ຊົມເຊີຍ! ນັກທຸລະກິດໜຸ່ມໄຟແຮງຜູ້ສ້າງ ຮຸ່ງອາລຸນ ຂົນສົ່ງດ່ວນ, ຫຸ້ນສ່ວນໃຫຍ່ ອີໂວ້ ຄວ້າ 2 ລາງວັນດີເດັ່ນ

419

ທ່ານ ສີສະຫວັນ ມ່າຢົງເຊີນ ຫຼື ອາຊິ ປະທານບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ນັກທຸລະກິດໜຸ່ມຫຼໍ່ທີ່ຮູ້ຈັກກັນດີໃນວົງການທຸລະກິດທີ່ກຳລັງມາແຮງໃນປັດຈຸບັນ ໂດຍການດໍາເນີນ 4 ທຸລະກິດຫຼັກ. ໃນນັ້ນ, ອັນທີ່ເດັ່ນທີ່ສຸດໃນວົງການກີລາລາວ ກໍຄືການສ້າງຜະລິດຕະພັນເຄື່ອງ ແລະ ອຸປະກອນກີລາຍີ່ຫໍ້ອີໂວ້ ( EVO ) ທີ່ເປັນຜະລິດຕະພັນຂອງຄົນລາວທີ່ມາແຮງສຸດໃນການສະໜັບສະໜູນນັກກີລາລາວຫຼາຍໆປະເພດ ຈົນສົ່ງຜົນໃຫ້ຄວ້າ 2 ລາງວັນ ນັກທຸລະກິດໜຸ່ມດີເດັ່ນຂອງ ສປປ ລາວ ແລະ ລາງວັນນັກທຸລະກິດໜຸ່ມດີເດັ່ນຂອງອາຊຽນ ປະຈຳປີ 2019 ຢ່າງໜ້າພາກພູມໃຈ.

ທ່ານ ສີສະຫວັນ ມ່າຢົງເຊີນ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຈຸດເລີ່ມຕົ້ນທຸລະກິດຂອງຕົວເອງນັ້ນໄດ້ເລີ່ມດໍາເນີນທຸລະກິດກ່ຽວກັບການບໍລິການຊິບປິ້ງ ( ທຸລະກິດແບບຄອບຄົວ ) ໂດຍໄດ້ນໍາເອົາວິທີການເຮັດວຽກແບບໃໝ່ມາບໍລິຫານຈັດການ ເຮັດໃຫ້ບໍລິສັດຂະຫຍາຍຕົວດີຂຶ້ນເລື້ອຍໆ ເຊິ່ງແມ່ນພໍ່ເປັນປະທານບໍລິສັດ ແລ້ວໄດ້ມອບສິດທັງໝົດໃຫ້ຕົນເປັນຜູ້ບໍລິຫານ.

ປັດຈຸບັນມີ 4 ກິດຈະການຫຼັກ. ໃນນີ້, 3 ກິດຈະກຳແມ່ນຖືຫຸ້ນ 100% ຄື: ທຸລະກິດທີ 1 ແມ່ນ ບໍລິສັດ ຮຸ່ງອາລຸນ ຂາເຂົ້າ – ຂາອອກ, ທຸລະກິດທີ 2 ແມ່ນຮ້ານຂາຍຄຳ ຮຸ່ງອາລຸນ ຢູ່ແຂວງ ບໍ່ແກ້ວ ແລະ ທຸລະກິດທີ 3 ແມ່ນ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ, ສ່ວນທຸລະກິດທີ 4 ແມ່ນຂາຍເຄື່ອງອຸປະກອນກີລາຄົບວົງຈອນຍີ່ຫໍ້ EVO ຫຼື ສູນຈໍາໜ່າຍເຄື່ອງກີລາ EVO ໂດຍແມ່ນບໍລິສັດເປັນຂາຫຸ້ນໃຫຍ່.

