ອຸຕຸແຈ້ງຝົນຍັງສືບຕໍ່ຕົກ, ສ່ວນແຂວງສະຫວັນນະເຂດ ນໍ້າຖ້ວມຫຼາຍຈຸດ ຈາກຝົນທີ່ຕົກແຮງໃນ2ວັນຜ່ານມາ

94

ພະຍາກອນອາກາດເວລາ 7: 00 ໂມງຂອງວັນທີ 31 ສິງຫາ 2019 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດລະບຸວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງພາດຜ່ານເຂດພາກເໜືອຫາພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງປານກາງຫາແຮງພັດປົກຄຸມ, ຊຶ່ງຍັງເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສຳຫຼັບ ລະດັບນໍ້າຢູ່ເຂດຂົວເຊບັ້ງໄຟ ແຂວງ ຄຳມ່ວນ, ໃນເວລາ 7 ໂມງ ຂອງວັນທີ 31 ສິງຫາ 2019 ແທກໄດ້ 19 ແມັດ 86 ຊັງຕີແມັດ, ຍັງຂື້ນສູງກາຍເຂດອັນຕະລາຍ (ເຂດອັນຕະລາຍ: 18 ແມັດ 50 ຊັງຕີແມັດ) ແລະ ຄາດວ່າທ່າອ່ຽງຂອງລະດັບນໍ້າຂົວເຊບັ້ງໄຟ ຈະສູງຂື້ນຕື່ມອີີກ, ສະນັ້ນຈື່ງໃຫ້ຍົກຍ້າຍ ແລະ ໃຫ້ເກັບມ້ຽນວັດຖຸສິ່ງຂອງພ້ອມສັດລຽ້ງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມສະພາບອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ສະພາບອາກາດຕົວຈິງ ປະຈຳວັນທີ 31 ສິງ​ຫາ 2019 ແລະ ປະລິມານນໍ້າຝົນໃນ24ຊົ່ວໂມງຜ່ານມາ ຕົກແຮງກວ່າໝູ່ແມ່ນນິຄົມ34 ເມືອງປາກຊ່ອງ ແຂວງຈຳປາສັກ ແທກໄດ້116,8 ມິນລິແມັດ, ຮອງມາແມ່ນແຂວງສະຫວັນນະເຂດ ຍັງຕົກແຮງເປັນມື້ທີ່2 ແທກໄດ້109,8ມິນລິແມັດ, ປາກເຊ 90,7ມິນລິແມັດ.




ລະດັບນ້ຳ ສາຂາແມ່ນ້ຳຂອງ ແລະ ພະຍາກອນ ລະດັບນ້ຳ ປະຈຳວັນທີ 31 ສິງຫາ 2019 ເຫັນວ່າລະດັບນໍ້າຢູ່ຂົວເຊ(ເຊບັ້ງໄຟ)ລະດັບນໍ້າຍັງສືບຕໍ່ເພີ່ມຂຶ້ນ,ເຊັ່ນດຽວກັບແກ້ງກອກ(ເຊຈຳພອນ). ສ່ວນລະດັບນໍ້າຂອງ ແຕ່ທ່າແຂກ ຮອດປາກເຊແມ່ນສືບຕໍ່ເພີ່ມຂຶ້ນ ໂດຍສະເພາະປາກເຊ ເພີ່ມສູງຂຶ້ນໄວ.