ແຂວງຫົວພັນ ແຕ່ງຕັ້ງຫົວໜ້າພະແນກການຕ່າງປະເທດ ຜູ້ໃໝ່

73

ວັນທີ 28 ສິງຫານີ້ ແຂວງຫົວພັນ ໄດ້ຈັດພິທີແຕ່ງຕັ້ງຫົວໜ້າພະແນກການຕ່າງປະເທດ ແຂວງຫົວພັນຜູ້ໃໝ່ ຂຶ້ນຢູ່ທີ່ ສໍານັກງານຫ້ອງວ່າການແຂວງຫົວພັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ແພງ ກັນຍາພິມ ຮອງເລຂາພັກແຂວງ ຮອງເຈົ້າແຂວງຫົວພັນ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງຊຽງຄໍ້ ຕະຫຼອດຮອດພະນັກງານວິຊາການພະແນກການຕ່າງປະເທດເຂົ້າຮ່ວມນໍາ.

ໃນພິທີ ທ່ານ ຕົ່ງລີເຕັ່ງ ກໍາມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ຫົວພັນ ສະບັບເລກທີ 874 ລົງວັນທີ 23 ກໍລະກົດ 2019 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກພົວພັນການຕ່າງປະເທດແຂວງຫົວພັນຜູ້ໃໝ່ ໂດຍໄດ້ຕົກລົງແຕ່ງຕັ້ງ ທ່ານ ພັນຕາ ທອນວົງສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊຽງຄໍ້ຜູ້ເກົ່າ ມາເປັນຫົວໜ້າພະແນກການຕ່າງປະເທດຜູ້ໃໝ່ ແລະ ໄດ້ຍົກຍ້າຍ ທ່ານ ວົງໄຊ ຍະສິງທອນ ຫົວໜ້າພະແນກການຕ່າງປະເທດຜູ້ເກົ່າ ໄປເປັນເຈົ້າເມືອງຊຽງຄໍ້ຜູ້ໃໝ່.

ໂອກາດນີ້, ທ່ານຮອງເຈົ້າແຂວງຫົວພັນ ຍັງໄດ້ຊີ້ນໍາ, ເນັ້ນໜັກໃຫ້ຜູ້ທີ່ຮັບໜ້າທີ່ໃໝ່ຈົ່ງສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຮັບມອບໝາຍໄປຕາມສິດໜ້າທີ່ ແລະ ພາລະບົດບາດໃຫ້ມີຜົນສຳເລັດ ເພື່ອເຮັດໃຫ້ວຽກງານພົວພັນການຕ່າງປະເທດຢູ່ແຂວງຫົວພັນ ມີທ່າກ້າວຂະຫຍາຍຕົວ, ມີໂສມໜ້າໃໝ່ທີ່ດີຂຶ້ນກວ່າເກົ່າ.
[ ຂ່າວ: ງຸດ ວິໄລຄຳ ]