ຊຽງຂວາງ ຈັດພິທີສອບເສັງຄັດເລືອກເອົານັກຮຽນ ໄປສຶກສາຕໍ່ຕ່າງປະເທດດ້ວຍທຶນແບ່ງປັນ ສົກ 2019-2020

142

ພະແນກສຶກສາທິການ ແລະ ກິລາ ແຂວງ(ສກຂ) ຊຽງຂວາງ ຈັດພິທີສອບເສັງຄັດເລືອກເອົານັກຮຽນທີ່ຮຽນຈົບຊັ້ນ ມ7 ສົກຮຽນ 2018-2019 ເພື່ອໄປສຶກສາຕໍ່ທີ່ປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ(ສສ ຫວຽດນາມ) ດ້ວຍທຶນແບ່ງປັນ ໃນວັນທີ 25 ສິງຫາ 2019 ນີ້ ທີ່ສະໂມສອນຂອງພະແນກ ສກຂ, ພາຍໃຕ້ການເປັນປະທານຂອງທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລີ ພັນນາວົງ ຫົວໜ້າພະແນກ ສກຂ, ມີທ່ານ ວົງເພັດ ມັງທະພອນ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ມີຄະນະຮັບຜິດຊອບການສອບເສັງຕະຫຼອດຮອດນ້ອງນັກສອບທັງໝົດ 100 ກວ່າຄົນ.

ໂອກາດນີ້ທ່ານ ທອງເພັດ ອິນທະໄຊ ຮອງຫົວໜ້າພະແນກ ສກຂ ໄດ້ໃຫ້ກຽດຂຶ້ນກ່າວລາຍງານຈຸດປະສົງຂອງການຈັດການສອບເສັງຄັດເລືອກເອົານັກຮຽນ-ນັກສຶກສາຢູ່ແຂວງຊຽງຂວາງ ທີ່ຮຽນຈົບຊັ້ນ ມ7 ສົກ 2018-2019 ເພື່ອໄປສຶກສາຕໍ່ທີ່ປະເທດ ສສ ຫວຽດນາມ ສົກ 2019-2020 ດ້ວຍທຶນແບ່ງປັນຈໍານວນໜຶ່ງທີ່ຍັງບໍ່ທັນກໍານົດໂຕເລກລະອຽດແນ່ຊັດເນື່ອງຈາກບາງແຂວງຂອງ ສສ ຫວຽດນາມ ຍັງບໍ່ທັນສົ່ງໂຕເລກແບ່ງປັນໃຫ້, ໃນນັ້ນມີ 4 ແຂວງຄື: ຕຽນກວາງ, ເຊິນລາ,ວິງລ໋ອງ ແລະ ແຂວງ ເຫງ້ອ່ານ.

ສໍາລັບນັກຮຽນທີ່ລົງທະບຽນສະໝັກສອບເສັງຄັດເລືອກຄັ້ງນີ້ມີທັງໝົດ 113 ນ້ອງ ຍິງ 64 ນ້ອງ, ເສັງຢູ່ 3 ວິຊາຫຼັກຄື: ວິຊາ ຄະນິດສາດ, ພາສາລາວ-ວັນນະຄະດີ ແລະ ວິທະຍາສາດທໍາມະຊາດ(ປະກອບມີ: ຟີຊິກ-ເຄມີ-ຊີວະ ຢູ່ນໍາ), ແຕ່ລະວິຊາໃຊ້ເວລາສອບເສັງ 90 ນາທີ, ຄາດວ່າຈະໃຫ້ຮູ້ຜົນຂອງການສອບໃນທ້າຍເດືອນນີ້. ທ່ານ ທອງເພັດ ອິນທະໄຊ ຍັງໃຫ້ຮູ້ອີກວ່າ ຈຸດປະສົງຂອງການຈັດສອບເສັງ ນອກຈາກປະຕິບັດຕາມຄໍາສັ່ງຂອງທ່ານນາຍົກລັດຖະ ມົນຕີສະບັບເລກທີ 08 /ນຍ ລົງວັນທີ 20 ກຸມພາ 2014 ແລ້ວ, ຍັງເປັນການເປີດກ້ວາງໃຫ້ໂອກາດແກ່ນັກຮຽນຜູ່ທີ່ມີຄວາມສົນໃຈ ແລະ ຮັກມັກຕໍ່ອາຊີບທີ່ຕົນເອງ ຢາກຮຽນແທ້, ພ້ອມນັ້ນຍັງເປັນການຄັດເລືອກໃຫ້ໄດ້ນັກຮຽນດີ, ນັກຮຽນເກັ່ງ, ມີຄຸນສົມບັດ ສາມາດນໍາເອົາຄວາມຮູ້ມາສ້າງສາພັດທະນາປະເທດຊາດໃນອານາຄົດໄດ້, ນອກນັ້ນຍັງເປັນການຈັດແບ່ງທຶນໃຫ້ແກ່ນັກຮຽນດ້ວຍຄວາມໂປ່ງໃສ ບໍລິສຸດ ຍຸດຕິທໍາ ແລະ ເປັນທີ່ຍອມຮັບຂອງສັງຄົມໄດ້.

ໂອກາດດັ່ງກ່າວ ປະທານການສອບເສັງ ທ່ານ ບົວສອນ ສີນວນທອງ ໄດ້ຮຽກຮ້ອງໃຫ້ລູກຫຼານນັກຮຽນ ຈົ່ງຕັ້ງໃຈເຮັດບົດດ້ວຍຄວາມຮູ້ຂອງຕົນເອງ, ໃຊ້ສາມະທິໃນການເຮັດບົດ ແລະ ປະຕິບັດກົດລະບຽບການສອບເສັງເຂັ້ມງວດ, ພ້ອມກັນດໍາເນີນການສອບເສັງໃຫ້ບັນລຸຕາມເປົ້າໝາຍ, ຈາກນັ້ນທ່ານກໍ່ໄດ້ໃຫ້ກຽດຕັດຫົວບົດສອບເປັນທາງການ ໂດຍຊ້ອງໜ້າຄະນະຮັບຜິດຊອບ ແລະ ແຂກເຂົ້າຮ່ວມ. ການສອບເສັງຈະດໍາເນີນໄປ 1 ມື້ສໍາເລັດ.

(ໂດຍ: ຄານສີສະຫວັນ ພົງພັກດີ)