ເອັສເຄມອບເກືອບ 5 ແສນໂດລາເປັນທຶນການສຶກສາໃຫ້ລູກຫຼານໃນເມືອງສະໜາມໄຊ

94

ວັນທີ 29 ສິງຫາ 2019 ນີ້ ບໍລິສັດ ເອັສເຄ ມອບທຶນການການສຶກສາວິຊາຊີບໃຫ້ແກ່ປະຊາຊົນ ແລະ ນັກຮຽນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມເມືອງສະໜາມໄຊ. ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ສໍານັກງານຫ້ອງວ່າການປົກຄອງ ເມືອງ ສະໜາມໄຊ ແຂວງອັດຕະປື ໂດຍການເຂົ້າຮ່ວມຂອງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື, ມີທ່ານ ກຶມ ຮຸຍຊັບ ຫົວໜ້າຈັດຊື້ ແລະ ສັນຍາ ຜູ້ຕາງໜ້າ ບໍລິສັດ ເອສເຄ, ມີບັນດາອໍານາດການປົກຄອງເມືອງ, ບ້ານ ແລະ ນ້ອງໆນັກຮຽນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວທາງ ບໍລິສັດ ເອສເຄ ແລະ ຮຸ້ນສ່ວນຂອງເອສເຄ ເຫັນໄດ້ຄວາມສໍາຄັນຂອງວຽກງານການສຶກສາ ແລະ ເຫັນໄດ້ເຖິງນັກຮຽນມໍປາຍ ແລະ ນັກຮຽນວິຊາຊີບທີ່ຂາດເຂີນທຶນຮອນໃນການສຶກສາຮໍາຮຽນ ດັ່ງນັ້ນ ທາງບໍລິສັດເອສເຄ ແລະ ຮຸ້ນສ່ວນຈຶ່ງໄດ້ປະກອບທຶນການສຶກສາໃຫ້ນັກຮຽນມໍປາຍ ແລະ ນັກຮຽນວິຊາຊີບໃນບ້ານເປົ້າໝາຍທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມໃນເດືອນ ກໍລະກົດ 2018 ທີ່ຜ່ານມາ.

 

 

 

ເຊິ່ງມີຈໍານວນເງິນທັງໝົດ 480.000 ໂດລາ ໃນນັ້ນ ທຶນການສຶກສາສໍາລັບນັກຮຽນທີ່ຈົບມໍປາຍ ຈໍານວນ 270.000 ໂດລາ (ຈຳນວນຕົວເລກນັກສຶກສາຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຕົວຈິງຢູ່) ແລະ ສໍາລັບວິຊາຊີບ ແມ່ນ 210.000 ໂດລາ ລວມນັກຮຽນ-ປະຊາຊົນທົ່ວໄປມີທັງໝົດ 200 ກວ່າຄົນ.

 

 

ເງິນດັ່ງກ່າວ ແມ່ນຈະໂອນເຂົ້າ ບັນຊີຂອງເມືອງສະໜາມໄຊ ໃຫ້ກຽດເຂົ້າຮ່ວມມອບທຶນ ໂດຍທ່ານ ຊຶງຄົນ ຢູ ຫົວໜ້າພະແນກພ່າຍສະໜັບສະໜູນການບໍລິຫານ, ທ່ານ ກີມ ຮຸຍຊັບ ຫົວໜ້າຈັດຊື ແລະສັນຍາ ແລະ ກ່າວຮັບໂດຍ ທ່ານ ບຸມໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ໂດຍຊອງໜ້າທັງສອງຝ່າຍເຂົ້າຮ່ວມ .

ການມອບທຶນການສຶກສາໃຫ້ແກ່ປະຊາຊົນ ແລະ ນັກຮຽນໃນຄັ້ງນີ້ແມ່ນ ເພື່ອສະໜັບສະໜູນ ແລະ ຍົກລະດັບການສຶກສາໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບ ຈາກໄພພິບັດນໍ້າຖ້ວມ (19 ໝູ່ບ້ານ) ຕາມລະບຽບກົດໝາຍ ທີ່ໄດ້ສັນຍາກັນໃນເບື້ອງຕົ້ນ, ໂດຍສະເພາະ ນັກຮຽນທີ່ຈົບມັດທະຍົມຕອນປາຍ) ເຊິ່ງພວກເຂົາຄວນໄດ້ຮັບການສຶກສາທີ່ດີ ເພື່ອຈະໄດ້ປະກອບອາຊີບ ແບບຍືນຍົງ ສາມາດສ້າງລາຍໄດ້ເພື່ອປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ເພີ່ມທະວີອາດສາມາດຂອງປະຊາຊົນຜູ້ທືກຜົນກະທົບຄວນໄດ້ຮັບການຝຶກຝົນວິຊາຊີບ, ພັດທະນາສີມືຂັ້ນຟື້ນຖານ ເພືອໃຫ້ປະກອບອາຊີບແບບຍືນຍົງ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 

ໂດຍ: ມະນີວອນ