ບຸນຫໍ່ເຂົ້າປະດັບດິນ ປະເພນີອຸທິດສ່ວນບຸນໃຫ້ຜູ້ລວງລັບໄປ

444

ຍັບຈໍ້ໝໍ່ເຂົ້າມາອີກໜຶ່ງບຸນປະເພນີ ໃນຮີດ 12 ຄອງ 14 ລາວ ບຸນຫໍ່ເຂົ້າປະດັບດິນ ທີ່ເປັນບຸນເດືອນ 9 ຫຼື ເດືອນ 9 ດັບລາວ ກົງກັບມື້ແຮມ 14 ຫຼື 15 ຄໍ່າ ຂອງທຸກໆປີ ເຊິ່ງປີນີ້ກົງກັບວັນ ພະຫັດ ແຮມ 14 ຄໍ່າ ວັນທີ 29 ສິງຫາ 2019.

*

*

*

ຕາມປະເພນີ ກ່ອນຈະຮອດມື້ແທ້ກໍໄດ້ມີການຫ້າງຫາກະກຽມຫໍ່ເຂົ້າ ໃສ່ກ້ວຍຫໍ່ມັດດ້ວຍໃບຕອງ, ໃສ່ອາຫານຫວານຄາວ, ໝາກໄມ້, ຢາສູບ, ໝາກ, ພູ, ລົງໄປ ແລ້ວນຳໄປວາງຕາມພື້ນດິນ ໃຕ້ຕົ້ນໄມ້ ຮົ້ວບ້ານ ຫລື ຮົ້ວວັດ ຫລື ຕາມທາງແຍກ ໄຕ້ທູບທຽນບູຊາ ຢາດນໍ້າ ຫລື ບໍ່ຢາດນໍ້າກໍໄດ້.

*

*

*

ພິທີຂອງບຸນຫໍ່ເຂົ້າປະດັບດິນ ຈະເລີ່ມຕັ້ງແຕ່ຕອນເຊົ້າມືດໆ ໂດຍຜູ້ຄົນທັງຫລາຍຈະເອົາກ້ວຍໃບຕ້ອງຫໍ່ເຂົ້າ ເພື່ອເປັນຂອງທານ ໃຫ້ແກ່ວິນຍານຜູ້ບໍ່ມີຍາດພີ່ນ້ອງເຮັດບຸນຫາ ຕາມຄວາມເຊື່ອກັນວ່າ ດວງວິນຍານທີ່ຈະເດີນທາງກັບມາຈາກທຸກຫົນທຸກແຫ່ງ ຈະໄດ້ກິນອາຫານກ່ອນຊິມີແສງແດດສ່ອງ ພໍແຈ້ງສະຫວ່າງຊາວບ້ານ ຫລື ຍາດພີ່ນ້ອງກໍ່ພາກັນຕັກບາດ ເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ບັນພະບູລຸດ ຫລື ພວກເຂົາເຫລົ່ານັ້ນເພື່ອທົດແທນຄຸນ.

*

*

*

ສໍາລັບມື້ບຸນຫໍ່ເຂົ້າປະດັບດິນ ແມ່ນຕ້ອງຕື່ນແຕ່ເດິກເວລາ 3:00- 4:00ໂມງເຊົ້າ ເພື່ອໄປຍາຍຫໍ່ເຂົ້າໃຫ້ແກ່ຜີເຝດຜີທີ່ບໍ່ມີຍາດຕິພີ່ນ້ອງເຮັດບຸນກຸສົນໄປໃຫ້ ໃນຂະນະທີ່ຢາຍຫໍ່ເຂົ້ານັ້ນທຸກຄັ້ງທີ່ຢາຍຕ້ອງໄຕ້ທູບໄຕ້ທຽນເພື່ອອະທິຖານໃຫ້ຜີທັງຫລາຍມາຮັບເອົາ ເມື່ອຮຸ່ງເຊົ້າຮອດເວລາ 6:00-7:00 ໂມງ ປະຊາຊົນກໍພາກັນໄປຕັກບາດທີ່ວັດ.

*

*

ມີການຕັກບາດ ຖວາຍສັງຄະທານຕ່າງໆ (ພິທີທາງພຸດທະ ສາສະໜາ) ອອກ ຕົນຍາດໂຍມ ປະຊາຊົນລາວທຸກຄົນຜູ້ເຖົ້າແກ່ອາວຸໂສ ໝຸ່ມ ສາວ ຕ່າງກໍ່ພາກັນສ້າງບຸນຮັບສິນກິນທານ ເຮັດເຂົ້າຕົ້ມເຂົ້າໜົມ ແລະ ພາເຂົ້າມາຢາດນໍ້າສົ່ງ ບຸນກຸ ສົນໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວໃຫ້ມາຮັບມາໂຈມເອົາ ແລະ ອວຍໄຊໃຫ້ພອນແກ່ສັບພະສິ່ງເຈົ້າກຳນາຍເວນຈົ່ງປະສົບແຕ່ຄວາມສຸກສະຫວັດດີ.

*

*

ການເຮັດບຸນຫໍ່ເຂົ້າປະດັບດິນ ແມ່ນ ເພື່ອບູຊາເທບພະເຈົ້າຂອງແຜ່ນດິນ ທີ່ມີບຸນຄຸນຕໍ່ທຸກໆຊີວິດ, ເປັນເທດສະການເຮັດພາເຂົ້າ ອຸທິດຫາບັນພະບຸລຸດ, ເພື່ອອຸດທິດແຜ່ຜົນບຸນ ໃຫ້ແກ່ສັບພະສັດທັງຫລາຍ ທີ່ມີຍາດ ແລະບໍ່ມີຍາດ (ເຮັດບຸນໃຫ້ຜີເຜດ ຫລື ຜີບໍລິສາດ) ແລະ ອື່ນໆ

*

*

ຄຳວ່າຫໍ່ເຂົ້າປະດັບດິນ ຖືເອົາຕາມລັກສະນະການກະທຳຂອງຄົນໂບຮານກ່ອນການນັບຖືພຣະພຸດ ທະສາສະໜາ ຄືການເອົາໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ ກ້ວຍ,ອ້ອຍ,ຊີ້ນແຫ້ງ,ປາແຫ້ງ ໝາກພູ ຢາສູບ ລວມກັນເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການຂອງໃຜລາວ ແລ້ວກໍເອົາໄປວາງໄວ້ຕາມ ພຣະທາດ ເຈດີ ລະບຽງສີມ ຕ້າຍວັດ ທາດພໍ່ແມ່ ປູ່ຍາຕາທວດ ຫຼື ເອົາໄປວາງໄວ້ຕາມ ຕົ້ນໄມ້ ຕາມ ດິນຕາມຫຍ້າ ຕັ້ງແຕ່ເວລາເຊົ້າມືດປະມານ 4-5 ໂມງເຊົ້າຂອງມືເດືອນ 9ດັບ ເພື່ອໃຫ້ພໍ່ແມ່ ປູ່ຍາຕາທວດມາຮັບເອົາຂອງທານຕາມຄວາມເຊື່ອຖືຂອງໂບຮານ ຫໍ່ສິ່ງຂອງເຫລົ່ານັ້ນເມື່ອຖືກຝົນລົມ ແດດນົກກາ ໝູ ໝາເປັດໄກ່ ກັດຈິກຕອດ ກໍຈະຕົກເຮ່ຍຊະຊາຍຕາມດິນຕາມຫຍ້າ ຄົນກໍເລີຍພາກັນເຮັດທຳມາເທົ້າທຸກວັນນີ້

*

*

*