ຊົມເຊີຍ! ປູເປ້ ຄວ້າແຊັມພ້ອມເງິນ 600 ເອີໂຣທີ່ຝຣັ່ງ

153

ຕາມການລາຍງານຂອງ ທ່ານ ພູເຂົາທອງ ພົມມະວົງ ທັງເປັນຜູ້ປົກຄອງ ແລະ ຜູ້ຈັດການສ່ວນຕົວຂອງ ນ້ອງ ປູເປ້ ລາຍງານຈາກປະເທດຝຣັ່ງ ວ່າ: ນ້ອງ ອາລິຍາ ວົງດາລາ ຫຼື ນ້ອງ ປູເປ້ ນັກລາເທັນນິສເຍົາວະຊົນລາວ ຮຸ່ນ 14 ປີຍິງ ເດີນທາງໄປເຂົ້າຮ່ວມການແຂ່ງຂັນເທັນນິສ 2 ລາຍການ ປະກອບດ້ວຍ ລາຍການ procup 2019 ຈັດຂຶ້ນ ທີ່ Le Cap d’Agde ແລະ ລາຍການ TCM D’ete 2019 ທີ່ Montpelier ປະເທດຝຣັ່ງ, ເຊິ່ງຈັດຂຶ້ນລະຫວ່າງວັນທີ 16 ສິງຫາ 2019 – 30 ກັນຍາ 2019.

“ ໃນລາຍການ procup 2019 ປູເປ້ ສາມາດທະລຸເຂົ້າຮອບຊີງຊະນະເລີດພົບກັບ TUFA Alexandra ຈາກຣູມານີ ປາກົດວ່າ: ປູເປ້ ສາມາດເອົາຊະນະໄປ 2-0 ເຊັດ 6-2 ແລະ 6-4 ຄວ້າແຊັມໄປຄອງ ພ້ອມເງິນລາງວັນ 600 ເອີໂຣ, ຫຼັງຈາກຈາກຮັບລາງວັນແລ້ວກໍ່ຕ້ອງເດີນທາງມາແຂ່ງສະໜາມດິນຕໍ່ທີ່ Montpellier ລາຍການ TCM D’ete 2019 ປາກົດວ່າ ປູເປ້ກໍ່ຕ້ອງຢຸດຢູ່ພຽງຮອບກ່ອນຮອງຊະນະເລີດ ຫຼັງເສຍໃຫ້ FERNANDEZ Chlo 3-6,3-6 ໃຊ້ເວລາ 2 ຊົ່ວໂມງ, ສ່ວນແຜນຕໍ່ໄປ ປູເປ້ ຍັງສືບຕໍ່ເຂົ້າຮ່ວມແຂ່ງຂັນລາຍການອື່ນໆ ຈົນເຖິງວັນທີ 23 ກັນຍາ 2019 ຈິ່ງກັບ ສປປ ລາວ ” ທ່ານ ພູເຂົາທອງ ພົມມະວົງ ກ່າວ.

ສໍາລັບ ປູເປ້ ເປັນນັກກີລາເທັນນິສຄວາມຫວັງຂອງ ສປປ ລາວ ເກີດເມື່ອວັນທີ 17 ກໍລະກົດ 2005 ທີ່ນະຄອນຫຼວງວຽງຈັນ ປັດຈຸບັນຮຽນຢູ່ ມັດທະຍົມສົມບູນ ຊະນະພົນ ເຊິ່ງກາຍເປັນນັກເທັນນິສເຍົາວະຊົນຍິງດ່ຽວ ມື 1 ຂອງ ສປປ ລາວ ນັບຕັ້ງແຕ່ລຸ້ນອາຍຸ 10, 12 ແລະ 14 ປີອີກດ້ວຍ, ສ່ວນອັນດັບໃນປະເທດໄທ ເປັນມື 1 ລຸ້ນ 10, ມື 13 ຂອງລຸ້ນ 12 ແລະ ມື 112 ລຸ້ນ 14 ປີ ຂະນະທີ່ ອັນດັບເຍົາວະຊົນໃນ ສະຫະພັນເທັນນິສອາຊຽນ ເປັນມືທີ 306 ໃນລຸ້ນອາຍຸ 14 ປີ ເພາະໃນລະດັບນີ້ແມ່ນຈະນັບລຸ້ນອາຍຸ 14 ປີຂຶ້ນໄປ.

(ຄໍາສອນ)
ຮູບຈາກ: Phoukhaothong Phommavong.