ເສັ້ນທາງຫຼາຍຈຸດຢູ່ວິລະບູລີ ນໍ້າຖ້ວມ, ໜັກສຸດທາງ 28A

129

ອີງຕາມນັກຂ່າວທ້ອງຖິ່ນ ເມືອງວິລະບູລີ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ວັນທີ 30 ສິງຫາ 2019 ນີ້, ຝົນຍັງສືບຕໍ່ຕົກໜັກ ແລະ ມີລົມແຮງ, ລະດັບນ້ຳເຊ ແລະ ສາຍຫ້ວຍຕ່າງໆ ເພີ່ມຂຶ້ນໄວຢ່າງໄວ ແລະ ຖ້ວມເນື້ອທີ່ນາ, ສວນ ແລະ ບ່ອນທຳການຜະລິດຂອງປະຊາຊົນລວມເຖິງເສັ້ນທາງຕ່າງໆກໍ່ມີຫຼາຍຈຸດຖືກຕັດຂາດ.

*

 

*

ປັດຈຸບັນ ເສັ້ນທາງ 28A ເຊິ່ງເປັນເສັ້ນທາງຫຼັກ ແມ່ນຖືກຕັດຂາດແລ້ວຫຼາຍຈຸດ, ທາງໄປຈຸດສຸມອ່າງຄຳ, ໄປນ້ຳປະເຄນ, ໄປຫ້ວຍຫອງ ແລະ ຈຸດອື່ນໆ ຂອງເມືອງວິລະບູລີ ເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກ, ຖ້າຝົນຍັງສືບຕໍ່ຕົກ ປະລິມານນໍ້າສະສົມ ອາດສົ່ງຜົນກະທົບໂດຍກົງຕໍ່ພື້ນທີ່ທຳການຜະລິດ ໂດຍສະເພາະແມ່ນ ເຂດທີ່ລຽບຕາມສາຍເຊກອກ, ເຊບາຍ ແລະ ເຊນ້ອຍ.

*

*

ຂະນະທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດໃນວັນທີ 30 ສິງຫາ 2019 ວ່າ: ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ, ປ່ອງເຂົ້າສູ່ລົມພາຍຸໝູນເຂດຮ້ອນໂພດູ (PODUL) ຫົວທີ 12 ປີ 2019, ໃນເວລາ 7 ໂມງເຊົ້າ ຂອງ ວັນທີ 30 ສິງຫາ 2019, ມີຈຸດສູນກາງຢູ່ເສັ້ນຂະໜານທີ 17,7 ອົງສາເໜືອ ແລະ ເສັ້ນແວງທີ 105,0 ອົງສາຕາເວັນອອກ, ພວມເຄື່ອນທີ່ໄປທາງທິດຕາເວັນຕົກດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດວ່າພະຍຸຫົວນີ້ຈະເຄື່ອນເຂົ້າຝັ່ງປະເທດຫວຽດນາມໃນຕອນຄໍ່າຂອງມື້ນີ້ ແລະ ຈະສືບຕໍ່ຜ່ານເຂົ້າພາກກາງ ແລະ ພາກໃຕ້ຂອງລາວ

 

 

ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

*

 

*

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບ, ຝົນຕົກໜັກ, ດີນເຈື່ອນ ແລະ ນໍ້າຖ້ວມຊຸ, ຖ້ວມອັ່ງ ທີ່ອາດຈະເກີດຂື້ນໄດ້ ແລະ ຂໍໃຫ້ຕິດຕາມສະພາບອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈໍາ.

ທີ່ມາ:  News Vilabouly