ການສື່ສານດ້ວຍຮອຍຍິ້ມກາຍເປັນເອກະລັກຂອງ ໜຸ່ມ ຈ໋ອຍ

100

ໜຸ່ມ ຈອນທະຈັກ ນວນແສງສີ ຫຼື ຈ່ອຍ ຜູ້ເຂົ້າປະກວດ Mister International laos 2019 ທີ່ໄດ້ຖືກຄັດເລືອກເຂົ້າມາສູ່ຮອບ 20 ຄົນສຸດທ້າຍ ມີຈຸດເດັ່ນທີ່ເປັນເອກະລັກຄືການສື່ສານດ້ວຍຮອຍຍິ້ມ ແລະ ດ້ວຍການເຂົ້າຫາຄົນງ່າຍທີ່ເປັນຈຸດສົນໃຈຂອງກໍາມະການ.

ຈອນທະຈັກ ນວນແສງສີ ຫຼື ຈ໋ອຍ MR10 ໄດ້ໃຫ້ສໍາພາດວ່າ: ຕົນເອງຮູ້ສຶກຕື່ນເຕັ້ນຕັ້ງແຕ່ຮອບ Auditions ແລ້ວ ເພາະມັນເປັນການ Auditions ຄັ້ງທຳອິດເລີຍກໍວ່າໄດ້ ແລະ ຮູ້ວ່າຕົນເອງເຂົ້າຮອບ 20 ຄົນ ຍິ່ງເຮັດໃຫ້ຮູ້ສຶກດີໃຈຈົນບອກບໍ່ຖືກ.

ເມື່ອໄດ້ເຂົ້າມາໃນ Top 20 ການກະກຽມທີ່ສຳຄັນຂອງຕົນເອງ ຄື: ເລື່ອງຮູບຮ່າງ, ຄວາມສາມາດ ແລະ ກຽມສຶກສາ ຄວາມຮູ້ຮອບຕົວນຳ ເພາະໜ້າຕາດີຢ່າງດຽວບໍ່ໄດ້ ຕ້ອງມີພິບໄຫວ ຫຼື ທັກສະພ້ອມ. ປັດຈຸບັນແມ່ນໄດ້ເກັບຕົວຟິດຫຸ່ນຢູ່ທີ່ Up2U fitness ແລະ Honey Gym ຈະເຮັດອອກມາເຕັມທີ່ ແນ່ນອນເຖິງຈະເປັນເທື່ອທໍາອິດແຕ່ຈະບໍ່ໃຫ້ທຸກຄົນທີ່ຮ່ວມເຊຍ ແລະ ໂຫວດຜິດຫວັງແນ່ນອນ.

ສ່ວນຈຸດເດັ່ນທີ່ເຮັດໃຫ້ຄະນະກໍາມະການຄັດເລືອກເຂົ້າມາໃນຮອບນີ້ ຄືການເວົ້າຈາ, ການສື່ສານດ້ວຍຮອຍຍິ້ມເພາະເປັນຄົນອາລົມດີ, ເຂົ້າຄົນງ່າຍ ແລະ ເວົ້າເກັ່ງ ເນື່ອງຈາກເຄີຍເປັນພິທີກອນໃນງານລ້ຽງ ຫຼື ງານຕ່າງໆຂອງບໍລິສັດ ນັ້ນຖືວ່າເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ຕົນເອງກ້າທີ່ຈະສະແດງອອກແບບໝັ້ນໃຈ ແລະ ກ້າສະແດງຄວາມສາມາດອອກມາ.

ສໍາລັບຄວາມຄາດຫວັງຂອງຕົນເອງມາຮອດຕອນນີ້ ຖືວ່າປະສົບຜົນສຳເລັດແລ້ວທີ່ໄດ້ເຂົ້າຮອບ 20 ຄົນສຸດທ້າຍ ແຕ່ຖ້າວ່າໄດ້ເປັນຕົວແທນໄປແຂ່ງໃຫ້ປະເທດລາວກໍຖືວ່າເປັນປະສົບການທີ່ດີ ແລະ ຮັບຮອງວ່າຈະບໍ່ເຮັດໃຫ້ຜິດຫວັງແນ່ນອນ ເພາະວ່າກຽມຮ່າງກາຍ ແລະ ເຮັດວຽກບ້ານຢ່າງເຂັ້ມຂຸ້ນເຖິງຈະເປັນເທື່ອທໍາອິດແຕ່ກໍເຕັມທີ່ ແລະ ຈັດເຕັມແນ່ນອນ.

ສາມາດຮ່ວມເຊຍເປັນກຳລັງໃຈໃຫ້ MR10 ແລະ ນ້ອງໆທັງ 19 ຄົນ ໄດ້ທີ່ Facebook: Mister International laos. ນອກນີ້, ກໍສາມາດຕິດຕາມຜົນງານຂອງ ໜຸ່ມ ຈ໋ອຍ ໄດ້ທີ່ Facebook: Jonethajuck Nouansengsy  ແລະ Instagram: JTJ NSS.

[ ຂ່າວ: ນຸ້ມນິ້ມ; ຮູບ: ຈອນທະຈັກ ນວນແສງສີ ]