ສະເພາະ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ສ້າງຂຶ້ນຍ້ອນເຫັນການຈະເລີນເຕີບໂຕຕາມຍຸກສະໄໝ ສິນຄ້າອອນລາຍ ແລະ ທຸລະກິດອີຄອມເມີດກໍາລັງເຕີບໂຕ ຢູ່ປະເທດເພື່ອນບ້ານກໍມີການຂະຫຍາຍຕົວສູງ ເພື່ອຕອບສະໜອງສິນຄ້າອອນລາຍການຄ້າຂາຍແບບໃໝ່ພິເສດ ເພື່ອກະຈາຍສິນຄ້າພາຍໃນໂດຍສະເພາະສິນຄ້າພື້ນບ້ານ ແລະ ສິນຄ້າໂອດ໊ອບໃຫ້ມີຕະຫຼາດກວ້າງ ຍ້ອນເຫັນວ່າຕະຫຼາດພາຍໃນປະເທດຍັງມີຄວາມຕ້ອງການສູງ ພຽງແຕ່ລະບົບຂົນສົ່ງຍັງບໍ່ຕອບສະໜອງຈຶ່ງບໍ່ສາມາດຈໍາໜ່າຍສິນຄ້າໄດ້ເທົ່າທີ່ຄວນ ຫຼື ຂາຍໄດ້ກໍມີຄ່າບໍລິການສູງເຮັດໃຫ້ຜູ້ຊື້ປ່ຽນໃຈບໍ່ຊື້ ພວກເຮົາຈຶ່ງຕັດສິນໃຈມີສ່ວນຮ່ວມໃນການພັດທະນາລະບົບຂົນສົ່ງໃຫ້ມີຄວມສະດວກວ່ອງໄວ, ປອດໄພ ແລະ ລາຄາຍຸຕິທໍາ. ຈາກການເປັນບໍລິສັດທີ່ເຮັດແທ້ທໍາຈິງໃນການປະກອບສ່ວນດ້ານທຸລະກິດ ເມື່ອບໍ່ດົນມານີ້ຕົນກໍໄດ້ຮັບ 2 ລາງວັນ ເພື່ອເປັນກໍາລັງໃຈ ແລະ ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ເຊິ່ງລາງວັນທໍາອິດແມ່ນ ລາງວັນນັກທຸລະກິດໜຸ່ມດີເດັ່ນຂອງ ສປປ ລາວ ແລະ ລາງວັນທີ 2 ແມ່ນລາງວັນນັກທຸລະກິດໜຸ່ມດີເດັ່ນຂອງອາຊຽນ ” ທ່ານ ສີສະຫວັນ ກ່າວ.

ນອກນັ້ນ, ທ່ານ ສີສະຫວັນ ມ່າຢົງ ເຊີນ ຍັງເປັນປະທານ ອີໂວ້ ສະຕໍ ສູນຈໍາໜ່າຍເຄື່ອງກີລາ ແລະ ອຸປະກອນທັງພາຍໃນ ແລະ ຕ່າງປະເທດ ລວມທັງຍັງເປັນຜູ້ຜະລິດ ແລະ ຈໍາໜ່ວຍຜະລິດຕະພັນເຄື່ອງກີລາລາວຍີ່ຫໍ້ ອີໂວ້ ພ້ອມທັງຍັງເປັນປະທານສະໂມສອນ ອີໂວ້ ຢູໄນເຕັດ ທີມນ້ອງໃໝ່ໃນ ເປບຊີ ລາວພຣີເມຍລີກ ອີກດ້ວຍ.

ທ່ານ ສີສະຫວັນ ວາງວິໄສທັດວ່າ: ໃນອະນາຄົດ 5 – 10 ປີ ອີໂວ້ ຈະເປັນຜູ້ນໍາການຕະຫຼາດດ້ານເຄື່ອງກີລາ ແລະ ຍີ່ຫໍ້ເຄື່ອງກີລາຂອງ ສປປ ລາວ ໃນປີ 2022, ອາຊຽນ ໃນປີ 2030 ແລະ ເປັນ Global brand ໃນປີ 2035 ພ້ອມສັນຍາວ່າຈະເປັນອີກແຮງສໍາຄັນໃນການພັດທະນາວົງການກີລາລາວ ເລີ່ມດ້ວຍການເຊັນສັນຍາສະໜັບສະໜູນຫຼາຍໆພາກສ່ວນ ດັ່ງນີ້: ສະຫະພັນແລ່ນ – ລານ, ສະຫະພັນປິ່ງປ່ອງແຫ່ງຊາດລາວ, ສະຫະພັນກີລາ Lao E-Sport, ທີມບານເຕະ All Astar, ສະໂມສອນ ອີໂວ້ ຢູໄນເຕັດ, ທີມແລ່ນມາຣາທອນ Rock Runner, ທີມແລ່ນມາຣາທອນ LKCoaching ແລະ Influencer.

ທ່ານ ສີສະຫວັນ ເປັນຜູ້ຮ່ວມສ້າງຕັ້ງ ອີໂວ້  ສະຕໍ ໂດຍເປັນຜູ້ຖືຫຸ້ນໃຫຍ່ ສ້າງຂຶ້ນໃນວັນທີ 22 ກໍລະກົດ 2015 ໂດຍປັດຈຸບັນມີການເປີດສາຂາທີ 5 ຕັ້ງຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເລີ່ມມີຊື່ສຽງທີ່ສຸດໃນປີ 2018 ເພາະເປັນທີ່ມາຂອງ ສະໂມສອນ ອີໂວ້ ຢູໄນເຕັດ ເຈົ້າຂອງແຊັມ ບານເຕະຊີງຂັນເຈົ້າຄອງນະຄອນຫຼວງ 2018 ແລະ ຮອງແຊັມບານເຕະສາຍ ກ ປະຈໍາປີ 2018, ກ່ອນໃນປີ 2019 ຈະໄດ້ສິດມາຫຼິ້ນໃນ ເປບຊີ ລາວພຣີເມຍລີກ.

( ຄໍາສອນ; ຮູບ: ສອນໄຊ )