ສ.ເກົາຫຼີ ສົນໃຈລົງທຶນ ດ້ານອຸດສາຫະກຳພະລັງງານໃນ ລາວ

263

ນັກທຸລະກິດຈາກ ສ.ເກົາຫຼີ ທີ່ມີ ຄວາມຊ່ຽວຊານດ້ານອຸດສາຫະກຳຕ່າງໆຫຼາຍຂະແໜງການທີ່ມີຊື່ສຽງລະດັບໂລກ ໂດຍສະເພາະທາງດ້ານອຸດສາຫະກຳພະລັງງານໄດ້ມີການພົບປະແລກປ່ຽນບົດຮຽນລະຫວ່າງພາກລັດ ແລະ ເອກະຊົນທັງສອງຝ່າຍ ສປປ ລາວ – ສ.ເກົາຫຼີ ເພື່ອຊອກຫາຊ່ອງທາງຄວາມເປັນໄປໄດ້ໃນການຮ່ວມມືດ້ານພະລັງງານໃນອະນາຄົດ.

ກອງປະຊຸມປຶກສາຫາລືລະຫວ່າງນັກທຸລະກິດ ລາວ – ສ.ເກົາຫຼີ ໃນຫົວຂໍ້ “ ທຸລະກິດດ້ານພະລັງງານໄຟຟ້າ ” ຈັດຂຶ້ນ ໃນວັນທີ 29 ສິງຫາ 2019 ຜ່ານມາທີ່ ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ sung Soon SHIN ເອກອັກຄະລັດ ຖະທູດ ສ.ເກົາຫຼີ ປະຈຳລາວ, ທ່ານ Yeongtaekkong ຮອງປະທານ ບໍລິສັດ KHNP, ທ່ານ ນາງ ລັດຕະນາ ປະທຸມວັນ ຜູ້ອໍານວຍການໃຫຍ່ ບໍລິສັດ ຜະລິດ – ໄຟຟ້າ ລາວ ມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ສປປ ລາວ ແລະ ສ.ເກົາຫຼີ ໄດ້ມີການພົວພັນການທູດຮ່ວມກັນມາຍາວນານ, ການຮ່ວມມືສອງຝ່າຍແມ່ນເປັນໄປຕາມຍຸດທະສາດທີ່ໄດ້ຮ່ວມກັນລົງນາມເອົາໄວ້, ການພັດທະນາຂອງ ສປປ ລາວ ທາງດ້ານພະລັງງານໄດ້ມີໃບໜ້າອັນໃໝ່ຕາມແຜນຍຸດທະສາດຂອງລັດຖະບານ ແລະ ໃນຂອບຂອງອາຊຽນ ເຮັດໃຫ້ມີຫຼາຍປະເທດສົນໃຈເຂົ້າມາລົງທຶນໃນລາວ ດ້ານຂະແໜງພະລັງງານໄຟຟ້າຫຼາຍຂຶ້ນ.
ສ.ເກົາຫຼີ ແມ່ນໜຶ່ງໃນປະເທດທີ່ມີເຕັກນິກດຳເນີນງານທາງດ້ານພະລັງງານ ແລະ ກໍເປັນໂອກາດອັນດີທີ່ນັກທຸລະກິດຈາກ ສ.ເກົາຫຼີ ສົນໃຈເຂົ້າມາລົງທຶນດ້ານອຸດສາຫະກຳພະລັງງານ ເນື່ອງຈາກວ່າການສົ່ງອອກພະລັງງານເປັນກົນໄກສຳຄັນຂອງລັດຖະບານ ທີ່ປະກອບສ່ວນເຂົ້າໃນລາຍໄດ້ຂອງປະເທດອັນດັບອຳທິດ.

