ເຝົ້າລະວັງ!! ພາຍຸໂພດູຈະພັດເຂົ້າລາວບ່າຍມື້ນີ້, ເຊໂນຝົນແຮງເປັນພິເສດ

168

ທົ່ວທຸກພາກຍັງມີຝົນຕົກຢ່າງຕໍ່ເນື່ອງອາດຈະບໍ່ຕົກທົ່ວທຸກເຂດ ແຕ່ດ້ວຍພາຍຸໜູນເຂດຮ້ອນ ໂພດູ ທີ່ກຳລັງຈະພັດເຂົ້າພາກກາງຂອງລາວ ນັບແຕ່ບ່າຍມື້ນີ້ວັນທີ 30-31 ສິງຫາ ຂໍໃຫ້ປະຊາຊົນທຸກທົ່ວໜ້າມີສະຕິເຝົ້າລະວັງຕໍ່ສະພາບນ້ຳຖ້ວມທີ່ອາດເກີດຂຶ້ນ, ຂະນະທີ່ປະລິມານນໍ້າຝົນຈາກການວັດແທກຕະຫຼອດ 24 ຊົ່ວໂມງ ໃນວັນທີ 29 ສິງຫາ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ ເຂດທີ່ມີປະລິມານນໍ້າຝົນຫຼາຍກວ່າໝູ່ແມ່ນເຊໂນ ວັດແທກໄດ້ 185 ມິນລີແມັດ; ຮອງລົງມາ ສະຫວັນນະເຂດ ວັດແທກໄດ້ 125,4 ມີນລີແມັດ; ສາລະວັນ ວັດແທກໄດ້ 113,2 ມີນລີແມັດ ແລະ ປາກເຊ 100 ມີນລີແມັດ ຕາມລໍາດັບ.

ກົມອຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນອາກາດເວລາ 7:00 ໂມງຂອງວັນທີ 30 ສິງຫາ 2019 ວ່າ: ລົມພາຍຸໝູນເຂດຮ້ອນ ໂພດູ (PODUL) ຫົວທີ 12 ປີ 2019, ໃນເວລາ 7:00 ໂມງເຊົ້າ ຂອງວັນທີ 30 ສິງຫາ 2019, ມີຈຸດສູນກາງຢູ່ເສັ້ນຂະໜານທີ 16,8 ອົງສາເໜືອ ແລະ ເສັ້ນແວງທີ 104,6 ອົງສາຕາເວັນອອກ, ພວມເຄື່ອນທີ່ໄປທາງທິດຕາເວັນຕົກດ້ວຍຄວາມໄວ 35 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດວ່າພາຍຸຫົວນີ້ຈະເຄື່ອນຜ່ານແຂວງວຽງຈັນ, ນະຄອນຫຼວງວຽງຈັນ ຫາພາກເໜືອ ດ້ານຕາເວັນຕົກ ໃນໄລຍະຕອນບ່າຍຂອງວັນທີ 30 ຫາ 31 ສິງຫາ 2019.

ເຊິ່ງຈະເຮັດໃຫ້ມີລົມພັດແຮງ, ພ້ອມມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຫາໜັກຫຼາຍຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກເໜືອ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບ, ລົມແຮງ, ຝົນຕົກໜັກ, ດິນເຈື່ອນ ແລະ ນໍ້າຖ້ວມຊຸ, ຖ້ວມອັ່ງທີ່ອາດຈະເກີດຂື້ນໄດ້.

ในภาพอาจจะมี สถานที่กลางแจ้ง

ສຳລັບລະດັບນໍ້າຢູ່ເຂດຂົວເຊບັ້ງໄຟແຂວງ ຄຳມ່ວນ, ໃນເວລາ 7:00 ໂມງ ຂອງວັນທີ 30 ສິງຫາ 2019 ແທກໄດ້ 19,41 ແມັດ, ຍັງຂຶ້ນສູງກາຍເຂດອັນຕະລາຍ (ເຂດອັນຕະລາຍ: 18,50 ແມັດ) ແລະ ຈະສູງເຖິງ 19,56 ແມັດ ໃນວັນທີ 1 ກັນຍາ 2019. ສ່ວນແກ້ງກອກ (ເຊຈໍາພອນ) ວັດແທກໄດ້ 7,89 ແມັດ, ເຂດລະວັງໄພ 7,50 ແມັດ ແລະ ເຂດອັນຕະລາຍ 8,50 ແມັດ. ສຳລັບໜ້າເຂື່ອນ (ນໍ້າງື່ມ) ວັດແທກໄດ້ 202,99 ເຂດລະວັງໄພ 212 ແມັດ ແລະ ເຂດອັນຕະລາຍ 212,31 ແມັດ.

ในภาพอาจจะมี รถยนต์, ท้องฟ้า และสถานที่กลางแจ้ง

ສະນັ້ນ, ໃຫ້ປະຊາຊົນທີ່ຢູ່ໃນເຂດສ່ຽງໄພຈົ່ງກຽມພ້ອມຍົກຍ້າຍ ແລະ ໃຫ້ເກັບມ້ຽນວັດຖຸສິ່ງຂອງພ້ອມສັດລຽ້ງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມສະພາບອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.