ຢູນີເທວຈະມອບທຶນການສຶກສາໃຫ້ແກ່ນ້ອງໆນັກຮຽນທີ່ທຸກຍາກຂາດເຂີນ

286

ຕະຫຼອດໄລຍະ 10 ປີຜ່ານມາ ບໍລິສັດ ສະຕາໂທລະຄົມ ຈໍາກັດ ( ຢູນີເທວ ) ນອກຈາກໄດ້ເອົາໃຈໃສ່ພັດທະນາຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງເປັນໜຶ່ງໃນບໍລິສັດທີ່ ເຮັດວຽກງານບໍລິການໂທລະຄົມໃນລາວແລ້ວ, ເພິ່ນຍັງໄດ້ເລັງເຫັນ ແລະ ຖືສຳຄັນອີກວຽກງານໜຶ່ງໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນວຽກງານການສຶກສາຂອງລາວເພື່ອແນໃສ່ການພັດທະນາຊັບພະຍາກອນມະນຸດ, ຍົກສູງຄວາມຮູ້ – ຄວາມສາມາດຂອງນັກຮຽນ, ນັກສຶກສາກໍຄືລູກຫຼານຂອງປະຊາຊົນບັນດາເຜົ່າຜູ້ດ້ອຍໂອກາດໃນເຂດຊົນນະບົດຫ່າງໄກສອກຫຼີກຕ່າງໆ ເພື່ອເປັນກຳລັງແຮງປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນສີວິໄລ.

ດັ່ງຈຸດປະສົງຂອງຢູ່ນີເທວໃຫ້ຮູ້ວ່າ: ໃນ 10 ປີຜ່ານມາບໍລິສັດຂອງຕົນຍາມໃດກໍຢູ່ຄຽງຄູ່ກັບສັງຄົມລາວຕະຫຼອດມາ, ບົນຈິດໃຈຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍໆໂຄງການໃຫຍ່ນ້ອຍຕ່າງໆ, ນັບທັງການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຂາດເຂີນ, ຜູ້ປະສົບໄພທຳມະຊາດ, ຕອບສະໜອງເງື່ອນໄຂການຜະລິດ, ຕິດພັນກັບການສົ່ງເສີມການສຶກສາດ້ວຍຫຼາຍໆຮູບແບບ ຄື: ການຕອບສະໜອງລະບົບອິນເຕີເນັດໃຫ້ໂຮງຮຽນ 1.000 ແຫ່ງໃນທົ່ວປະເທດນໍາໃຊ້ໂດຍບໍ່ເສຍຄ່າ ເພື່ອໃຫ້ເດັກນ້ອຍ, ນັກຮຽນໄດ້ຮັບໂອກາດຮຽນຮູ້ສິ່ງທີ່ມີປະໂຫຍດຕໍ່ຊີວິດຂອງຕົນເອງ ແລະ ເປີດໂລກກວ້າງສູ່ຄວາມທັນສະໄໝຂອງເຕັກໂນໂລຊີຂໍ້ມູນ – ຂ່າວສານ ແລະ ຄວາມກ້າວໜ້າຂອງໂລກໃນປັດຈຸບັນຜ່ານລະບົບອິນເຕີເນັດຂອງຢູນີເທວໄດ້ຢ່າງມີປະສິດທິຜົນ, ເປົ້າໝາຍກໍເພື່ອສ້າງໃຫ້ເດັກນ້ອຍໃນວັນນີ້ໄດ້ກາຍເປັນຜູ້ໃຫຍ່ທີ່ມີຄວາມຮູ້ – ຄວາມສາມາດ, ມີຄວາມສະຫຼາດຫຼັກແຫຼມກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດຂອງຕົນໃຫ້ຈະເລີນກ້າວໜ້າ.

ປີ 2019 ນີ້ຖືເປັນອີກປີໜຶ່ງທີ່ມີ ຄວາມໝາຍສໍາຄັນຍິ່ງ ເພາະເປັນປີຄົບຮອບ 10 ປີແຫ່ງວັນສ້າງຕັ້ງເຄື່ອງໝາຍການຄ້າ “ ຢູນີເທວ ” ແລະ ເພື່ອເປັນການສະເຫຼີມສະຫຼອງຜົນສຳເລັດດັ່ງກ່າວ ຢູນີເທວໄດ້ເລັ່ງມອບທຶນການສຶກສາໃຫ້ແກ່ນ້ອງໆນັກຮຽນທີ່ທຸກຍາກຂາດເຂີນ ໃນລະດັບມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍຈໍານວນ 148 ທຶນ, ໃນທົ່ວປະເທດພາຍໃຕ້ໂຄງການທີ່ມີຊື່ວ່າ: “ ເຊື່ອມຕໍ່ຊີວິດທີ່ສົດໃສແກ່ນ້ອງ ” ໂດຍມີກໍານົດທຶນລະ 2 ລ້ານກີບ ແລະ ຈະໄດ້ແບ່ງອອກເປັນເງິນສົດ 1 ລ້ານກີບ ແລະ ອີກ 1 ລ້ານກີບ ແມ່ນອຸປະກອນການຮຽນຕ່າງໆ.

ເງື່ອນໄຂຂອງຜູ້ຈະໄດ້ຮັບທຶນດັ່ງກ່າວແມ່ນຜູ້ທີ່ມີຖານະຄອບຄົວທຸກຍາກຂາດເຂີນ, ແຕ່ມີຄວາມຕັ້ງໃຈໃນການສຶກສາຮໍ່າຮຽນຄາດວ່າຈະມອບໃຫ້ແກ່ນ້ອງໆນັກຮຽນຕາມເປົ້າໝາຍໃນໄລຍະເປີດສົກຮຽນໃໝ່ 2019 -2020 ນີ້ໃຫ້ມີຄວາມໝາຍ.