ທຸລະກິດປະກັນໄພ ອາດຕ້ອງເພີ່ມທຶນຈົດທະບຽນ

334

ທຸລະກິດປະກັນໄພ ມີການແຂ່ງຂັນຫຼາຍຂຶ້ນ ແລະ ມີຫຼາຍຮູບແບບໃນການໃຫ້ບໍລິການ ເພື່ອຄວາມເປັນເອກະພາບ ແລະ ສະດວກໃນການຄຸ້ມຄອງໃຫ້ມີລັກສະນະຮັດກຸມກວ່າເກົ່າ ຈຶ່ງໄດ້ມີການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການປະກັນໄພ ໂດຍສະເພາະການເພີ່ມທຶນຈົດທະບຽນຕ່ຳສຸດ.

ກອງປະຊຸມເປີດກວ້າງທາບທາມປະກອບຄວາມເຫັນໃສ່ຮ່າງກົດໝາຍ ວ່າດ້ວຍທຸລະກິດປະກັນໄພ ( ສະບັບປັບປຸງ ) ຈັດຂຶ້ນໃນວັນທີ 23 ສິງຫາ 2019 ທີ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ພູເຂົາຄຳ  ວັນນະວົງໄຊ ຫົວໜ້າກົມຄຸ້ມຄອງ, ການພັດທະນາລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ເຊິ່ງມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ ແລະ ບັນດາຜູ້ຕາງໜ້າຈາກບໍລິສັດປະກັນໄພເຂົ້າຮ່ວມ.

ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມຄຸ້ມຄອງ, ການພັດທະນາລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ກ່າວວ່າ: ກົດໝາຍວ່າດ້ວຍການປະກັນໄພ ສະບັບປັດຈຸບັນໄດ້ຮັບການປັບປຸງມາຈາກກົດໝາຍ ວ່າດ້ວຍການປະກັນໄພ ສະບັບປີ 1990 ເຊິ່ງຖືກຮັບຮອງໂດຍສະພາແຫ່ງຊາດໃນປີ 2011 ແລະ ນຳໃຊ້ມາຈົນເຖິງປັດຈຸບັນ.

ອີງໃສ່ສະພາບການປ່ຽນແປງທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ທຸລະກິດກໍຄືວຽກງານຄຸ້ມຄອງການປະກັນໄພ ມີການພັດທະນາ ແລະ ປ່ຽນແປງຢ່າງຕໍ່ເນື່ອງ ຈຶ່ງມີ ຄວາມຈຳເປັນທີ່ຈະຕ້ອງໄດ້ມີການປັບປຸງ ເພື່ອໃຫ້ສອດຄ່ອງການຂະຫຍາຍຕົວຂອງວຽກງານປະກັນໄພໃນ ສປປ ລາວ ຍົກລະດັບກົດໝາຍໃຫ້ໃກ້ຄຽງກັບບັນດາປະເທດອາຊຽນ ແລະ ສອດຄ່ອງກັບຫຼັກການຄຸ້ມຄອງປະກັນໄພສາກົນ.

ຮ່າງກົດໝາຍວ່າດ້ວຍທຸລະກິດປະກັນໄພ ປະກອບມີທັງໝົດ 12 ພາກ 11 ໝວດ ແລະ 100 ມາດຕາ, ມາດຕາສ່ວນໃຫຍ່ທີ່ນຳມາປັບປຸງແມ່ນຈະເນັ້ນເຖິງການແຍກປະເພດການໃຫ້ບໍລິການຂອງປະກັນໄພ ເຊັ່ນ: ປະກັນໄພພາກບັງຄັບ, ປະກັນໄພຈຸນລະພາກ, ປະເພດທຸລະກິດປະກັນໄພ, ປະກັນໄພຊີວິດ ແລະ ປະກັນໄພທົ່ວໄປ.

ທ່ານ ພູເຂົາຄຳ ວັນນະວົງໄຊ ກ່າວຕື່ມວ່າ: ສຳລັບກົດໝາຍວ່າດ້ວຍທຸລະກິດປະກັນໄພ ສະບັບປັບປຸງແມ່ນຈະໄດ້ເພີ່ມທຶນຈົດທະບຽນຕ່ຳສຸດຈາກ 16 ຕື້ກີບຂຶ້ນຕື່ມ.

ທຸລະກິດປະກັນໄພໃນ ສປປ ລາວ ກໍຄືຫຼາຍປະເທດໃນພາກພື້ນຂະຫຍາຍຢ່າງໄວວາໄປຕາມການຂະຫຍາຍຕົວຂອງເສດຖະກິດ ແລະ ຄວາມຕ້ອງການຂອງສັງຄົມ. ປັດຈຸບັນໃນ ສປປ ລາວ ມີບໍລິສັດທີ່ດຳເນີນທຸລະກິດປະກັນໄພທີ່ຖືກຕ້ອງຕາມກົດໝາຍເກືອບ 30 ບໍລິສັດ, ທ່ານ ພູເຂົາຄຳ ກ່າວ.

 

( ຂ່າວ: ສຸລິນ, ຮູບ: ກະຊວງການເງິນ )