ປີໜ້າລາຄາເຂົ້າຈະເປັນແນວໃດ!! ອາດສະພັງທອງ ນ້ຳຖ້ວມນາກວ່າ 2.000 ເຮັກຕາ

143

ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ສົ່ງຜົນໃຫ້ປະລິມານນໍ້າໃນບັນດາສາຂາເພີ່ມຂຶ້ນ ໂດຍສະເພາະແມ່ນລະດັບນໍ້າເຊບັ້ງໄຟ ເພີ່ມຂຶ້ນກາຍເຂດອັນຕະລາຍແລ້ວ ແລະຝົນຍັງສືບຕໍ່ຕົກຢູ່, ຂະນະທີ່ແຂວງ ສະຫວັນນະເຂດ ມີຫຼາຍເມືອງປະສົບກັບນໍ້າຖ້ວມຂັງ ສະເພາະແມ່ນເມືອງອາດສະພັງທອງ ນໍ້າໄດ້ໄຫຼເຂົ້າຖ້ວມບ້ານເຮືອນ ແລະ ເນື້ອທີ່ທຳການຜະລິດເສຍຫາຍເປັນຕົ້ນແມ່ນ ເນື້ອທີ່ນາກວ່າ 2.000 ເຮັກຕາ.

 

 

ອີງຕາມການລາຍງານຂອງທ່ານ ພອນເພັດ ໄຊປັນຍາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ອາດສະພັງທອງ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 23-25 ສິງຫາ 2019 ນີ້; ລະດັບແມ່ນໍ້າເຊຈໍາພອນຢູ່ໃນຂອບເຂດເມືອງ ອາດສະພັງທອງ ແມ່ນໄດ້ມີທ່າອ່ຽງເພີ່ມຂຶ້ນ ເຊິ່ງວັດແທກໄດ້ 11,56 ແມັດ. ຕໍ່ກັບສະພາບການຄືດັ່ງກ່າວນີ້ ໄດ້ເຮັດໃຫ້ 19 ບ້ານຂອງເມືອງ ອາດສະພັງທອງຄື: ບ້ານ ດົງເຫັນ, ດົງກິໂລ, ພັງໂຮ, ສີວິໄລ, ນານໍ້າທ່ຽງ, ດົງກຶມ, ນາໄລ່ດົງ, ດົງຂວາງ, ໄລກະທະ, ປົ່ງດົງ, ປົ່ງນາ, ນາແຜກ, ດົງໝາກກໍ່, ດົງນາຂາມ, ນາຫຼັກ, ນາຄໍາໃຕ້, ຕະບອງເພັດ, ໜອງປາກຊ່ອງ ແລະ ບ້ານານສະຫວາງ ໄດ້ຮັບຜົນກະທົບໜັກໜ່ວງ.

 

 

ໃນນັ້ນ, ມີ 1.446 ຄອບຄົວຮັບຜົນກະທົບ, ເນື້ອທີ່ນາເດີມແມ່ນ 2.953 ເຮັກຕາ, ເນື້ອທີ່ຖືກຖ້ວມແມ່ນ 2.274 ເຮັກຕາ.

ສ່ວນລາຍລະອຽດຂອງຜົນເສຍຫາຍ ແມ່ນລໍຖ້ານໍ້າຫຼຸດລົງກັບສູ່ສະພາບປົກກະຕິ ຈຶ່ງສາມາດປະເມີນຜົນໄດ້ ທ່ານ ພອນເພັດ ໄຊປັນຍາ.