ວຽງຈັນ ເອັຟທີ ສົ່ງນັກເຕະ 100 ກວ່າຄົນ ຮ່ວມຊີງຂັນປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ

200

ສະໂມສອນບານເຕະ ວຽງຈັນ ອາຄາເດມີ້ ເອັຟທີ ພ້ອມຈະສົ່ງຄະນະນຳ, ຄູຝຶກ, ພໍ່ແມ່ນັກກີລາ ແລະ ນັກກິລາໃນຮຸ່ນອາຍຸ 11 ປີ, 13 ປີ ແລະ 16 ປີ ລວມທັງໝົດ ຈຳນວນ 100 ກວ່າຄົນ ເຂົ້າຮ່ວມການແຂ່ງຂັນກີລາບານເຕະຮຸ່ນເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ປະຈຳປີ 2019 ເພື່ອເປັນການສ້າງຂະບວນການຕ້ອນຮັບເປີດສົກຮຽນໃໝ່ ສົກຮຽນ 2019-2020 ແລະ ຄັດເລືອກນັກກີລາຮຸ່ນສືບທອດດີເດັ່ນກຽມຕາງໜ້ານະຄອນ ຫຼວງວຽງຈັນ ເຂົ້າຮ່ວມແຂ່ງຂັນທັງພາຍໃນ ແລະ ພາຍນອກ ຈະຈັດຂຶ້ນໃນຕໍ່ໜ້ານີ້.

ຕາມການໃຫ້ສຳພາດຂອງ ທ່ານ ບຸນລັບ ເຄນກິດຕິສັກ ຫົວໜ້າຄູຝຶກສະໂມສອນ ວຽງຈັນ ອາຄາເດມີ້ ເອັຟທີ ວ່າ: ເພື່ອເປັນການສົ່ງເສີມລູກຫຼານນັກກີລາຂອງພໍ່ແມ່ຜູ້ປົກຄອງຂອງສະໂມສອນ ພວກເຮົາໄດ້ເຄື່ອນໄຫວຮ່ວມແຂ່ງຂັນໃນລາຍການຕ່າງໆ ໂດຍສະເພາະການແຂ່ງຂັນ ລະດັບ ນະຄອນຫຼວງວຽງຈັນ ຮຸ່ນເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ປະຈຳປີ 2019, ເຊິ່ງຈະເປີດການແຂ່ງຂັນໃນວັນເສົານີ້, ສະນັ້ນ ທາງສະໂມສອນ ຈຶ່ງໄດ້ມີການຫ້າງຫາງກະກຽມຄວາມພ້ອມ ແຕ່ງຕັ້ງຄະນະຮັບຜິດຊອບທີມ ເຊິ່ງປະກອບມີຜູ້ຈັດການທີມແຕ່ລະຮຸ່ນ, ຄູຝຶກ, ພໍ່ແມ່ນັກກີລາ ແລະ ນັກກີລາ ລວມທັງໝົດ 100 ກວ່າຄົນ ກຽມເຂົ້າຮ່ວມງານດັ່ງກ່າວ. ຢ່າງໃດກໍຕາມ, ຕະຫຼອດໄລຍະການສ້າງຕັ້ງສະໂມສອນ ທີມຂອງພວກເຮົາໄດ້ມີການເຄື່ອນໄຫວ ແລະ ຝຶກຊ້ອມຢ່າງເປັນປົກກະຕິທຸກໆວັນເສົາ ແລະ ວັນອາທິດ. ດັ່ງນັ້ນ, ເຊື່ອວ່າການເຂົ້າຮ່ວມງານແຂ່ງຂັນຄັ້ງນີ້ ຈະມີປະໂຫຍດສູງສຸດໃນການສ້າງປະສົບການ ແລະ ບົດຮຽນໃຫ້ແກ່ເດັກນ້ອຍໄດ້ຫຼາຍເຕີບ.

