ລິດຈາກພາຍຸໂພດູ ແຮງກວ່າຄິດໄວ້, ນ້ຳເຊຈຳພອນຂຶ້ນກາຍເຂດອັນຕະລາຍແລ້ວ

46

ພາຍຫຼັງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານວ່າພາຍຸໜູນເຂດຮ້ອນ ໂພດູ ເປັນພາຍຸຫົວທີ 12 ປະຈຳປີ 2019 ທີ່ກຳລັງຈະພັດເຂົ້າພາກກາງຂອງລາວ ນັບແຕ່ບ່າຍມື້ນີ້ວັນທີ 30-31 ສິງຫາ, ຂະນະນີ້ແຂວງ ສະຫວັນນະເຂດ ໂດຍສະເພາະແມ່ນ ເມືອງອາດສະພັງທອງ ກຳລັງປະເຊີນກັບພາຍຸຫົວດັ່ງກ່າວພັດຜ່ານ ເຮັດໃຫ້ມີຝົນຕົກໜັກແກ່ຍາວຫຼາຍຊົ່ວໂມງ ສົ່ງຜົນໃຫ້ປະລິມານນໍ້າໃນບັນດາສາຂາ ໂດຍສະເພາະເຊຈຳພອນຍື່ງຂຶ້ນໄຫຼເຂົ້າຖ້ວມບ້ານເຮືອນ ແລະ ເນື້ອທີ່ທຳການຜະລິດເສຍຫາຍຫຼາຍພັນເຮັກຕາ.

 

ອີງຕາມການລາຍງານຂອງໜ່ວຍງານຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈໍາເມືອງ ອາດສະພັງທອງ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 29-30 ສິງຫາ 2019 ນີ້; ໄດ້ມີພາຍຸ ໂພດູ ເຊິ່ງເປັນຫົວທີ 12 ໄດ້ພັດຜ່ານເຂົ້າແຂວງ ສະຫວັນນະເຂດ ເຊິ່ງມີຫຼາຍພື້ນທີ່ໄດ້ຮັບຜົນກະທົບ ເຊິ່ງໜຶ່ງໃນນັ້ນ ເມືອງອາດສະພັງທອງ ກໍ່ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ ເຊິ່ງນັບແຕ່ຕອນທ່ຽງຂອງວັນທີ 29 ສິງຫາມາຮອດວັນທີ 30 ສິງຫາ 2019 ນີ້ ມີຝົນຕົກໜັກທັງກາງເວັນ ແລະ ກາງຄືນຫຼາຍຊົ່ວໂມງຕິດຕໍ່ກັນ ສົ່ງຜົນເຮັດໃຫ້ແມ່ນໍ້າສາຍຕ່າງໆໃນຂອບເຂດເມືອງ ອາດສະພັງທອງຍຶ່ງຂຶ້ນ ໄຫຼເຂົ້າຖ້ວມນາປີຂອງປະຊາຊົນຫຼາຍພັນເຮັກຕາ.

 

ໃນນັ້ນ, ເຊຈໍາພອນ ເປັນແມ່ນໍ້າຫຼາຍຫຼັກ ມີທ່າອ່ຽງເພີ່ມຂຶ້ນຢ່າງວ່ອງໄວຄື: ໃນຕອນເຊົ້າ 7 ໂມງຂອງ ວັນ 30 ສິງຫາ ວັດແທກໄດ້ 10 ແມັດ; 10 ໂມງເຊົ້າ ວັດແທກໄດ້ 10,50 ແມັດ ແລະ ມາຮອດປັດຈຸບັນສູງເຖິງ 11,50 ແມັດ. ຂະນະທີ່ເຂດລະວັງໄພແມ່ນ 7,50 ແມັດ ແລະ ເຂດອັນຕະລາຍແມ່ນ 8,50 ແມັດ.

 

ຕໍ່ກັບສະພາບການດັ່ງກ່າວ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ອາດສະພັງທອງ ໄດ້ຮຽກຮ້ອງໃຫ້ນາຍບ້ານຈໍານວນ 19 ບ້ານທີ່ຈະໄດ້ຮັບຜົນກະທົບຄື: ບ້ານ ດົງເຫັນ, ດົງກິໂລ, ພັງໂຮ, ສີວິໄລ, ນານໍ້າທ່ຽງ, ດົງກຶມ, ນາໄລໂຄກ, ດົງຂວາງ,ໄລກະທະ, ປົ່ງດົງ, ປົ່ງນາ,ນາແຜກ, ດົງໝາກກໍ, ດົງນາຂາມ, ນາຫຼັກ, ນາຄໍາໃຕ້, ຕະບອງເພັດ, ໜອງປາກຊ່ອງ, ນາສະຫວ່າງ ແລະ ບ້ານອື່ນໆທີ່ມີຄວາມສ່ຽງສູງຈົ່ງໄດ້ມີສະຕິລະວັງຕົວ ແລະ ພ້ອມກັນຂົນສັດລ້ຽງ ພ້ອມວັດຖຸສິ່ງຂອງທີ່ມີຄ່າຂຶ້ນໄວ້ທີ່ສູງເພື່ອຄວາມປອດໄພ ແລະ ເພື່ອຮັບປະກັນຊີວິດຊັບສິນຂອງທຸກໆທ່ານໃຫ້ປອດໄພ ຕໍ່ກັບສະພາບຄວາມສ່ຽງທີ່ອາດຈະເກີດຂຶ້ນນີ້.