ພາກລັດມີແນວພັນເຂົ້າ ແລະ ລົດສູບນໍ້າເຄື່ອນທີ່ ພ້ອມຕ້ານແລ້ງ – ຕ້ານຖ້ວມ

85

ປີນີ້ປະຊາຊົນໃນຂອບເຂດທົ່ວປະເທດ ຕ້ອງປະເຊີນໜ້າກັບໄພທຳມະຊາດຢ່າງໜັກໃນການປູກພືດກະສິກຳ ທັງພົບກັບສະພາບຄວາມແຫ້ງແລ້ງແກ່ຍາວກວ່າທຸກປີ, ສັດຕູພືດທຳລາຍຜົນລະປູກ, ຕົກມາຮອດເດືອນສິງຫາຫຼາຍພື້ນທີ່ກັບພົບກັບສະພາບນ້ຳຖ້ວມ ດ້ານພາກລັດກໍໄດ້ກຽມທັງແນວພັນເຂົ້າ ແລະ ຈັກສູບນ້ຳເຄື່ອນທີ່ເພື່ອຮັບມືກັບສະພາບດັ່ງກ່າວ.

ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ສໍາພາດແກ່ທີມຂ່າວພວກເຮົາວ່າງບໍ່ດົນມານີ້ວ່າ: ພາກລັດມີແນວພັນເຂົ້າແຮໄວ້ຕ້ານແລ້ງ – ຕ້ານຖ້ວມ ເພື່ອຊ່ວຍເຫຼືອຊາວກະສິກອນຈໍານວນ 160 ໂຕນ ເຊິ່ງກ່ອນໜ້ານີ້ໄລຍະທີ່ລາວເຮົາປະເຊີນກັບໄພແຫ້ງແລ້ງ ກໍໄດ້ນໍາແນວພັນດັ່ງກ່າວໄປຊ່ວຍເຫຼືອແຂວງໄຊຍະບູລີ ເຊິ່ງເປັນແຂວງທີ່ມີຜົນກະທົບໜັກສຸດບໍ່ສາມາດປັກດໍາເຂົ້າຕາມລະດູການໄດ້ ຈໍານວນ 38 ໂຕນ ກວມເອົາເນື້ອທີ່ 800 ກວ່າເຮັກຕາ, ແຂວງວຽງຈັນ 14 ໂຕນ ແລະ ແຂວງສາລະວັນ ຈໍານວນໜຶ່ງ ເຊິ່ງແນວພັນເຂົ້າດັ່ງກ່າວເປັນແນວພັນອາຍຸສັ້ນ ໃຊ້ເວລາພຽງ 3 ເດືອນ ກໍສາມາດເກັບກ່ຽວໄດ້ ໂດຍນໍາໃຊ້ເຕັກນິກນາຫວ່ານແທນການປັກດໍາ, ສ່ວນການຊ່ວຍເຫຼືອໄພນໍ້າຖ້ວມແມ່ນກໍາລັງເກັບກໍາຂໍ້ມູນ ເພື່ອນໍາແນວພັນໄປຊຸກຍູ້ກຽມໃສ່ການຜະລິດລະດູແລ້ງນີ້.

ທ່ານ ບຸນຄໍາ ສີດາວົງ ຫົວໜ້າກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ຕໍ່ກັບແຜນການຕ້ານແລ້ງ – ຕ້ານຖ້ວມຜ່ານມາ ກົມຊົນລະປະທານໄດ້ອອກແຈ້ງການເຖິງບັນດາແຂວງໃນທົ່ວປະເທດ ໃຫ້ກວດກາສ້ອມແປງ ແລະ ອະນາໄມລະບົບຊົນລະປະທານ ພ້ອມກະກຽມຈັກສູບນໍ້າເຄື່ອນທີ່ເພື່ອກຽມຮັບມືກັບຜົນກະທົບຈາກໄພທໍາມະຊາດ ໂດຍໄດ້ກະກຽມຈັກສູບນໍ້າເຄື່ອນທີ່ຈໍານວນໜຶ່ງປະຈໍາການຢູ່ແຕ່ລະແຂວງ ເຊັ່ນ: ຈັກສູບນໍ້າຂະໜາດ 5 ແຮງມ້າ ຈໍານວນ 47 ເຄື່ອງ, ຂະໜາດ 65 ແຮງມ້າ ຈໍານວນ 27 ເຄື່ອງ ແລະ ລົດຕິດປໍ້າ 7 ຄັນ ປະຈໍາຢູ່ 3 ພາກ ຄື: ພາກເໜືອຢູ່ໄຊຍະບູລີ 1 ຄັນ, ພາກກາງຢູ່ນະຄອນຫຼວງວຽງຈັນ 1 ຄັນ, ພາກໃຕ້ຢູ່ຈໍາປາສັກ 1 ຄັນ ແລະ ປະຈໍາການຢູ່ກົມຊົນລະປະທານ 4 ຄັນ ເພື່ອເຝົ້າລະວັງໄພພິບັດທາງທໍາມະຊາດ ແລະ ການຕ້ານແລ້ງ – ຕ້ານຖ້ວມ ເຊິ່ງປັດຈຸບັນໄດ້ນໍາໄປຊ່ວຍເຫຼືອແກ້ໄຂໄພແຫ້ງແລ້ງຢູ່ໄຊຍະບູລີຕື່ມ 1 ຄັນ, ຊ່ວຍໄພນໍ້າຖ້ວມຢູ່ຈໍາປາສັກ 1 ຄັນ ຍັງປະຈໍາຢູ່ກົມຊົນລະປະທານ 2 ຄັນ.
( ຂ່າວ – ຮູບ: ເອຢິບ )