ຈະຊົດເຊີຍສວນທີ່ຖືກຊ້າງປ່າທຳລາຍ, ພ້ອມຂຶ້ນທະບຽນຊ້າງບໍ່ໃຫ້ສູນພັນ

43

ເມື່ອກາງເດືອນສິງຫານີ້ ມີຝູງຊ້າງປ່າຈຳນວນ 16 ໂຕເຂົ້າມາທຳລາຍຜົນລະປູກ ໂດຍສະເພາະແມ່ນໄຮ່ເຂົ້າ ແລະ ຕູບຂອງປະຊາຊົນຢູ່ບ້ານຫາດນິກ ເມືອງ ຫຼາ ແຂວງອຸດົມໄຊ ເຮັດເນື້ອທີ່ໄຮ່ເຂົ້າຂອງຊາວບ້ານທັງໝົດປະມານ 0,3 ເຮັກຕາ ຕູບຈຳນວນ 3 ຕູບ ກວມເອົາຈຳນວນ 6 ຄອບຄົວ ໄດ້ຮັບຄວາມເສຍຫາຍຄິດເປັນມູນຄ່າທັງໝົດ 9,2 ລ້ານກີບ. ຂະນະທີ່ເຈົ້າແຂວງຊີ້ແຈງປະຊາຊົນຈົ່ງອະນຸລັກຝູງຊ້າງໄວ້ບໍ່ໃຫ້ທຳລາຍ ພ້ອມທັງໃຫ້ພາກສ່ວນກ່ຽວຂ້ອງມາຂຶ້ນທະບຽນອະນຸລັກບໍ່ໃຫ້ສູນພັນ.

 

 

ໃນວັນທີ 28 ສິງຫານີ້ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ກໍໄດ້ລົງເບິ່ງສະພາບຕົວຈິງ ພ້ອມທັງໄດ້ຮັບຟັງການລາຍງານສະພາບຄວາມເປັນມາຂອງຝູງຊ້າງປ່າ ຈາກອົງການປົກຄອງບ້ານຫາດນິກໃຫ້ຮູ້ວ່າ: ເລີ່ມແຕ່ສົກປີ 2012-2013 ທີ່ຜ່ານມາ ຊ້າງປ່າໄດ້ຍ້າຍຖິ່ນຖານເຂົ້າມາຢູ່ເຂດເມືອງຫຼາ ແຂວງ ອຸດົມໄຊ; ຕາມຂໍ້ມູນສະຖິຕິຊ້າງທັງໝົດມີຈໍານວນ 19 ໂຕ, ມີເພດຜູ້ຈໍານວນ 4 ໂຕ ແລະ ເພດແມ່ຈໍານວນ 15 ໂຕ, ໄດ້ເຂົ້າມາອາໄສຢູ່ເຂດພູແທນ ເຊິ່ງກວມເອົາ 5 ບ້ານຄື: ບ້ານປາງສະບັດ, ບ້ານລາງລີງ, ບ້ານໂພນສະຫວັດ, ບ້ານພູແທ່ນ ແລະ ບ້ານປາງສົມ. ໃນປີ 2015 ຊ້າງດັ່ງກ່າວໄດ້ຕາຍຢູ່ເຂດບ້ານພູແທ່ນ ຈໍານວນ 1 ໂຕ, ປີ 2016 ຕາຍຢູ່ບ້ານຫາດແອນຈໍານວນ 1 ໂຕ ແລະ ປີ 2017 ໄດ້ຕາຍອີກຕື່ມ 1 ໂຕ ຢູ່ເຂດບ້ານຫົວແກ້ງ.

 

 

ໃນໄລຍະຜ່ານມາຝູງຊ້າງຈໍານວນດັ່ງກ່າວ ແມ່ນໄດ້ອາໄສຢູ່ເຂດບ້ານພູແທ່ນ ແລະ ບ້ານປາງສົມ. ໃນສົກປີ 2014-2015 ຝູງຊ້າງແມ່ນໄດ້ທໍາລາຍຜົນລະປູກ (ເຂົ້າໄຮ່) ແລະ ຖຽງໄຮ່ຂອງປະຊາຊົນ, ຈິ່ງເຮັດໃຫ້ມີການຂັບໄລ່ ແລະ ເຮັດໃຫ້ຝູງຊ້າງປ່າໄດ້ເຄື່ອນຍ້າຍລົງມາຮອດເຂດສໍາພັນໄຊ ເຊິ່ງກວມເອົາຂົງເຂດ 5 ບ້ານຄື: ບ້ານຫາດແອນ, ຫາດນິກ, ຫ້ວຍແພ, ຫ້ວຈາຍ ແລະ ຫົວແກ້ງ. ມາຮອດທ້າຍປີ 2017-2018 ຝູງຊ້າງປ່າໄດ້ກັບໄປຢູ່ເຂດຄຸ້ມຄອງຂອງບ້ານໂພນສະຫວັດ ແລະມາຮອດຕົ້ນປີ 2019 ນີ້ ຝູງຊ້າງປ່າດັ່ງກ່າວແມ່ນໄດ້ກັບມາເຂດສໍາພັນໄຊຕື່ມອີກ ແລະ ໄດ້ມາທຳລາຍຜົນລະປູກຂອງປະຊາຊົນບ້ານຫາດນິກ.

 

 

ຕໍ່ກັບບັນຫາດັ່ງກ່າວ ທ່ານ ເຈົ້າແຂວງໄດ້ເນັ້ນໃຫ້ປະຊາຊົນບ້ານຫາດນິກ ພ້ອມກັນອານຸລັກຝູງຊ້າງປ່າທີ່ອາໄສຢູ່ຂອບເຂດຂອງບ້ານຕົນ ເພື່ອຄວາມຍືນຍົງຂອງຊ້າງ ແລະ ກຳນົດເປັນຈຸດທ່ອງທ່ຽວຂອງເມືອງ ເນື່ອງຈາກວ່າຊ້າງປ່າ ເປັນຊັບສົມບັດລວມຂອງຊາດ ຫ້າມຊາວບ້ານທຳລາຍຢ່າງເດັດຂາດ. ສ່ວນພື້ນທີ່ຜົນລະປູກຂອງປະຊາຊົນທີ່ເສຍຫາຍ ແມ່ນໃຫ້ທາງເມືອງສົມທົບກັບບ້ານຄົ້ນຄວ້າຈັດສັນເຂດຜະລິດໃໝ່ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ. ນອກນີ້, ຍັງໄດ້ເນັ້ນໃຫ້ຊາວບ້ານອະນຸລັກເຂດທີ່ຢູ່ອາໄສຂອງຊ້າງປ່າໃຫ້ມີຄວາມອຸດົມສົມບູນ ບໍ່ໃຫ້ມີການບຸກລຸກ ຫຼື ທຳລາຍ ເພື່ອບໍ່ໃຫ້ຝູງຊ້າງຈຳນວນດັ່ງກ່າວໜີໄປຢູ່ເຂດອື່ນ. ພ້ອມດຽວກັນ ຍັງຈະໄດ້ເອົາພາກສ່ວນກ່ຽວຂ້ອງເຂົ້າມາສຶກສາ, ສຳຫຼວດ ແລະ ຂຶ້ນທະບຽນຊ້າງທັງໝົດທີ່ມີຢູ່ເພື່ອຈະອະນຸລັກບໍ່ໃຫ້ສູນພັນ.