ສໍາລັບ ການແຂ່ງຂັນເຕະບານເຍົາວະຊົນ 3 ຮຸ່ນ ກໍຄື 11 ປີ, 13 ປີ ແລະ 16 ປີ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ໄດ້ການສະໜັບສະໜູນໂດຍ ບໍລິສັດ ເອັບບີທີ ຈາກປະເທດ, ສູນຈຳໜ່າຍເຄື່ອງກິລາຄົບວົງຈອນ ສະເຕດ້ຽມສະປອດ , ບໍລິສັດ ເອັສພີ ທີ່ປືກສາ-ກວດສອບບັນຊີ ແລະ ທີ່ປືກສາການລົງທຶນ ຈຳກັດ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານ ເອັສທີທີ ບໍລິຫານເຄື່ອງໃຫ້ເຊົ່າ ລາຍການນີ້ ໄດ້ມີການກຳນົດເງື່ອນໄຂນັກກີລາທຸກຄົນຕ້ອງເກີດຕາມອາຍຸການແທ້ຂອງໃຜລາວ, ໃນນັ້ນ ມີ 10 ສະໂມສອນ ແຈ້ງເຈດຈໍານົງເຂົ້າຮ່ວມແຂ່ງຂັນ ຄື: ຮຸ່ນອາຍຸ 11 ປີ ມີ 6 ສະໂມສອນ ປະກອບມີ ສະໂມສອນ ວຽງຈັນ ອາຄາເດມີ້ ເອັຟທີ, ສະໂມສອນ ນະຄອນຫລວງວຽງຈັນ, ສະໂມສອນ ຕາວັນ ເອັຟຊີ, ສະໂມສອນ ໄກ່ປ່າ ເອັຟຊີ, ສະໂມສອນ ປະສານໃຈ ເອັຟຊີ ແລະ ສະໂມສອນ ລອ໋ບ ສະເຕດ້ຽມ, ສ່ວນຮຸ່ນອາຍຸ 13 ມີສະໂມສອນ ຈິງໃຈ ເອັຟຊີ, ສະໂມສອນ ດີເຄ ເອັຟຊີ, ສະໂມສອນ ນະຄອນຫລວງວຽງຈັນ, ສະໂມສອນ ວຽງຈັນ ອາຄາເດມີ້ ເອັຟທີ, ສະໂມສອນ ຕາເວັນ ເອັຟຊີ, ສະໂມສອນ ທຣານຟໍເມເຊິນ ເອັຟຊີ ແລະ ຮຸ່ນອາຍຸ 16 ປີ ສະໂມສອນ ວຽງຈັນ ອາຄາເດມີ້ ເອັຟທີ, ສະໂມສອນ ນະຄອນຫລວງວຽງຈັນ, ສະໂມສອນ ທະເວັນຕີຊິກ ຢູໄນເຕັດ, ສະໂມສອນ ຈິງໃຈ ເອັຟຊີ, ສະໂມສອນ ດີເຄ ເອັຟຊີ ແລະ ສະໂມສອນ ປະສານໃຈ ເອັຟຊີ.

ສຳລັບລາງວັນຊະນະເລີດການແຂ່ງຂັນລາຍການດັ່ງກ່າວ ທີ 1 ຈະໄດ້ຮັບຂັນແຊັມແຕ່ລະຮຸ່ນ ພ້ອມກັບ ຫຼຽນຄຳ, ອັນດັບ 2 ຫຼຽນເງິນ ແລະ ອັນດັບ 3 ຫຼຽນທອງ ຕາມລໍາດັບ. ນອກຈາກນັ້ນ, ສະໂມສອນທີ່ເຂົ້າຮ່ວມກໍຍັງຈະໄດ້ຮັບໃບກຽດຕິຄຸນຈາກສະຫະພັນບານເຕະ ນະຄອນຫຼວງວຽງຈັນ ອີກດ້ວຍ.

ຂ່າວ-ຮູບ: ສົງການ; ຮຽບຮຽງ: ຄໍາສອນ