ແມ່ຍິງຜູ້ດ້ອຍໂອກາດ ໄດ້ຮັບການຍົກລະດັບວິຊາຊີບ

76

ສູນກາງສະຫະພັນແມ່ຍິງລາວ ຮ່ວມມືກັບ ກະຊວງສະເໝີພາບບົດບາດຍິງ – ຊາຍ ແລະ ຄອບຄົວ ສ.ເກົາຫຼີ ຈັດພິທີເປີດຊຸດຝຶກອົບຮົມວິຊາຊີບ 3 ຂະແໜງ ໃນໂຄງການສົ່ງເສີມສູນອົບຮົມສູນກາງສະຫະພັນແມ່ຍິງລາວ ເພື່ອສ້າງຄວາມສາມາດດ້ານວິຊາຊີບສໍາລັບແມ່ຍິງ ຊຸດທີ 2 ປີ 2019 ເຊິ່ງຈະເປີດໂອກາດໃຫ້ແມ່ຍິງຜູ້ດ້ອຍໂອກາດຝຶກອົບຮົມວິຊາຊີບການປຸງແຕ່ງອາຫານ, ຕັດຫຍິບ ແລະ ເສີມຄວາມງາມ ເພື່ອໃຫ້ພວກເຂົາໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຍົກລະດັບຄວາມຮູ້ດ້ານວິຊາຊີບ.

ພິທີເປີດຊຸດອົບຮົມຈັດຂຶ້ນໃນວັນທີ 26 ສິງຫາ 2019 ທີ່ ສູນອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ລາວັນ ສຸດທິສານ ຄະນະບໍລິຫານງານສະຫະພັນແມ່ຍິງລາວ, ຫົວໜ້າສູນອົບຮົມແມ່ຍິງລາວ; ທ່ານ ນາງ ສີລິກິດ ບຸບຜາ ຮອງປະທານສູນອົບຮົມແມ່ຍິງລາວ; ທ່ານ ນາງ      ຊອນ ອາ ວອນ ຜູ້ຄຸ້ມຄອງອົງການ DOR UNDORUN; ທ່ານ ນາງ ຈີ ຮະ ຢອນ ເລຂາເອກຂອງທ່ານທູດ ສ.ເກົາຫຼີ ປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ບັນດາເອື້ອຍນ້ອງຝຶກອົບຮົມ.

ທ່ານ ນາງ ສີລິກິດ ບຸບຜາ ໄດ້ກ່າວວ່າ: ໂຄງການນີ້ສ້າງເພື່ອສ້າງຄວາມສາມາດດ້ານວິຊາຊີບໃຫ້ເອື້ອຍນ້ອງແມ່ຍິງຜູ້ດ້ອຍໂອກາດໃນຂອບເຂດທົ່ວປະເທດມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ສົ່ງເສີມ ຄວາມສາມາດໃຫ້ລູກຫຼານໄດ້ຮໍ່າຮຽນ ລວມທັງເປັນການຍົກລະດັບຕົນເອງດ້ານສີມືແຮງງານໃຫ້ໄດ້ຮັບການພັດທະນາ, ເພື່ອປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດໃນຕໍ່ໜ້າ ນອກຈາກຈະສ້າງອາຊີບທີ່ໝັ້ນຄົງໃຫ້ກັບພວກເຂົາແລ້ວ ຍັງຊ່ວຍໃຫ້ແມ່ຍິງບໍ່ຖືກຕົວະຍົວະຈາກກຸ່ມຄົນບໍ່ຫວັງດີ ເປັນຕົ້ນແມ່ນການເຄື່ອນຍ້າຍແຮງງານ ຫຼື ການຄ້າມະນຸດ, ໂຄງການດັ່ງກ່າວນອກຈາກໄດ້ຈັດຕັ້ງຢູ່ສູນອົບຮົມແມ່ຍິງລາວ ກໍຍັງປະຕິບັດຢູ່ແຂວງຫຼວງພະບາງ ແລະ ເຊກອງ.

ການຝຶກອົບຮົມໃນຄັ້ງນີ້ມີທັງໝົດ 50 ຄົນ ເລີ່ມຕົ້ນແຕ່ເດືອນສິງຫາ ຫາ ເດືອນພະຈິກ 2019 ເປັນເວລາ 3 ເດືອນ ເຊິ່ງປະກອບມີ 3 ຂະແໜງວິຊາຊີບ ຄື: ການປຸງແຕ່ງອາຫານ, ການຕັດຫຍິບ ແລະ ເສີມຄວາມງາມ ເຊິ່ງແຕ່ລະຂະແໜງມີບາງວິຊາທີ່ໄດ້ຮຽນຮ່ວມກັນ, ສ່ວນວິຊາສະເພາະແມ່ນຈະໄດ້ລົງເລິກໄປຕາມແຕ່ລະຂະແໜງຂອງຕົນ. ສະນັ້ນ, ການລົງຝຶກງານຕົວຈິງຂະແໜງປຸງແຕ່ງອາຫານ ແມ່ນລົງຝຶກງານຢູ່ໂຮງແຮມເປັນເວລາ 1 ເດືອນເຄິ່ງ, ສ່ວນຕັດຫຍິບແມ່ນລົງຝຶກຢູ່ຕາມກິດຈະການຂອງສ່ວນບຸກຄົນຕາມຮ້ານ ຫຼື ສະຖານທີ່ປະກອບການຕ່າງໆ ແລະ ເສີມຄວາມງາມໄດ້ລົງຝຶກງານຕາມບ້ານ ຫຼື ໂຮງຮຽນ.

( ຂ່າວ: ທິບອຸສາ, ຮູບ: ວິລະສັກ )