ຍິງນັດດຽວໄດ້ນົກສອງໂຕ ສຸກໃຈຄູນສອງ (ນັກທ່ອງທ່ຽວມາເລເຊຍ)

77

ຊາບຊື້ງເມື່ອໄດ້ເຫັນພາບປະທັບໃຈທີ່ນັກທ່ອງທ່ຽວມາເລເຊຍມອບໃຫ້ ງານນີ້ເວົ້າໄດ້ວ່າຍິງນັດດຽວໄດ້ນົກສອງໂຕເລີຍລະ ມາທ່ອງທ່ຽວໄດ້ຄວາມເພີດເພີນເພີ່ມຄວາມສຸກໃຫ້ຊີວິດແຖມສ້າງບຸນກຸສົນໃຫ້ການຊ່ວຍເຫຼືອອີກ ໜ້ອຍຫຼື ຫຼາຍບໍ່ສຳຄັນທີ່ແນ່ນອນກວ່ານັ້ນຄືຄວາມສຸກໃຈທັງຜູ້ໃຫ້ ແລະຜູ້ຮັບ.

*

*

ຕາມຂ່າວທ້ອງຖິ່ນຈາກ ຫຼວງນໍ້າທາ ໄດ້ເຜີຍພາບ ແລະ ຂໍ້ມູນຂອງ ບໍລິສັດ ທ່ອງທ່ຽວສະຫວັນນະເຂດ ນໍາໂດຍທ່ານ ທຸງໄຊ ພ້ອມຄະນະ ໄດ້ນໍາພາຂະບວນຄາລາວານ ນັກທ່ອງທ່ຽວ ຈາກປະເທດມາເລເຊຍໄດ້ມາມອບເຄື່ອງຊ່ວຍເຫຼືອໃຫ້ບ້ານຕາຫວານ ເມືອງຫຼວງນໍ້າທາ ໃນວັນທີ 25 ສິງຫາ 2019 ຜ່ານມາ.

*

ໂດຍມີທ່ານ ສົມຈັນ ດັ່ງວັນຄໍາ ນາຍບ້ານຕາຫວານ, ທ່ານ ສຸກສັນ ພະກາສີ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງຫຼວງນໍ້າທາ ພ້ອມດ້ວຍຄະນະ,ແລະ ອົງການຈັດຕັ້ງບ້ານ, ປະຊາຊົນບ້ານຕາຫວານໃຫ້ການຕ້ອນຮັບ.

*

*

ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີເຄື່ອງກິລາ, ອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ເປັນຕົ້ນແມ່ນ ບານເຕະ, ບານຕີ, ກະຕໍ້, ປື້ມຂຽນ, ບິກ, ສໍດໍາ, ບັນທັດ, ເສື້ອ,ໂສ້ງ,ເກີບ ແລະ ເຄື່ອງຫຼີ້ນເດັກນ້ອຍຈໍານວນໜື່ງ ລວມມູນຄ່າ 10 ລ້ານກວ່າກີບ.

*

ພ້ອມນີ້ ຍັງໄດ້ມອບເງິນສົດ 1.000 ໂດລາສະຫະລັດ ຫຼື ປະມານ 8 ລ້ານກວ່າກີບ ໃຫ້ບ້ານຕາຫວານ ເພື່ອຈັດຊື້ກ່ອງນໍ້າໃຫ້ໂຮງຮຽນບ້ານຂອງຕົນ ມີນໍ້າດຶ່ມ, ນໍ້າໃຊ້ທີ່ສະອາດ ໃຫ້ກຽດມອບຂອງ ທ່ານ ທູມັດຝູ ຫົວໜ້າຄະນະທີມງານຂະບວນຄາລາວານ ນັກທ່ອງທ່ຽວຈາກປະເທດມາເລເຊຍ.
ນັບເປັນເລື່ອງທີ່ໜ້າຍິນດີ ແລະ ປະທັບໃຈທີ່ສຸດ ທີ່ຈະເຮັດໃຫ້ສາຍສໍາພັນລະຫວ່າງສອງຊາດ ລາວ ມາເລເຊຍ ນັບມື້ຍິ່ງແໜ້ນແຟ້ນຂຶ້ນ.
ຈາກ: ຂ່າວເມືອງຫຼວງນໍ້າທາ.

*

*