ທຳລາຍສິນຄ້ານໍາເຂົ້າຜິດກົດໝາຍ ຄັ້ງໃຫຍ່ມູນຄ່າຫຼາຍກວ່າ500ລ້ານກີບ

265

ກະຊວງອຸດສາຫະກຳ ແລະ ການຄ້າ ທຳລາຍສິນຄ້ານອກລະບົບປະເພດກ່ອງຮັບສັນຍານໂທລະພາບຜ່ານດາວທຽມ ລຸ້ນ Infoset, IMP ແລະ ອື່ນໆທີ່ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງຕາມກົດໝາຍຂອງລາວ ມູນຄ່າ 500 ກວ່າລ້ານກີບ.


ໃນຕອນບ່າຍຂອງວັນທີ 29 ສິງຫາ 2019 ທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍສິນຄ້ານອກລະບົບ ປະເພດກ່ອງຮັບສັນຍານໂທລະພາບຜ່ານດາວທຽມ ລຸ້ນ Infoset, IMP ແລະ ອື່ນໆທີ່ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ວາງອອກ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ); ມີບັນດາທ່ານຕາງໜ້າຈາກກົມຄື້ນຄວາມຖີ່ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ກົມພາສີ ກະຊວງການເງິນແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຊາຍ ນົງລາດ ຫົວໜ້າພະແນກກວດກາການຄ້າ ກົມການຄ້າພາຍໃນ ກະຊວງ ອ.ຄ ກ່າວວ່າ: ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 578/ຫສນຍ ລົງວັນທີ 3 ເມສາ 2019 ກ່ຽວກັບສະພາບການຈັດຕັ້ງປະຕິບັດຕິດຕາມ, ກວດກາການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມຢູ່ ສປປ ລາວ ແລະ ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ.

ກະຊວງ ອຄ ໄດ້ມອບໃຫ້ກົມການຄ້າພາຍໃນ ໃນນາມອົງການປະຕິບັດວຽກງານກວດກາການຄ້າ ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າລົງຕິດຕາມ, ກວດກາ ເປົ້າໝາຍຈຳໜ່າຍຊຸດອຸປະກອນຮັບສັນຍານໂທລະພາບຜ່ານຈານດາວທຽມຢູ່ນະຄອນຫຼວງວຽງຈັນ ແລະ ຜ່ານການລົງກວດກາຕົວຈິງ ສາມາດຢຶດກ່ອງຮັບສັນຍານໂທລະພາບຜ່ານດາວທຽມໄດ້ຢູ່ຮ້ານໃນ 3 ເມືອງ ຄື: ສີໂຄດຕະບອງ, ຈັນທະບູລີ ແລະ ເມືອງສີສັດຕະນາກ ທີ່ນຳເຂົ້າມາຈຳໜ່າຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບຂອງ ສປປ ລາວ ໄປທຳລາຍຖິ້ມ ປະກອບມີ: ກ່ອງຮັບສັນຍານ Infoset ຈຳນວນ 2.879 ກ່ອງ ມູນຄ່າ 431 ລ້ານກວ່າກີບ; ຈານຮັບສັນຍານຄົບຊຸດ ຈຳນວນ 355 ຊຸດ ມູນຄ່າ 53,2 ລ້ານກວ່າກີບ ແລະ ຫົວດູດ 375 ຫົວ ມູນຄ່າ 18,7 ລ້ານກວ່າກີບ ລວມມູນຄ່າທັງໝົດຂອງສິນຄ້າທີ່ນຳເອົາມາທຳລາຍໃນຄັ້ງນີ້ 503,8 ລ້ານກວ່າກີບ.

ທ່ານ ສູນທອນ ຈັນທິລາດ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງ ອຄ ກ່າວວ່າ: ອຸປະກອນຮັບສັນຍານໂທລະພາບດັ່ງກ່າວ ແມ່ນລັກລອບນ້ຳເຂົ້າຈາກປະເທດເພື່ອນບ້ານ ໂດຍບໍ່ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ເຊັ່ນ:
1). ຍັງບໍ່ທັນໄດ້ຮັບສິດເພື່ອໃຫ້ບໍລິການໂທລະພາບຜ່ານດາວທຽມໃນ ສປປ ລາວ ຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
2). ຍັງບໍ່ຜ່ານການກວດກາ ແລະ ຮັບຮອງມາດຕະຖານເຕັກນິກອຸປະກອນນຳກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ບໍ່ໄດ້ຮັບອະນຸຍາດການນຳເຂົ້າອຸປະກອນຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
3). ຍັງບໍ່ໄດ້ຈົດທະບຽນຢ່າງຖືກຕ້ອງ, ແຕ່ມີການລັກລອບນຳເຂົ້າມາ ໂດຍບໍ່ໄດ້ເສຍພັັນທະຕ່າງໆໃຫ້ລັດຢ່າງຖືກຕ້ອງ.

