃຕ້ສົນທິສັນບຍາ 2003 ວ່າດ້ວຍການປົກປ້ອງມໍລະດົກທີ່ເປັນນາມມະທຳ ໃນທ້າຍປີ 2017, ສປປ ລາວ ກໍ່ຍັງໄດ້ຮັບການຂື້ນທະບຽນ ສຽງແຄນເຊື້ອຊາດລາວ ເຂົ້າຢູ່ໃນບັນຊີຕົວແທນແຫ່ງມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດສະຍະຊາດ ຕື່ມອີກດ້ວຍ.
ນັ້ນຖືວ່າເປັນຜົນງານ ແລະ ຜົນສຳເລັດເບື້ອງຕົ້ນທີ່ໜ້າພາກພູມໃຈເປັນຢ່າງຍິ່ງ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ພັນທະສັນຍາຂອງລັດຖະບານສປປ ລາວ ຕໍ່ວົງຄະນາຍາດສາກົນໃນການປົກປ້ອງ ແລະ ສົ່ງເສີມຄຸນຄ່າຂອງມໍລະດົກທາງດ້ານວັດທະນະທຳແຫ່ງຊາດ.