ເຕັກນິກການຂັບລົດລຸຍນໍ້າ ຄວນປະຕິບັດແນວໃດ?

180

ໃນອາທິດນີ້ ເສັ້ນທາງຫຼາຍຈຸດໃນນະຄອນຫຼວຽງວຽງຈັນທີ່ຕໍ່າ ເວລາຝົນຕົກນໍ້າມັກຈະຖ້ວມສ້າງຄວາມລໍາບາກໃນການສັນຈອນ ແລະ ບາງຄັ້ງລົດຂອງທ່ານອາດຈະໄດ້ຮັບຜົນເສຍຫາຍຈາກການຂັບຜ່ານນໍ້າທີ່ຖ້ວມເລິກ. ມື້ນີ້ ຈະພາທ່ານຜູ້ອ່ານມາຮູ້ຈັກເຕັກນິກການຂັບລົດລຸຍນໍ້າຖ້ວມ ເຊິ່ງເປັນຂໍ້ມູນທີ່ໜ້າສົນໃຈທີ່ທີມງານຊ່າງສ້ອມແປງຈາກຫ້ອງຂາຍລົດມິດຊູບີຊິ ມານໍາສະເໜີ.

ການຂັບລົດລຸຍນໍ້າ ເປັນສະພາບການໃຊ້ງານທີ່ບໍ່ປົກກະຕິສໍາລັບລົດ. ດັ່ງນັ້ນ, ເມື່ອມີເຫດຈໍາເປັນຕ້ອງໃຊ້ລົດໃນການເດີນທາງຂະນະທີ່ເກີດນໍ້າຖ້ວມຕ້ອງປະຕິບັດແນວໃດ ເພື່ອໃຫ້ເກີດຄວາມປອດໄພສູງສຸດ.

1. ສັງເກດຄວາມສູງຂອງລະດັບນໍ້າໃຫ້ສັງເກດຈາກລົດຄັນໜ້າ ຖ້າລົດເກັ໋ງທົ່ວໄປຄວນຫຼີກລຽງລະດັບນໍ້າສູງກວ່າ 25 ຊັງຕີແມັດ ແລະ ຕ້ອງບໍ່ເກີນເຄິ່ງຕີນລົດ ຫາກຍັງຂັບລຸຍຕໍ່ໄປໂອກາດເຄື່ອງຈັກດັບມີສູງ, ລົດກະບະ 40 ຊັງຕີແມັດ.
2. ປິດແອເພາະເມື່ອເປີດແອພັດລົມຈະເຮັດວຽກ ແລະ ພັດນໍ້າໃຫ້ກະຈາຍໄປທົ່ວຫ້ອງເຄື່ອງຈັກ ເຊິ່ງນໍ້າຈະເປັນຕົວພາໃຫ້ເຄື່ອງຈັກມອດໄດ້.
3. ຂັບຊ້າໆເພື່ອຫຼີກລຽງການຕົກຂຸມທີ່ແນມບໍ່ເຫັນ ໂດຍສັງເກດຈາກລົດຄັນໜ້າ ແລະ ພະຍາຍາມຈື່ເສັ້ນທາງໄວ້ຂັບລົດຜ່ານນໍ້າຖ້ວມໃຫ້ໃຊ້ ຄວາມໄວສະໝໍ່າສະເໝີ ແລະ ຕໍ່າສຸດ ດ້ວຍລະດັບຄວາມໄວທີ່ໝັ້ນຄົງໃຊ້ເກຍຕໍ່າຄືເກຍ 1 – 2 ແລະ ຮັກສາອັດຕາເລັ່ງໄວ້ໃຫ້ໄດ້ປະມານ 1.500 – 2.000 ຮອບ ຖ້າຕໍ່າກວ່ານີ້ເຄື່ອງຈັກອາດຈະມອດໄດ້ ຖ້າສູງເຄື່ອງຈັກອາດຈະດູດອາກາດ ແລະ ນໍ້າເຂົ້າໄປເຄື່ອງຈັກ. ສໍາລັບລົດເກຍໂອໂຕ້ ໃຊ້ເກຍ L ໃຫ້ຈື່ໄວ້ວ່າຂັບຊ້າໆຢ່າຢຸດ ແລະ ຢ່າເລັ່ງຄວາມໄວ.

4. ຢ່າເລັ່ງເຄື່ອງຈັກ ການຂັບລົດລຸຍນໍ້າຖ້ວມ ໂດຍເລັ່ງເຄື່ອງຈັກເພື່ອດັນນໍ້າອອກຈາກທໍ່ໄອເສຍ ເປັນການເຂົ້າໃຈຜິດ ເພາະຖ້າເລັ່ງເຄື່ອງຈັກຈະເຮັດໃຫ້ຈັກຮ້ອນ ເມື່ອເຄື່ອງຈັກຮ້ອນພັດລົມລະບາຍຄວາມຮ້ອນເຮັດວຽກກໍຈະພັດນໍ້າໃຫ້ກະຈາຍເຕັມຫ້ອງເຄື່ອງຈັກນັ້ນເອງ.
5. ຫຼີກລຽງບໍ່ຂັບຜ່ານສາຍໄຟຟ້າຈົມນໍ້າ ເພື່ອບໍ່ໃຫ້ຖືກໄຟຟ້າຊັອດ.
6. ສັງເກດເບິ່ງວ່າມີວັດຖຸອື່ນລອຍຕາມນໍ້າມາ ຫຼື ບໍ່ ເພາະຈະຂວາງທາງເຮັດໃຫ້ທ່ານຂັບຕໍ່ໄປບໍ່ໄດ້.
7. ພະຍາຍາມຮັກສາໄລຍະຫ່າງຈາກລົດຄັນໜ້າ ເພາະລະບົບເບຣກແຊ່ນໍ້າຢູ່ປະສິດທິພາບຕໍ່າລົງ.

8. ຫາກເຄື່ອງຈັກມອດກາງນໍ້າ ຫ້າມຕິດຈັກລົດເພາະເຄື່ອງຈັກອາດຈະໄດ້ຮັບຄວາມເສຍຫາຍໃຫ້ໂທລະສັບຂໍຄວາມຊ່ວຍເຫຼືອ ຫຼື ເອີ້ນຄົນທີ່ຢູ່ພາຍນອກລົດຊ່ວຍ.
9. ຫຼຸດຄວາມໄວລົງເມື່ອຂັບລົດສວນກັນ ເພາະລົດທີ່ສວນເລນມາຈະມີລະດັບຄື້ນນໍ້າທີ່ດັນຜ່ານມາກັບຄື້ນທີ່ເຮົາດັນໄປ ເຮັດໃຫ້ເກີດການປະທະລະຫວ່າງ 2 ຄື້ນ ແລະ ຄື້ນນໍ້າທີ່ຕໍາກັນຈະກໍ່ໃຫ້ເກີດແຮງກະທົບ ພ້ອມກັບລະດັບນໍ້າທີ່ສູງຂຶ້ນ ເຊິ່ງມັນສາມາດເຂົ້າໄປສ້າງຄວາມເສຍຫາຍພາຍໃນ ຫຼື ຖ້ວມຫ້ອງເຄື່ອງຈັກໄດ້.

[ ຂໍ້ມູນຈາກ: ບໍລິສັດມິດຊູບີຊິເຕສອງ ]