ທັງນີ້, ທ່ານ ສົມຈິດ ອິນທະມິດ ໃຫ້ສຳພາດວ່າ: ພວກເຮົາຕ້ອງເພີ່ມທະວີການຕິດຕາມກວດກາຢູ່ດ່ານ ເຊິ່ງແມ່ນວຽກເຈົ້າຂອງໜ້າທີ່ພາສີໂດຍກົງທີ່ເຮັດວຽກປະຈຳດ່ານ ແລະ ຖ້າຫາກສິນຄ້າດັ່ງກ່າວນັ້ນຫຼຸດລອດເຂົ້າມາໃນທ້ອງຕະຫຼາດ ແມ່ນວຽກຂອງເຈົ້າໜ້າທີ່ກວດກາການຄ້າ ເຊິ່ງປັດຈຸບັນນີ້ພວກເຮົາມີເຈົ້າໜ້າທີ່ກວດກາການຄ້າຢູ່ປະມານ 800 ທ່ານ ໂດຍມີລະດັບຂັ້ນເມືອງ, ແຂວງ, ນະຄອນ ແລະ ຂັ້ນກະຊວງ. ໃນຈຳນວນດັ່ງກ່າວນີ້ໂດຍສະເພາະຂັ້ນເມືອງ, ຂັ້ນແຂວງ ໄດ້ມີການລົງກວດກາຕົວຈິງບັນດາທ້ອງຕະຫຼາດທີ່ມີການຈຳໜ່າຍ, ໃນການກວດການັ້ນກໍຕ້ອງກວດກາວ່າທາງຮ້ານໄດ້ຮັບອະນຸຍາດບໍ່, ຮ້ານມີໃບອະນຸຍາດດຳເນີນທຸລະກິດຖືກຕ້ອງບໍ່ ແລະ ຮ້ານທີ່ໄດ້ຮັບອະນຸຍາດຂາຍເປັນບ່ອນສະເພາະ; ສ່ວນຂັ້ນກະຊວງ ກໍຈະໄດ້ພະຍາຍາມຕິດຕາມເບິ່ງເບາະແສ ແລະ ຊີ້ນຳຊ່ວຍແຂວງ ເພື່ອໃຫ້ລົງຕິດຕາມກວດກາ.

ການຈັດພິທີທຳລາຍໃນຊຸດນີ້ ແມ່ນສະເພາະແຕ່ຂອງໜ່ວຍງານກະຊວງຢຶດໄດ້, ສ່ວນຢູ່ຂັ້ນແຂວງຕ່າງໆກໍຍັງມີທີມລົງເກັບກຳ, ກວດກາ ແລະ ກໍຈະມີການສືບຕໍ່ທຳລາຍ ເຊິ່ງຂອງນະຄອນຫຼວງວຽງຈັນ ກໍໄດ້ຈັດພິທີທຳລາຍໄປແລ້ວໃນເດືອນຜ່ານມາ. ສະນັ້ນ, ຂໍໃຫ້ທຸກທ່ານຈົ່ງເປັນຫູເປັນຕາຊ່ວຍກັນ ອັນໃດທີ່ເປັນສິນຄ້າບໍ່ຖືກຕ້ອງ, ຜິດກົດໝາຍ, ສິນຄ້າເຖື່ອນ ທ່ານສາມາດລາຍງານເຈົ້າໜ້າທີ່ກວດກາການຄ້າ ຫຼື ໂທຫາສາຍດ່ວນປົກປ້ອງຜູ້ຊົມໃຊ້ ເບີ 1510 ເພື່ອໃຫ້ເຈົ້າໜ້າທີ່ພວກເຮົາໄດ້ລົງແກ້ໄຂ, ທ່ານຮອງລັດຖະມົນຕີກ່າວ.

( ຂ່າວ: ສັນຕິ )