ນັກທ່່ອງທ່ຽວຜູ້ບາດເຈັບຈາກອຸບັດຕິເຫດຢູ່ຫຼວງພະບາງ ໄດ້ກັບຄືນປະເທດແລ້ວ

33

ກໍລະນີເກີດອຸບັດຕິເຫດລົດເມທົວນັກທ່ອງທ່ຽວຊາວຈີນເກີດອຸບັດຕິເຫດ ຢູ່ເສັ້ນທາງກາສີ-ເມືອງນານ ຢູ່ບໍລິເວນຂົວນໍ້າງາວ ບ້ານນາເມືອງ ແຂວງ ຫຼວງພະບາງ ໃນວັນທີ 19 ສິງຫາ ຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ໄດ້ບາດເຈັບທັງໝົດ 31 ຄົນ ແລະ ເສຍຊີວິດ 13 ຄົນ. ເຊິ່ງຈຳນວນຜູ້ໄດ້ຮັບບາດເຈັບຈຳນວນໜຶ່ງແມ່ນໄດ້ຮັບການປິ່ນປົວຢູ່ໂຮງໝໍແຂວງ ຫຼວງພະບາງ ແລະ ອີກຈຳນວນໜຶ່ງແມ່ນໄດ້ເຂົ້າມາປິ່ນປົວຢູ່ໂຮງໝໍ 103 ນະຄອນຫຼວງວຽງຈັນ. ປັດຈຸບັນ ນັກທ່ອງທ່ຽວທັງໝົດໄດ້ກັບຄືນປະເທດແລ້ວ.

ອີງຕາມການລາຍງານຂ່າວຂອງສຳນັກຂ່າວວິທະຍຸສາຫົນແຫ່ງປະເທດຈີນ CRI ໃຫ້ຮູ້ວ່າ: ໃນຕອນບ່າຍວັນທີ 24 ສິງຫາ 2019 ຜ່ານມາ ຜູ້ບາດເຈັບຈາກອຸບັດຕິເຫດລົດໂດຍສານນັກທ່ອງທ່ຽວຈີນຕົກເຫວຈຳນວນ 5 ຄົນສຸດທ້າຍ ພ້ອມຄອບຄົວ ໄດ້ຂີ່ຍົນຈາກນະຄອນຫຼວງພະບາງມຸ່ງໜ້າສູ່ນະຄອນ ນານກິງ ແຂວງຈ່ຽງຊູ ສປ ຈີນ ແລະ ເດີນທາງຮອດສະໜາມບິນ ນານກິງ ໃນຕອນຄ່ຳຂອງວັນດັ່ງກ່າວດ້ວຍຄວາມສະຫວັດດີພາບ.

ເຊິ່ງກ່ອນໜ້ານີ້ບໍ່ດົນ, ຜູ້ບາດເຈັບຊາວຈີນສ່ວນຫຼາຍໄດ້ຂີ່ຍົນພົນລະເຮືອນ ແລະ ຍົນເຮລີຄອບເຕີກອງທັບປົດປ່ອຍປະຊາຊົນຈີນ ກັບຄືນປະເທດແລ້ວ ຄື: ຕອນບ່າຍວັນທີ 23 ສິງຫາ, ຜູ້ບາດເຈັບ ຈຳນວນ 20 ຄົນໄດ້ຂີ່ຍົນຂອງສາຍການບິນ ອິສເທີນ ແອລາຍ ຂອງຈີນ ເດີນທາງຈາກນະຄອນຫຼວງວຽງຈັນ ມຸ່ງໜ້າສູ່ນະຄອນ ນານກິງ.

ກ່ອນໜ້ານັ້ນໃນຕອນບ່າຍຂອງວັນທີ 22 ສິງຫາ, ຜູ້ບາດເຈັບ ຈຳນວນ 4 ຄົນ ເຊິ່ງເປັນຜູ້ບາດເຈັບສາຫັດ ໄດ້ຂີ່ຍົນຂອງສາຍການບິນ ອິສເທີນ ແອລາຍ ແລະ ຍົນເຮລີຄອບເຕີກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຈາກນະຄອນຫຼວງວຽງຈັນມຸ່ງໜ້າສູ່ນະຄອນ ຄຸນໝິງ ແຂວງ ຢຸນນານ ສປ ຈີນ ເພື່ອດຳເນີນການປິ່ນປົວຕໍ່. ສ່ວນຜູ້ບາດເຈັບເບົາຈຳນວນ 2 ຄົນໄດ້ຂີ່ຍົນກັບຈີນພາຍຫຼັງເກີດອຸບັດຕິເຫດບໍ່ດົນ.