ບ້ານໂພນຊາຍ ເມືອງສົບເບົາໄດ້ໂຮງຮຽນອະນຸບານຫຼັງໃໝ່

160

ວັນທີ 26 ສິງຫາ 2019 ໄດ້ມີພິທີມອບ – ຮັບໂຮງຮຽນອະນຸບານຫຼັງ ໃໝ່ ບ້ານໂພນຊາຍ ເມືອງສົບເບົາ ແຂວງຫົວພັນ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜິວ ວົງສະຫວັນ ຮອງເລຂາພັກແຂວງ, ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງ, ມີທ່ານເຈົ້າເມືອງ, ພາກສ່ວນກ່ຽວຂ້ອງຂັ້ນແຂວງ – ເມືອງສົບເບົາ, ເຈົ້າຂອງຜູ້ໃຫ້ທຶນ ແລະ ປະຊາຊົນບ້ານໂພນຊາຍ ເຂົ້າຮ່ວມ.

ໂຮງຮຽນອະນຸບານ ບ້ານໂພນຊາຍ ເມືອງສົບເບົາ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນມິຖຸນາ 2019 ແລະ ສ້າງສໍາເລັດໃນຕົ້ນເດືອນກໍລະກົດ 2019 ໂດຍແມ່ນທຶນຊ່ວຍເຫຼືອລ້າຈາກ ບໍລິສັດ ຊີມັງຫົວພັນ ລາວ – ຈີນ ອາງຊື ຈໍາກັດ ມູນຄ່າ 150 ລ້ານກີບ ແລະ ທຶນສົມທົບຂອງລູກຫຼານບ້ານໂພນຊາຍ ເປັນວັດຖຸ ແລະ ແຮງງານ ມູນຄ່າ 10 ລ້ານກວ່າກີບ.

ໂຮງຮຽນຫຼັງນີ້ມີລວງຍາວ 15 ກວ່າແມັດ, ລວງກວ້າງ 8 ກວ່າແມັດ, ມີ 2 ຫ້ອງຮຽນ ໂຄງສ້າງເຮັດດ້ວຍເຫຼັກ ແລະ ສັງກະສີເຄືອບກັນຮ້ອນ, ປະກອບມີລະບົບໄຟຟ້າຄົບຊຸດ. ນອກນີ້, ຍັງເຮັດຮົ້ວຕາໜ່າງເຫຼັກອ້ອມໂຮງຮຽນມີຄວາມຍາວທັງໝົດ 160 ແມັດ ແລະ ໜ້າເດີ່ນປູເບຕົງ.
ການປຸກສ້າງໂຮງຮຽນຫຼັງໃໝ່ນີ້ ແມ່ນສ້າງທົດແທນຫຼັງເກົ່າທີ່ຖືກພາຍຸພັດເປ່ເພໃນຄັ້ງວັນທີ 20 ພຶດສະພາປີນີ້ ຍ້ອນເຫັນໄດ້ຄວາມສຳຄັນຂອງການສ້າງຊັບພະຍາກອນມະນຸດ ບໍລິສັດ ຊີມັງຫົວພັນ ລາວ – ຈີນ ອາງຊື ຈໍາກັດ ຈຶ່ງສະໜອງທຶນຮອນປະກອບສ່ວນສ້າງໂຮງຮຽນຫຼັງນີ້ຂຶ້ນ ເພື່ອໃຫ້ລູກຫຼານໄດ້ມີບ່ອນຮຽນໜັງສື.

ກ່າວມອບໂດຍ ທ່ານ ເຊຍຈີນສ້າງ ປະທານ ບໍລິສັດ ຊີມັງຫົວພັນ ລາວ – ຈີນ ອາງຊື ຈໍາກັດ ແລະ ທ່ານ ໄຊຍາແສງ ຊົງຢົງຢາ ຮັກສາການເຈົ້າເມືອງສົບເບົາ ເປັນຜູ້ກ່າວຮັບພ້ອມທັງມອບຕໍ່ໃຫ້ອຳນາດການປົກຄອງບ້ານ, ຄູ – ອາຈານເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.
[ ຂ່າວ: ອາລຸນໄຊ ]