ຄຳມ່ວນ ມີນັກຮຽນເສັງເຂົ້າມະຫາວິທະຍາໄລສະຫວັນນະເຂດ 188 ຄົນ

64

ໃນວັນທີ 22 ສິງຫາ 2019 ນີ້ ທີ່ໂຮງຮຽນ ມ.ປາຍ ທ່າແຂກ ໄດ້ຈັດການສອບເສັງຄັດເລືອກເອົານັກຮຽນເຂົ້າສຶກສາຕໍ່ທີ່ມະຫາວິທະຍາໄລສະຫວັນນະເຂດ ( ມຂ ) ປະຈຳສົກສຶກສາ 2019 – 2020 ເຂົ້າຮ່ວມເປີດຫົວບົດສອບເສັງໃນຄັ້ງນີ້ໂດຍ ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຄຳມ່ວນ, ທ່ານ ຮສ. ປອ. ສີທາ ເຂັມມະລາດ ຮອງອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ, ບັນດາຄະນະກຳມະການສອບເສັງ ພ້ອມດ້ວຍນັກສອບເສັງເຂົ້າຮ່ວມ.

ສຳລັບຈໍານວນນັກສອບເສັງທີ່ເຂົ້າສອບເສັງ ເພື່ອສຶກສາຕໍ່ທີ່ມະຫາວິທະຍາໄລສະຫວັນນະເຂດ ປະຈຳສົກສຶກສາ 2019 – 2020 ແມ່ນມີຈໍານວນ ທັງໝົດ 1.645 ຄົນ, ຈັດຫ້ອງສອບເສັງທັງໝົດມີ 3 ສູນ ຄື: ສູນມະຫາວິທະຍາໄລສະຫວັນນະເຂດ ( ວິທະຍາເຂດນາເຊັງ ແລະ ວິທະຍາເຂດໜອງຜື ), ສູນ ມສ ເຊໂປນ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ສູນ ມ.ປາຍ ທ່າແຂກ.

ສໍາລັບແຂວງຄໍາມ່ວນ ແມ່ນເປັນຄັ້ງທໍາອິດທີ່ຈັດການສອບເສັງຢູ່ໃນສູນ ມ.ປາຍ ທ່າແຂກ ເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍຂອງນັກສອບເສັງ ສະເພາະພາຍໃນສູນ ມ.ປາຍ ທ່າແຂກ ແມ່ນມີຈຳນວນນັກສອບເສັງທັງໝົດ 188 ຄົນ, ມີຫ້ອງສອບເສັງ 10 ຫ້ອງ, ມີກຳມະການຍາມຫ້ອງເສັງ ຈຳນວນ 20 ຄົນ.

ມະຫາວິທະຍາໄລສະຫວັນນະເຂດ ເປີດຮັບສະໝັກນັກສຶກສາໃໝ່ ປະຈໍາສົກສຶກສາ 2019 – 2020 ລະບົບ 4 ປີ ຈໍານວນ 38 ສາຂາ ໂດຍຈໍາແນກເປັນກຸ່ມວິຊາສອບເສັງແບ່ງອອກເປັນ 3 ກຸ່ມ, ໃນການສອບເສັງແມ່ນໃຊ້ເວລາ 02 ພາກຄື: ພາກເຊົ້າ ແລະ ພາກບ່າຍ.

[ ຂ່າວ – ຮູບ: ແດງສະຫວັດ ແສນພານິດ ]