ທ່ານ sung Soon SHIN ກ່າວວ່າ: ຕາມການສຶກສາເບື້ອງຕົ້ນໃນດ້ານອຸດສາຫະກຳພະລັງງານໃນລາວ ເຫັນວ່າມີໂອກາດຄວາມເປັນໄປໄດ້ຂອງການລົງທຶນພະລັງງານ ດ້ວຍເຫດຜົນວ່າລັດຖະບານແຫ່ງ ສປປ ລາວ ກຳລັງສຸມໃສ່ການພັດທະນາດ້ານພະລັງງານເພື່ອສົ່ງອອກໄຟຟ້າໃຫ້ກັບຫຼາຍປະເທດໃກ້ຄຽງ ເຊັ່ນ: ໄທ ແລະ ຫວຽດນາມ. ອີງໃສ່ພູມີປະເທດ ແລະ ປະລິມານນ້ຳຝົນທີ່ຕົກໃນແຕ່ລະປີ ເຫັນວ່າຄວາມຝັນຂອງ ສປປ ລາວ ທີ່ຈະກາຍເປັນໝໍ້ໄຟແຫ່ງອາຊຽນແມ່ນຍັງອີກບໍ່ໄກເກີນໄປ.
ສ.ເກົາຫຼີ ແມ່ນມີຄວາມພ້ອມທາງດ້ານເຕັກນິກວິຊາການຕ່າງໆໃນລະດັບອາຊີ ແລະ ສາກົນຫາກມີການຮ່ວມມືເພີ່ມການລົງທຶນລະຫວ່າງນັກທຸລະກິດສອງຝ່າຍຈະຊ່ວຍເຮັດໃຫ້ການສະໜອງດ້ານພະລັງງານຂອງລາວຂະຫຍາຍຕົວຢ່າງເຂັ້ມແຂງ.

ສ.ເກົາຫຼີ ແມ່ນປະເທດທີ່ມີສາຍພົວກັບ ສປປ ລາວ ມາຍາວນານ ໄລຍະຜ່ານມາລັດຖະບານ ສ.ເກົາຫຼີ ໄດ້ສະໜອງເງິນກູ້ດອກເບ້ຍຕ່ຳ ແລະ ຍາວນານ 300 ກວ່າລ້ານໂດລາສະຫະລັດ ແລະ ຄາດວ່າຈະສືບຕໍ່ສະໜອງເງິນກູ້ດອກເບ້ຍຕ່ຳຮອບໃໝ່ເພີ່ມອີກ 500 ລ້ານໂດລາສະຫະລັດ ເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງລາວ ເພື່ອການພັດທະນາທີ່ຍືນຍົງ ແລະ ໝັ້ນຄົງຕາມແຜນຍຸດທະສາດໄລຍະຍາວ, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ກ່າວ.

ຕອນແລງຂອງວັນດຽວກັນນັກທຸລະກິດທັງສອງຝ່າຍ ລາວ – ສ.ເກົາຫຼີ ກໍໄດ້ມີການແລກປ່ຽນບົດຮຽນເຖິງຄວາມເປັນໄປໄດ້ໃນການດຳເນີນທຸລະກິດຮ່ວມກັນ ເຊິ່ງມີ 18 ບໍລິສັດ ທີ່ເປັນຜູ້ນຳດ້ານພະລັງງານຈາກ ສ.ເກົາຫຼີ ເຂົ້າຮ່ວມເປັນຕົ້ນແມ່ນ: ບໍລິສັດຜູ້ຜະລິດ, ສະໜອງຜະລິດຕະພັນທີ່ນຳໃຊ້ໃນອຸດສາຫະກຳດ້ານພະລັງງານ, ເຄື່ອງວັດແທກ, ວິເຄາະ ແລະ ກວດກາ ຄວາມສັ່ນສະເທືອນ, ລະບົບຕິດຕາມຄວບຄຸມ ແລະ ແຈ້ງເຕືອນເຫດຢູ່ເຂື່ອນ, ໂຮງໄຟຟ້າ, ເຮືອຊູຊີບ ແລະ ອື່ນໆ.

( ຂ່າວ: ສຸລິນ, ຮູບ: ສອນໄຊ )