ເປີດຮັບສະໝັກປະກວດນາງສາວຊົນເຜົ່າມົ້ງ

149

ສວນພຶກສາ ຈັດງານຖະແຫຼງຂ່າວໂຄງການປະກວດນາງສາວຊົນເຜົ່າມົ້ງ ນະຄອນຫຼວງວຽງຈັນ, ງານບຸນກິນຈຽງເຜົ່າມົ້ງ ແລະ ໂຄງການປະກວດນັກຮ້ອງສຽງດີຊົນເຜົ່າມົ້ງ 2020 ຂຶ້ນໃນວັນທີ 28 ສິງຫາ 2019 ທີ່ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພູວົງ ພະມີສິດ ປະທານສວນພຶກສາ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ, ນາງ ສີສຸດາ ຢູວາເຢ້ຍປາວ ນາງສາວຊົນເຜົ່າມົ້ງນະຄອນຫຼວງວຽງຈັນ 2019 ພ້ອມດ້ວຍບັນດາແຂກທີ່ຖືກເຊີນ, ບັນດານາງສາວຊົນເຜົ່າມົ້ງ ແລະ ສື່ມວນຊົນເຂົ້າຮ່ວມ.


ທ່ານ ພູວົງ ພະມີສິດ ໄດ້ກ່າວວ່າ: ໂຄງການປະກວດນາງສາວຊົນເຜົ່າມົ້ງນະຄອງຫຼວງວຽງຈັນ 2020 ແລະ ງານບຸນກິນຈຽງຂອງເຜົ່າມົ້ງເປັນອີກກິດຈະກຳໜຶ່ງຂອງສວນພຶກສາ ເພື່ອສືບຕໍ່ຮັກສາປະເພນີອັນດີງາມຂອງລາວ, ປີນີ້ຈັດຂຶ້ນເປັນປີທີ 3 ພິເສດປີນີ້ຍັງມີໂຄງການປະກວດນັກຮ້ອງສຽງດີຊົນເຜົ່າມົ້ງ.

ງານບຸນປະເພນີກິນຈຽງ ຈະຈັດຂຶ້ນລະຫວ່າງວັນທີ 22 – 24 ພະຈິກ 2019 ທີ່ສວນພຶກສາ ເຊິ່ງໃນວັນທີ 22 ພະຈິກ 2019 ແມ່ນການປະກວດນັກຮ້ອງສຽງດີຊົນເຜົ່າມົ້ງ 2020 ແລະ ໃນວັນທີ 24 ສິງຫາ 2019 ແມ່ນຮອບຊີງຊະນະເລີດການປະກວດນາງສາວຊົນເຜົ່າມົ້ງ ນະຄອນຫຼວງວຽງຈັນ 2020. ພາຍໃນງານຈະມີກິດຈະກໍາການປະຕິບັດຕາມປະເພນີຂອງເຜົ່າມົ້ງ, ມີການແຂ່ງກີລາບານເຕະ, ຕີໝາກຂ່າງ, ຕີໝາກຄອນ, ຕີໝາກບຸ່ນ ແລະ ຍິງໜ້າເກັກ. ນອກນີ້, ກໍຈະມີກິດຈະກໍາຢູ່ເທິງເວທີຄືການສະແດງສິລະປະ, ຟ້ອງລໍາ ແລະ ຮ້ອງເພງ.

ນາງ ສີສຸດາ ຢູວາເຢ້ຍປາວ ໄດ້ກ່າວຕື່ມວ່າ: ການໄດ້ມາປະກວດໃນເວທີແຫ່ງນີ້ເປັນການສ້າງກິດຈະກໍາອັນໃໝ່ໃຫ້ແກ່ນ້ອງເອງທັງໄດ້ປະສົບການ, ມີຄວາມສາມາດ, ມີຄວາມກ້າສະແດງອອກ, ມີຄວາມໝັ້ນໃຈ, ຮູ້ຈັກເຂົ້າສັງຄົມຫຼາຍຂຶ້ນ ແລະ ມີບຸກຄະລິກກະພາບທີ່ດີຂຶ້ນນໍາອີກ. ໃນນາມນາງສາວຊົນເຜົ່າມົ້ງ ນະຄອນຫຼວງວຽງຈັນ 2019 ຂໍເຊີນຊວນຜູ້ທີ່ມີຄວາມສົນໃຈທັງປະກວດນັກຮ້ອງ ແລະ ປະກວດນາງສາວຊົນເຜົ່າມົ້ງ ສາມາດເຂົ້າມາສະໝັກໄດ້ທີ່ແຟນເພຈ໌: ສວນພຶກສາ ເລີ່ມແຕ່ວັນທີ 28 ສິງຫາ ຫາ ວັນທີ 19 ຕຸລາ 2019 ແລະ ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທາງແຟນເພຈ໌: ສວນພຶກສາ ຫຼື ຈະເຂົ້າມາພົວພັນທີ່ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍກົງກໍຍິ່ງເປັນການດີ.

[ ຂ່າວ: ທິບອຸສາ; ຮູບ: ວິລະສັກ ]