ຈະລາຈອນກຽມກຳລັງເກືອບ 600 ຄົນ ຮອງຮັບວັນເປີດສົກຮຽນໃໝ່

134

ໃນໄລຍະເປີດສົກຮຽນໃໝ່ 2019 – 2020 ນີ້ ເຈົ້າໜ້າທີ່ຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ຈະວາງກຳລັງເກືອບ 600 ຄົນ ໃນ 9 ຕົວເມືອງ ແລະ ແບ່ງເປັນ 119 ຈຸດ ໂດຍສະເພາະແມ່ນຈຸດ 3 ແຍກ ຫາ 4 ແຍກ.

ທ່ານ ພັນໂທ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ໃນໄລຍະເປີດສົກຮຽນໃໝ່ ສົກປີ 2019 – 2020 ນີ້ ຫ້ອງຕຳຫຼວດຈະລາຈອນນະຄອນຫຼວງ ໄດ້ສົມທົບກັບບັນດາຄະນະພັກ, ຄະນະນຳໃນ 9 ຕົວເມືອງ ນະຄອນຫຼວງວຽງຈັນ ເອົາໃຈໃສ່ໃນການຕັ້ງຈຸດກວດຕ່າງໆ ເພື່ອໃຫ້ການສັນຈອນໄປ – ມາຂອງຜູ້ໃຊ້ລົດໃຊ້ຖະໜົນມີຄວາມສະດວກສະບາຍ ແລະ ສັນຈອນດ້ວຍຄວາມປອດໄພ ເຊິ່ງມີທັງໝົດ 119 ຈຸດ ຕາມ 3 ແຍກ ຫາ 4 ແຍກ ແລະ ຕາມບັນດາໂຮງຮຽນຕ່າງໆທີ່ຢູ່ແຄມທາງຫຼວງ ໃນທົ່ວນະຄອນຫຼວງ ແລະ ມີເຈົ້າໜ້າທີ່ປະຕິບັດໜ້າທີ່ຕົວຈິງທັງໝົດ 588 ສະຫາຍ, ແຕ່ລະປີໄລຍະເປີດສົກຮຽນໃໝ່ຖືເປັນໄລຍະທີ່ການສັນຈອນມີຄວາມແອອັດທີ່ສຸດ.

ດັ່ງນັ້ນ, ທາງເຈົ້າໜ້າທີ່ຈະລາຈອນນະຄອນຫຼວງ ຈຶ່ງຂຶ້ນແຜນເພື່ອຮັບຮອງການລະບາຍລົດໃນໄລຍະດັ່ງກ່າວ ໂດຍເນັ້ນໃສ່ບັນດາໂຮງຮຽນທີ່ຕັ້ງຢູ່ແຄມເສັ້ນທາງ 13 ເໜືອ, 13 ໃຕ້, ຖະໜົນໄກສອນ, ຖະໜົນສຸພານຸວົງ ແລະ ຖະໜົນສາຍໃຕ້ – ດົງໂດກ ເປັນຕົ້ນແມ່ນໂຮງຮຽນວຽງຈັນ – ໂຮ່ຈິມິນ, ໂຮງຮຽນ ມສ ລາວ – ຫວຽດ, ໂຮງຮຽນ ມສ ວຽງຈັນ, ໂຮງຮຽນພອນສະຫວັນ ແລະ ອື່ນໆ. ນອກນັ້ນ, ຍັງມີເຈົ້າໜ້າທີ່ພ້ອມເຮັດໜ້າທີ່ຕາມບັນດາໂຮງຮຽນເອກະຊົນຕ່າງໆທີ່ມີຄວາມຕ້ອງການ, ຍັງມີໜ່ວຍແກ້ໄຂໃນຊົ່ວໂມງເລັ່ງດ່ວນ, ໃນຍາມກາງຄືນ ແລະ ວັນເສົາ – ອາທິດ ເພາະໃນໄລຍະເວລາດັ່ງກ່າວເປັນໄລຍະເວລາທີ່ເກີດອຸບັດເຫດຫຼາຍທີ່ສຸດ ແລະ ເປັນໄລຍະທີ່ຜູ້ຂັບຂີ່ບໍ່ຄ່ອຍປະຕິບັດລະບຽບກົດຈະລາຈອນ.

ທ່ານ ພັນໂທ ເພັງສະຫວັນ ທຳມາບູນ ຍັງກ່າວຕື່ມວ່າ: ການຈັດຕັ້ງປະຕິບັດການສັນຈອນໃນໄລຍະເປີດສົກຮຽນ 2019 – 2020 ນີ້ ນອກຈາກກວດ ຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນແລ້ວ ຍັງຈະກວດທາດເຫຼົ້າ ເພາະໄລຍະຜ່ານມາເຫັນວ່າຍັງມີຫຼາຍ, ຄົນທີ່ລ້ຽວ ແລະ ຈອດລົດຕາມຈຸດຕ່າງໆໃນຂອບເຂດໂຮງຮຽນບໍ່ເປັນລະບຽບ, ຈອດຕາມແຄມທາງບ່ອນທີ່ຍັງບໍ່ທັນປອດໄພແລ້ວໃຫ້ລູກລົງລົດ, ການລ້ຽວລົດກໍຍັງສັນຍານບໍ່ຖືກຕ້ອງເທື່ອ ເຊິ່ງຖືວ່າມີຄວາມສ່ຽງຕໍ່ອຸບັດເຫດ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ຜູ້ໃຊ້ຖະໜົນ ແລະ ນ້ອງນັກຮຽນທັງຫຼາຍຈົ່ງປະຕິບັດລະບຽບການຈະລາຈອນໃຫ້ເຂັ້ມງວດ, ກ່ອນຈອດລົດກໍຄວນຊອກບ່ອນຈອດໃຫ້ປອດໄພກ່ອນແລ້ວຈຶ່ງໃຫ້ລູກລົງ ເປັນຕົ້ນແມ່ນໃນໄລຍະເວລາທີ່ແອອັດ ເພື່ອຫຼີກເວັ້ນອຸບັດເຫດຕ່າງໆ.

( ຂ່າວ: ກາວຊົ່ງ; ຮູບ: ວິລະສັກ )