ເພັດມະນີ ຄວ້າອັນດັບ 2 ລາຍການດອກປີກໄກ່ນາໆຊາດ ທີ່ ສປ ຈີນ

125

ນາງ ເພັດມະນີ ແກ້ວເພຍຈັນ ຫຼື ນ້ອງແອນນ່າ ສາວນັກກີລາດອກປີກໄກ່ຂອງ ສະໂມສອນເສດຖາ ( ລາວ ) ສ້າງຜົນງານໄດ້ຢ່າງໂດດເດັ່ນຄວ້າຮອງແຊັມ ຫຼັງເສຍໃຫ້ກັບນັກກີລາສາວຈາກປະເທດອິນໂດເນເຊຍ 0 – 2 ເຊັດ ໃນຮອບຊີງຊະນະເລີດ ຄວ້າ 1 ຫຼຽນເງິນ ພ້ອມເງິນລາງວັນ 900 ໂດລາ ໃຫ້ແກ່ປະເທດຊາດ ໃນລາຍການດອກປີກໄກ່ ຢູນນານ ໂຢເນັກ ແບັດມິນຕັນ ແຊັມປ້ຽນຊິບ 2019 ( Yunan “ YONEX ” badminton open championships ) ທີ່ຄຸນໝິງ ສປ ຈີນ.
ການແຂ່ງຂັນຄັ້ງນີ້ໄດ້ມີຂຶ້ນລະຫວ່າງວັນທີ 24 – 27 ສິງຫາຜ່ານມາ ທີ່ຄຸນໝິງ ສປ ຈີນ ຮັບກຽດເປັນເຈົ້າພາບໂດຍທັບນັກກີລາດອກປີກໄກ່ຂອງສະໂມສອນເສດຖາ ຕາງໜ້າ ສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນ 8 ຄົນ. ໃນນັ້ນ, ຄະນະນຳພາຂອງ ທ່ານ ວຽງສະຫວັນ ແສງຈັນ ປະທານສະໂມສອນດອກປີກໄກ່ເສດຖາ, ຄູຝຶກ 2 ຄົນ, ນັກກີລາຮຸ່ນອາວຸໂສ 2 ຄົນ, ນັກກີລາຊາຍທົ່ວໄປ 2 ຄົນ ແລະ ນັກກີລາຮຸ່ນທົ່ວໄປ 1 ຄົນ ການແຂ່ງຂັນລາຍການດັ່ງກ່າວມີນັກກີລາຈາກ 9 ປະເທດ ເຂົ້າຮ່ວມແຂ່ງຂັນຊີງໄຊ.

ການແຂ່ງຂັນລາຍການນີ້ມີນັກກີລາຈາກ 9 ປະເທດ ເຂົ້າຮ່ວມແຂ່ງຂັນ ປະກອບມີ: ເຈົ້າພາບ ສປ ຈີນ, ໄທ, ສິງກະໂປ, ອິນໂດເນເຊຍ, ມຽນມາ, ມາເລເຊຍ, ສິງກະໂປ, ສະໂມສອນເສດຖາ ຈາກ ສປປ ລາວ, ຮົງກົງ ( ຈີນ ) ແລະ ອົສຕຣາລີ.
ສະເພາະລາຍການດ່ຽວຍິງ ນາງ ເພັດມະນີ ແກ້ວເພຍຈັນ ເຂົ້າຮ່ວມແຂ່ງຂັນມີນັກກີລາເຂົ້າຮ່ວມຊີງໄຊເຖິງ 10 ກວ່າຄົນ. ໃນນັ້ນ, ໄດ້ມີການຈັບສະຫຼາກປະກົບຄູ່ແຂ່ງຂັນເສຍຕົກຮອບ ແລະ ນາງ ເພັດມະນີ ແກ້ວເພຍຈັນ ກໍສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນໄລ່ເອົາຊະນະນັກກີລາເຈົ້າພາບ ສປ ຈີນ ກ່ອນຈະຮັກສາຟອມເກັ່ງຊະນະນັກກີລາຈາກໄທ ທະລຸເຂົ້າເຖິງຮອບຊີງຊະນະເລີດ.
ໃນຮອບຊີງຊະນະເລີດ ເພັດມະນີ ບໍ່ສາມາດເອົາຊະນະໄດ້ ເສຍໃຫ້ນັກກີລາຈາກ ອິນໂດເນເຊຍ ໄດ້ພຽງຫຼຽນເງິນມາຄ້ອງຄໍ ພ້ອມເງິນລາງວັນ 900 ໂດລາ, ສ່ວນອິນໂດເນເຊຍ ໄດ້ຫຼຽນຄໍາ ພ້ອມເງິນລາງວັນ 1.800 ໂດລາສະຫະລັດ ແລະ ທີ 3 ຕົກເປັນຂອງນັກກີລາຈາກໄທ ໄດ້ຮັບຫຼຽນທອງພ້ອມເງິນລາງວັນ 300 ໂດລາສະຫະລັດ ແລະ ທີ 4 ແມ່ນນັກກີລາເຈົ້າພາບ ສປ ຈີນ ໄດ້ຮັບລາງວັນຊົມເຊີຍເງິນສົດ 200 ໂດລາສະຫະລັດ.

ທ່ານ ວຽງສະຫວັນ ແສງຈັນ ໃຫ້ສຳພາດວ່າ: ບໍ່ຄິດບໍ່ຝັນວ່ານັກກີລາຂອງສະໂມສອນຂອງພວກເຮົາ ຈະສາມາດແຈ້ງເກີດໃນການເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ເຊິ່ງມີນັກກີລາດີໆ ແລະ ສີມືດີຈາກ 9 ປະເທດເຂົ້າຮ່ວມ. ຕໍ່ຜົນງານດັ່ງກ່າວ ເຊິ່ງເປັນຄວາມພາກພູມໃຈຂອງທາງສະໂມສອນພວກເຮົາ ທີ່ສາມາດສ້າງຊື່ສຽງ ແລະ ກຽດສັກສີມາສູ່ປະເທດຊາດ. ຢ່າງໃດກໍຕາມ, ພວກເຮົາຈະເພີ່ມທະວີສືບຕໍ່ສົ່ງເສີມການພັດທະນານັກກີລາພາຍໃນສະໂມສອນຢ່າງຕໍ່ເນື່ອງ ໂດຍຈະສົ່ງເຂົ້າຮ່ວມແຂ່ງຂັນລາຍການທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນລະ ຫວ່າງວັນທີ 15 – 17 ພະຈິກ 2019 ຈະເຂົ້າຮ່ວມການແຂ່ງຂັນດອກປີກໄກ່ ອິນເຕີເນຊັນນອລ ແຊັມປ້ຽນຊິບ 2019 ທີ່ຈັງຫວັດຊຽງໃໝ່ ປະເທດໄທ ເປັນເຈົ້າພາບ.