ລາວ ກຽມຕັ້ງລະບົບ ເອອີໂອ ຕາມດ່ານພາສີ

131

ລັດຖະບານແຫ່ງ ສປປ ລາວ ກໍຄືກະຊວງການເງິນ ໄດ້ມີການກຽມຄວາມພ້ອມຍົກລະດັບຄວາມສາມາດຂອງບຸກຄະລາກອນດ້ານການຄຸ້ມຄອງ ແລະ ກວດກາ ໃຫ້ກັບຜູ້ປະກອບການຕາມມາດຖານ ເອອີໂອ ຂອງສາກົນຕາມດ່ານພາສີຕ່າງໆ ຄາດວ່າຈະມີການຈັດຕັ້ງປະຕິບັດໃນໄວໆນີ້.

ການຝຶກອົບຮົມກ່ຽວກັບວຽກງານການຄຸ້ມຄອງ ແລະ ກວດກາຜູ້ປະກອບການຕາມມາດຕະຖານ ເອອີໂອ ໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2019 ທີ່ໂຮງແຮມ ຄຣາວ ພລາຊາ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນໂຈມ        ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການອົງການການເງິນສາກົນປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການພາສີໂລກ ແລະ ສຳມະນາກອນຈາກທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກ່າວວ່າ: ຄວາມຕ້ອງການໃນການສ້າງເງື່ອນໄຂດ້ານການຄ້າຂອງ ສປປ ລາວ ໃຫ້ມີ ຄວາມສະດວກ ແລະ ສອດຄ່ອງກັບລະບົບສາກົນ ຈະຊ່ວຍເຮັດໃຫ້ພະນັກງານລັດທີ່ກ່ຽວຂ້ອງ ແລະ ຜູ້ປະກອບການເສີມສ້າງຄວາມຮູ້ ແລະ ທັກສະທີ່ຕ້ອງການໃນການກວດກາ ແລະ ການຈັດຕັ້ງປະຕິບັດແຜນງານ ເອອີໂອ ໃຫ້ມີມາດຕະຖານ ແລະ ກົມກຽວກັນ ເຊິ່ງລະບົບຂອງ ເອອີໂອ ຈະຊ່ວຍປັບປຸງສະພາບແວດລ້ອມດ້ານການຄ້າໃນ ສປປ ລາວ ໃຫ້ສະດວກ ແລະ ສອດຄ່ອງກົມກຽວກັນຫຼາຍຂຶ້ນ.

ຜູ້ຊ່ຽວຊານຈາກອົງການພາສີໂລກ ກ່າວວ່າ: ສປປ ລາວ ໄດ້ມີການລິເລີ່ມແຜນງານການຄຸ້ມຄອງຜູ້ປະກອບການ ເອອີໂອ ໃນເມື່ອບໍ່ດົນມານີ້, ການຝຶກອົບຮົມຕາມລະບົບສາກົນຄັ້ງນີ້ຈະຊ່ວຍເຮັດໃຫ້ຜູ້ປະກອບການໄດ້ຮຽນຮູ້ຂັ້ນຕອນການກວດກາ ແລະ ຢັ້ງຢືນຕາມມາດຕະຖານ ເອອີໂອ ໄດ້ຢ່າງມີປະສິທິພາບ, ຄວາມຮູ້ ແລະ ທັກສະດັ່ງກ່າວຈະຊ່ວຍໃຫ້ ສປປ ລາວ ສ້າງເງື່ອນໄຂທີ່ເອື້ອອຳນວຍດ້ານການຄ້າ ແລະ ຮັບປະກັນການອຳນວຍຄວາມສະດວກດ້ານການຄ້າທີ່ຖືກກົດໝາຍໃນລະດັບສາກົນ.

ສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ສອດຄ່ອງກັນ ແມ່ນເປັນສິ່ງສຳຄັນຫຼາຍແກ່ການດຳເນີນທຸລະກິດໃນ ສປປ ລາວ, ຂະບວນການແຈ້ງພາສີທີ່ວ່ອງໄວຈະຊ່ວຍໃຫ້ບັນດາຜູ້ປະກອບການສາມາດຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເຮັດການຄ້າງ່າຍຂຶ້ນກວ່າເກົ່າ “ ທ່ານຜູ້ຊ່ຽວຊານຈາກອົງການພາສີໂລກ ກ່າວ ”.

ຕາມຂໍ້ມູນຈາກກະຊວງການເງິນ ໃຫ້ຮູ້ວ່າ: ກ່ຽວກັບແຜນງານຄຸ້ມຄອງຜູ້ປະກອບການ ເອອີໂອ ທີ່ຖືກຮັບຮອງໃນວັນທີ 18 ເມສາ 2019 ຈະຊ່ວຍຮັບປະກັນ ແລະ ອຳນວຍຄວາມສະດວກແກ່ການຄ້າສາກົນ, ການຈັດຕັ້ງປະຕິບັດແຜນງານ ເອອີໂອ ແມ່ນຈະລິເລີ່ມຈັດຕັ້ງປະຕິບັດຕາມດ່ານພາສີຕ່າງໆຕາມຄວາມເໝາະສົມໃນອະນາຄົດອັນໃກ້ນີ້.

ງານສຳມະນາກ່ຽວກັບວຽກງານການຄຸ້ມຄອງ ແລະ ກວດກາຜູ້ປະກອບການຕາມມາດຕະຖານ ເອອີໂອ ຄັ້ງນີ້ໄດ້ຈັດຂຶ້ນລະຫວ່າງວັນທີ 26 – 30 ສິງຫາ 2019 ໂດຍຜູ້ເຂົ້າຮ່ວມທັງໝົດຈະໄດ້ມີການແລກປ່ຽນທັດສະນະຕ່າງໆຕໍ່ບົດຮຽນທີ່ຍົກຂຶ້ນມາສຶກສາ ລວມທັງວິທີການປະຕິບັດທີ່ດີ ແລະ ແງ່ມຸມຕໍ່ການຄຸ້ມຄອງ ແລະ ກວດກາຜູ້ປະກອບການ ເອອີໂອ ເພື່ອເຫັນໄດ້ເຖິງຈຸດດີ ແລະ ອ່ອນເພື່ອນຳມາປັບປຸງແກ້ໄຂຕໍ່ໄປ.

( ຂ່າວ: ສຸລິນ, ຮູບ: ກະຊວງການເງິນ )