ລາຄາຄຳຮູບປະພັນຢູ່ນະຄອນຫຼວງວຽງຈັນ ປັບຂຶ້ນຫຼາຍກວ່າ 6 ແສນກີບ

389

ສະຖານະການຄວາມບໍ່ແນ່ນອນຂອງເສດຖະກິດໂລກດຶງໃຫ້ລາຄາຄຳລ່ວງໜ້າຕະຫຼາດໂຄແມັກ ປັບຂຶ້ນສູ່ລະດັບ 1.538 ໂດລາຕໍ່ອອນ ດຶງໃຫ້ລາຄາຄຳຮູບປະພັນຂອງລາວ ປັບຂຶ້ນເຖິງ 650.000 ກີບ ໃນໄລຍະພຽງເດືອນປາຍ.

ຈາກການລາຍງານລາຄາຄຳຮູບປະພັນປະຈຳວັນຂອງ ຮ້ານຄຳ ພູວົງ ໃນວັນທີ 1 ມິຖຸນາ 2019 ເຫັນວ່າ: ລາຄາຄຳຊື້ 1 ບາດ 5.709.000 ກີບ, ມາຮອດວັນ ທີ 23 ກໍລະກົດ ລາຄາຄຳ 1 ບາດ 6.139.000 ກີບ ເພີ່ມຂຶ້ນ 430.000 ກີບຕໍ່ບາດ ທຽບໃສ່ລາຄາວັນທີ 1 ມິຖຸນາຜ່ານມາ ແລະ ລາຄາຫຼ້າສຸດ ວັນທີ 27 ສິງຫາ 1 ບາດ ຢູ່ທີ່ 6.789.000 ກີບ ເພີ່ມຂຶ້ນ 650.000 ກີບຕໍ່ບາດ ທຽບໃສ່ລາຄາ ວັນທີ 23 ກໍລະກົດຜ່ານມາ ເຫັນວ່າລາຄາຄຳຮູບປະພັນປັບຂຶ້ນແບບກ້າວກະໂດດໄວໃນໄລຍະເວລາເດືອນກວ່າ ປັບຂຶ້ນເຖິງ 650.000 ກີບຕໍ່ບາດ.

ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການ ຮ້ານຄຳ ພູວົງ ໃຫ້ຮູ້ວ່າ: ໃນວັນສຸກຜ່ານມາ ( 24 ສິງຫາ 2019 ) ລາຄາຄຳປັບຂຶ້ນ ເນື່ອງຈາກຂໍ້ຂັດແຍ່ງທາງການຄ້າລະຫວ່າງສະຫະລັດອາເມຣິກາ ແລະ ຈີນ ກັບມາເຄັ່ງຕຶງຫຼັງຈາກທີ່ຈີນ ປະກາດເກັບພາສີສິນຄ້ານຳເຂົ້າຈາກອາເມຣິກາ ເປັນວົງເງິນ 70,5 ຕື້ໂດລາສະຫະລັດ ເຊິ່ງ ປະທານາທິບໍດີ ທ່ານ ໂດນັນ ທຣຳ ຕອບໂຕ້ດ້ວຍການຮຽກຮ້ອງໃຫ້ບໍລິສັດສັນຊາດອາເມຣິກາ ຍ້າຍຖານການຜະລິດອອກຈາກປະເທດຈີນ ແລະ ປະກາດປັບຂຶ້ນພາສີອີກ 5% ຈາກສິນຄ້ານໍາເຂົ້າຂອງຈີນ ມູນຄ່າປະມານການ 500,5 ຕື້ໂດລາ ສ່ວນກອງທຶນ SPDR ເຊິ່ງເປັນກອງທຶນສະສົມຄຳໃຫຍ່ທີ່ສຸດຂອງໂລກ ສະສົມຄຳຢ່າງຕໍ່ເນື່ອງເປັນອາທິດທີ 4 ໂດຍຊື້ຄຳ 16,42 ໂຕນ ໃນອາທິດທີ່ຜ່ານມາ.

ສະນັ້ນ, ທ່າອ່ຽງລາຄາຄຳຕະຫຼາດໂລກມີລັກສະນະຄ່ອຍໆຂຶ້ນ ໂດຍມີແນວຕ້ານສຳຄັນຢູ່ທີ່ 1.550 ໂດລາຕໍ່ອອນ. ສ່ວນລາຄາຄໍາເປັນເງິນກີບກໍມີທ່າອ່ຽງປັບສູງຂຶ້ນໄປອີກ ເພາະຈາກລາຄາຂອງຕະຫຼາດໂລກ ແລະ ການອ່ອນຄ່າຂອງເງິນກີບ ເມື່ອທຽບກັບເງິນໂດລາ ແລະ ນີ້ອາດເປັນໂອກາດຂອງການລົງທຶນ ເພາະຄຳຍັງມີທ່າອ່ຽງທີ່ຈະສູງຂຶ້ນທີ່ມີຜົນຈາກສົງຄາມການຄ້າ.

ຂະນະທີ່ລາຄາຄຳລ່ວງໜ້າຕະຫຼາດໂຄແມັກ ສະຫະລັດອາເມຣິກາສັ່ງມອບເດືອນທັນວາ ປັບຂຶ້ນມາຢູ່ທີ່ 1.537 ໂດລາຕໍ່ອອນ ໃນວັນທີ 27 ສິງຫາ 2019 ດ້ານສະມາຄົມຄ້າທອງຄຳປະເທດໄທ ( Gold Trade Association ) ໃຫ້ຮູ້ວ່າ: ລາຄາຄຳແທ່ງ ຊື້ 22.050 ບາດຕໍ່ບາດຄຳ, ຂາຍ 22.150 ບາດຕໍ່ບາດຄຳ ແລະ ຄຳຮູບປະພັນ ຊື້ 21.648,48 ບາດຕໍ່ບາດຄຳ, ຂາຍ 22.650 ບາດຕໍ່ບາດຄຳ ແລະ ສຳລັບທິດທາງລາຄາຄຳໃນປະເທດໄທ ລະຫວ່າງວັນທີ 26 – 30 ສິງຫາ 2019 ຈາກການສຳຫຼາດ GRC Gold Survey ໂດຍສູນວິໄຈຄຳມີນັກລົງທຶນຄຳເຂົ້າຮ່ວມຕອບແບບສຳຫຼວດ ຈຳນວນ 294 ລາຍ ໃນຈຳນວນນີ້ມີ 151 ລາຍ ຫຼື ທຽບເປັນ 51% ຄາດວ່າລາຄາຄຳໃນປະເທດຈະປັບເພີ່ມຂຶ້ນອີກໃນອາທິດນີ້.