ສານປະຊາຊົນສູງສຸດ ສ.ກູບາ ຢ້ຽມຢາມລາວຄັ້ງທຳອິດ ເພື່ອເຊື່ອມໂຍງສາຍສຳພັນ

102

ສປປ ລາວ ແລະ ສ. ກູບາເປັນສອງປະເທດສັງຄົມນິຍົມທີ່ມີສາຍພົວພັນຮ່ວມມືດ້ວຍດີສະເໝີມາ ບໍ່ວ່າທາງດ້ານການເມືອງ ແລະວັດທະນະທຳ-ສັງຄົມ, ຫຼ້າສຸດນີ້ປະທານສານປະຊາຊົນສູງສຸດຂອງ ສ.ກູບາກໍ່ເດີນທາງມາຢ້ຽມຢາມລາວຄັ້ງທຳອິດ ເພື່ອເຊື່ອມມິດສຳພັນໃນວຽກງານສານ.

ເພື່ອເປັນການສານສາຍສຳພັນມິດຕະພາບການຮ່ວມມືທີ່ດີ ລະຫວ່າງສານປະຊາຊົນສູງສຸດຂອງ ສ. ກູບາ ແລະ ສານປະຊາຊົນສູງສຸດຂອງ ສປປ ລາວ ກໍ່ຄືປະຊາຊົນທັງສອງຊາດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນໆ ໃນວັນທີ 29 ສິງຫາ 2019 ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບ ທ່ານ ລູແບນ ເລມີໂຊ ປະທານສານປະຊາຊົນສູງສຸດ ແຫ່ງ ສ ກູບາ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ.

ການມາຢ້ຽມຢາມໃນຄັ້ງນີ້, ທັງສອງຝ່າຍໄດ້ພົບປະ ແລະ ເຮັດວຽກແລກປ່ຽນບົດຮຽນເຊິ່ງ ແລະກັນ ໃນວຽກງານຂອງສານປະຊາຊົນ, ພ້ອມທັງທົບທວນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ການພົວພັນຮ່ວມມືໃນຕໍ່ໜ້າ.

ເຊິ່ງໃນໂອກາດນີ້ ທ່ານ ປະທານສານປະຊາຊົນສູງສຸດທັງສອງທ່ານຕ່າງກໍ່ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ເຊີ່ງເປັນຄັ້ງທຳອິດ ທັງຍັງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂື້ນ ເຊິ່ງສາຍພົວພັນລາວ-ກູບາ ເປັນສາຍພົວພັນແບບເພື່ອນມິດສະຫາຍອ້າຍນ້ອງຮ່ວມອຸດົມການ ແລະ ຍັງເປັນການສະໜັບສະໜູນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

 

ທີ່ມາ: ສານປະຊາຊົນສູງສຸດແຫ່ງ ສປປ ລາວ The People’s Supreme Court Lao PDR