ນ້ຳຖ້ວມຫຼາຍເຂດໃນນະຄອນຫຼວງ! ໜັກສຸດເສັ້ນທາງ 13 ເໜືອ ລົດຕໍ່າຜ່ານບໍ່ໄດ້

172

ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ສົ່ງຜົນໃຫ້ເສັ້ນທາງໃນນະຄອນຫຼວງວຽງຈັນ ແລະ ເຂດຕໍ່າແມ່ນໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງສູງເປັນຕົ້ນເຂດເມືອງໄຊທານີ, ຈັນທະບູລີ, ສີໂຄດຕະບອງ ແຕ່ເຂດທີ່ໜັກໜ່ວງແມ່ນເມືອງນາຊາຍທອງ ເຂດດ່ານຊີ ນະຄອນຫຼວງວຽງຈັນເສັ້ນທາງເລກທີ 13 ເໜືອ ແມ່ນມີນໍ້າຖ້ວມສູງ ເຮັດໃຫ້ການສັນຈອນຕິດຂັດ ເນື່ອງຈາກລົດບໍ່ສາມາດສັນຈອນໄດ້.

ในภาพอาจจะมี 2 คน, คนที่ยิ้ม, ท้องฟ้า, ต้นไม้ และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

ຫຼ້າສຸດ, ວັນທີ 27 ສິງຫາ 2019 ນີ້ ທີມຂ່າວເສດຖະກິດ-ການຄ້າ ໄດ້ລົງໄປພື້ນທີ່ຖືກນໍ້າຖ້ວມຢູ່ບໍລິເວນເມືອງນາຊາຍ ນະຄອນຫຼວງວຽງຈັນ ເຊິ່ງຈາກການສອບຖາມປະຊາຊົນໃຫ້ຮູ້ວ່າ ນັບແຕ່ຄືນວັນທີ 26 ສິງຫາ ມາຮອດເຊົ້າວັນທີ 27 ສິງຫາ ຝົນຍັງບໍ່ເຊົາຕົກ ເຮັດໃຫ້ປະລິມານນໍ້າເພີ່ມຂຶ້ນ ໄຫຼເຂົ້າຖ້ວມບ້ານເຮືອນ, ຖະໜົນຫົນທາງ ແລະ ພື້ນທີ່ຕໍ່າ ໂດຍສະເພາະແມ່ນເສັ້ນທາງ 13 ເໜືອ ເຂດບ້ານຜ້າງແຫ້ງ ແລະ ເຂດບ້ານຫົວຂົວຫາ ບ້ານດ່ານຊີ ລົດຕໍ່າ, ລົດຈັກ ບໍ່ສາມາດສັນຈອນໄດ້.

ในภาพอาจจะมี 2 คน, คนที่ยิ้ม, ท้องฟ้า, สถานที่กลางแจ้ง และธรรมชาติ

ในภาพอาจจะมี ท้องฟ้า, รถยนต์ และสถานที่กลางแจ้ง

ປັດຈຸບັນເຈົ້າໜ້າທີ່ຈະລາຈອນ ໄດ້ເລັ່ງລະບາຍການສັນຈອນຢູ່ຕາມຈຸດນ້ຳຖ້ວມ ເຂດບ້ານຜາງແຫ້ງ, ບ້ານຫົວຂົວ ແລະ ເຂດດ່ານຊີ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ເພື່ອໃຫ້ການສັນຈອນສະດວກຂຶ້ນ.

ສຳລັບທ່ານໃດຢາກເດີນທາງໄປທາງພາກເໜືອໂດຍໃຊ້ເສັ້ນທາງນີ້ ໃຫ້ມີຄວາມລະມັດລະວັງໃນການຂັບຂີ່, ຖ້າຫຼີກເວັ້ນໄດ້ຍິ່ງເປັນການດີ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง

ในภาพอาจจะมี รถยนต์, ท้องฟ้า, สถานที่กลางแจ้ง และธรรมชาติ

ຂະນະທີ່, ເຊົ້າມື້ນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນໃຫ້ຮູ້ວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງ ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຍັງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ພາກເໜືອ ແລະ ພາກກາງ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, รถยนต์, สถานที่กลางแจ้ง และธรรมชาติ

ในภาพอาจจะมี หนึ่งคนขึ้นไป, รถยนต์, สถานที่กลางแจ้ง และธรรมชาติ

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທີ່ອາ ໄສຢູ່ແລບຕາມ ນໍ້າເຊບັ້ງໄຟ ແລະ ເຂດ ນໍ້າເຊຈຳພອນ, ໃຫ້ຍົກຍ້າຍ ແລະ ໃຫ້ເກັບມ້ຽນວັດຖຸສິ່ງຂອງພ້ອມສັດລຽ້ງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມສະພາບອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ในภาพอาจจะมี ท้องฟ้า, รถยนต์ และสถานที่กลางแจ้ง