ທລຍ ກຽມລົງມືກໍ່ສ້າງທາງເຂດຊົນນະບົດຢູ່ເມືອງຕຸ້ມລານ

130

ວິຊາການ ທລຍ ແຂວງ, ທລຍ ເມືອງ ຫຼື ໂຄງການຫຼຸດຜ່ອນຄວາມທຸກຍາກ ຮ່ວມກັບພັດທະນາຊຸມຊົນເມືອງ, ຫ້ອງການ ຍທຂ ເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຜູ້ປະສານງານກຸ່ມ ແລະ ອຳນາດການປົກຄອງບ້ານໄດ້ຮ່ວມກັນລົງສຳຫຼວດໂຄງການກໍ່ສ້າງເສັ້ນທາງບ້ານຖໍ້າມະລື ຫານາມະຕ້ອງ ເມືອງຕຸ້ມລານ ແຂວງສາລະວັນ.

ທ່ານ ສົມຊາຍ ຈັນທະວົງ ວິຊາການ ທລຍ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ເນື່ອງຈາກວ່າປະຊາຊົນເຂດບ້ານຖ້ຳມະລື ຫາ ນາມະຕ້ອງ ໄປ – ມາຫາສູ່ພົບຄວາມຫຍຸ້ງຍາກ ທລຍ ຈຶ່ງສົມທົບກັບຊຸມຊົນຈັດໂຄງການກໍ່ສ້າງທາງດັ່ງກ່າວປັນບຸລິມະສິດ ເພື່ອຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າຢາກໄດ້ ເພື່ອສະດວກໃນການໄປ – ມາຫາສູ່ເຊິ່ງກັນ ແລະ ກັນ, ພ້ອມທັງການໄປ – ມາຄ້າຂາຍເຄື່ອງຂອງພໍ່ແມ່ປະຊາຊົນໃຫ້ມີຄວາມສະດວກຂຶ້ນກວ່າແຕ່ກ່ອນ ແລະ ທາງເສັ້ນນີ້ໃນປັດຈຸບັນນີ້ກໍເຫັນວ່າມີຄວາມຫຍຸ້ງຍາກຫຼາຍໃນການໄປ – ມາຫາສູ່.

ດັ່ງນັ້ນ, ທາງພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ລົງສໍາຫຼວດໂຄງການດັ່ງກ່າວ ແລະ ໄດ້ກໍານົດເອົາທາງເສັ້ນນີ້ເຂົ້າໃນແຜນ, ພ້ອມທັງກໍານົດເປັນແຜນບຸລິມະສິດທີ 1 ທີ່ຈະລົງມືຈັດຕັ້ງປະຕິບັດໃນປີ 2020 ກໍຄືຮອບວຽນທີ 17 ຂອງ ( ທລຍ )ໃນການກໍ່ສ້າງເສັ້ນທາງດັ່ງກ່າວ, ທາງເສັ້ນນີ້ມີຄວາມຍາວທັງໝົດ 8 ກິໂລແມັດ, ກວ້າງ 4,5 ແມັດ ແລະ ມີຮ່ອງລະບາຍນໍ້າ 2 ຟາກທາງ, ເປັນທາງດິນແດງ, ມີຈຸດທີ່ຈະໃສ່ທໍ່ 2 ຈຸດ, ທໍ່ P 80 ແລະ P 60, ມີຄວາມຍາວ 6 ແມັດ ເຊິ່ງມີ 4 ບ້ານທີ່ຈະໄດ້ຮັບຜົນປະໂຫຍດ ຄື: ບ້ານຖໍ້າມະລື, ບ້ານນາມະຕ້ອງ, ບ້ານນາໂພ ແລະ ບ້ານດອນຊາດ ກຸ່ມນາດູ່ ເມືອງຕຸ້ມລານ ແຂວງສາລະວັນ ຄາດຄະເນມູນຄ່າໃນການຈັດຕັ້ງປະຕິບັດ 220 ລ້ານກີບ ຖ້າຫາກທາງເສັ້ນນີ້ໄດ້ລົງມືຈັດຕັ້ງປະຕິບັດສຳເລັດໃນຕໍ່ໜ້າການໄປ – ມາຫາສູ່ ແລະ ຄ້າຂາຍຂອງປະຊາຊົນກໍຈະມີຄວາມສະດວກສະບາຍດີຂຶ້ນກວ່າແຕ່ກ່ອນ.