ໂຄງການຮຽນອ່ານຢູ່ 4 ແຂວງ ມູນຄ່າ 20 ລ້ານໂດລາສະຫະລັດ ໄດ້ຮັບທຶນສະໜັບສະໜູນຫຼັກຈາກອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ( USAID ) ໂດຍແມ່ນອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຣູມທູຣິດ ປະຈຳລາວ ຈະເປັນຜູ້ຈັດຕັ້ງປະຕິບັດເລີ່ມແຕ່ປີນີ້ຈົນຮອດປີ 2023 ໂດຍຈະເນັ້ນໃສ່ເດັກທີ່ບໍ່ເວົ້າພາສາລາວມາແຕ່ກຳເນີດ ແລະ ເດັກພິການແຕ່ຊັ້ນກຽມປະຖົມຈົນຮອດ ປ 2 ລວມທັງຈະເປັນການສ້າງຄວາມເຂັ້ມແຂງໃຫ້ກັບໂຮງຮຽນ ແລະ ຄູ – ອາຈານ.
ວັນທີ 30 ສິງຫາ 2019 ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຣູມທູຣິດ ປະຈຳລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຮຽນອ່ານຢູ່ແຂວງວຽງຈັນ, ຊຽງຂວາງ, ຈຳປາສັກ ແລະ ແຂວງອັດຕະປື ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ຣິນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈໍາລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈທີ່ໄດ້ຮັບການສະໜັບສະໜູນອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ຈະຊ່ວຍຊຸກຍູ້ສົ່ງເສີມການພັດທະນາການສຶກສາຂອງ ສປປ ລາວ ໃຫ້ມີຄຸນນະພາບສູງຂຶ້ນນັບມື້ ຈົນທຽບເທົ່າກັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນນັກຮຽນໃນຊັ້ນກຽມປະຖົມຈົນຮອດ ປ 2 ໃນ 4 ແຂວງເປົ້າໝາຍ. ພ້ອມນີ້, ຄູ – ອາຈານ ແລະ ຜູ້ບໍລິຫານການສຶກສາຈະໄດ້ຮັບການແລກປ່ຽນບົດຮຽນ ແລະ ວິຊາການອີກດ້ວຍ.
ທ່ານ ຫຸມພັນ ແກ້ວອຸ່ນຄຳ ຫົວໜ້າພະແນກສົນທິສັນຍາ ແລະ ການຮ່ວມມືອົງການຈັດຕັ້ງສາກົນ ກົມພົວພັນຕ່າງປະເທດ ກະຊວງ ສສກ ກ່າວວ່າ: ໂຄງການຮຽນອ່ານຢູ່ 4 ແຂວງ ລວມມູນຄ່າທັງໝົດຂອງໂຄງການ 20 ລ້ານໂດລາ. ໃນນີ້, ແຂວງຊຽງຂວາງ ແລະ ວຽງຈັນ ແມ່ນອົງການຊ່ວຍເຫຼືອເດັກສາກົນເປັນຜູ້ຈັດຕັ້ງປະຕິບັດມູນຄ່າ 13,24 ລ້ານໂດລາສະຫະລັດ. ໃນນີ້, ອົງການ USAID ໃຫ້ການສະໜັບສະໜູນ 12,61 ລ້ານໂດລາ, ສ່ວນຈຳປາສັກ ແລະ ແຂວງ ອັດຕະປື ແມ່ນອົງການຣູມທູຣິດ ປະຈຳລາວ ເປັນຜູ້ຈັດຕັ້ງປະຕິບັດມູນຄ່າຂອງໂຄງການ 6,2 ລ້ານໂດລາ ອົງການ USAID ໃຫ້ການສະໜັບສະໜູນ 5,91 ລ້ານໂດລາ ໂດຍມີທັງໝົດ 9 ກິດຈະກຳ.
ໃນນັ້ນ, ພັດທະນາວິທີການສິດສອນ ແລະ ຊ່ວຍອຸປະກອນເຄື່ອງມືຕ່າງໆ ເພື່ອປັບປຸງທັກສະການເວົ້າພາສາ, ການກຽມອ່ານ ແລະ ຂຽນສຳລັບນັກຮຽນຫ້ອງກຽມປະຖົມ ໂດຍສະເພາະກຸ່ມປະຊາກອນທີ່ດ້ອຍໂອກາດ, ພັດທະນາວິທີການສອນ ແລະ ອຸປະກອນເຄື່ອງມືການສອນພາສາລາວ ເພື່ອຕື່ມເຕັມຊ່ອງວ່າງທີ່ຍັງຂາດໃນຫຼັກສູດໃໝ່ ປ 1 ແລະ ປ 2 ສຳລັບເດັກທີ່ບໍ່ເວົ້າພາສາລາວມາແຕ່ກຳເນີດ ແລະ ເດັກພິການ, ສະໜອງປຶ້ມອ່ານສຳລັບເດັກ ແລະ ອຸປະກອນຊ່ວຍໃນການຮຽນ – ການສອນທີ່ເໝາະສົມກັບເດັກທີ່ບໍ່ເວົ້າພາສາລາວມາແຕ່ກຳເນີດ ແລະ ເດັກພິການເບົາ, ສ້າງຄວາມເຂັ້ມແຂງໃຫ້ຄູປະຖົມທີ່ສອນຫ້ອງກຽມປະຖົມ ປ 1 ແລະປ 2 ໃນການດຳເນີນກິດຈະກຳການຮຽນການສອນທີ່ມີປະສິດທິພາບ.
ໂຄງການດັ່ງກ່າວແມ່ນຈະເລີ່ມຈັດຕັ້ງປະຕິບັດແຕ່ນີ້ຈົນເຖິງວັນທີ 14 ພຶດສະພາ 2023 ຢູ່16 ເມືອງເປົ້າໝາຍ ໃນ 4 ແຂວງ.